ມາເລເຊຍຂຶ້ນຄ່າແຮງຂັ້ນຕໍ່າທົ່ວປະເທດ

- 750x422 812314 1536200151 - ມາເລເຊຍຂຶ້ນຄ່າແຮງຂັ້ນຕໍ່າທົ່ວປະເທດ
- kitchen vibe - ມາເລເຊຍຂຶ້ນຄ່າແຮງຂັ້ນຕໍ່າທົ່ວປະເທດ

ລັດຖະບານ​ມາ​ເລ​ເຊຍປະກາດ​ຂຶ້ນຄ່າ​ແຮງ​ຂັ້ນຕໍ່າ​ທົ່ວ​ປະ​ເທດ​ສູ່​ລະດັບ 1.050 ຣິງກິດ (253 ​ໂດ​ລາ) ຕໍ່​ເດືອນ ​ໂດຍ​ມີ​ຜົນ​ບັງຄັບ​ໃຊ້​ໃນ​ປີໜ້າ.

ສຳນັກ​ນາຍົກລັດຖະມົນຕີ ຖະ​ແຫລ​ງວ່າ: ຫລັງ​ຈາກ​​ໄດ້​ພິຈາລະນາ​ຂໍ້​ສະ​ເໜີ​ຈາກ​ຄະນະ​ກຳມະການ​ທີ່​ປຶກສາ​ຄ່າ​ແຮງ​ງານ​ແຫ່ງ​ຊາດ, ລັດຖະບານ​ໄດ້​ເຫັນ​ພ້ອມ​ຈະ​ປັບ​ເພີ່ມ​ຄ່າ​ແຮງ​ຂັ້ນຕໍ່າ​ສູ່​ລະດັບ 1.050 ຣິງກິດ​ຕໍ່​ເດືອນ ຫລື 5,05 ຣິງກິດ​ຕໍ່​ຊົ່ວ​ໂມງ​ທົ່ວ​ປະ​ເທດ ​ເຊິ່ງລວມທັງ​ລັດ​ຊາ​ບາ ​ແລະ ຊາຣາວັກ.

- Visit Laos Visit SALANA BOUTIQUE HOTEL - ມາເລເຊຍຂຶ້ນຄ່າແຮງຂັ້ນຕໍ່າທົ່ວປະເທດ

ປັດຈຸບັນ ຄ່າ​ແຮງ​ງານ​ໃນ​ມາ​ເລ​ເຊຍ​ຢູ່​ລະດັບ 1.000 ຣິງກິດ​ຕໍ່​ເດືອນ, ຂະນະ​ທີ່​ລັດ​ຊາ​ບາ ​ແລະ ຊາຣາວັກ​ຢູ່​ລະດັບ 920 ຣິງກິດ.

ຖະ​ແຫລ​ງການ​ລະບຸ​ວ່າ: ຄ່າ​ແຮງ​ຂັ້ນຕໍ່າ​ສອດຄ່ອງ​ຕໍ່​ສະພາບ​ເສດຖະກິດ​ຂອງ​ປະ​ເທດ​ໃນ​ປັດຈຸບັນ, ການ​ປັບ​ຂຶ້ນຄ່າ​ແຮງ​ຂະໜາດ​ໃຫຍ່​ຈະ​ສ້າງ​ບັນຫາ​ຕໍ່​ຂະ​ແໜງ​ອຸດສາຫະກຳ ​ເຊິ່ງຈະ​ກະທົບ​ຕໍ່​ຄວາມ​ສາມາດ​ໃນ​ການ​ແຂ່ງຂັນ​ຂອງ​ປະ​ເທດ ​ແລະ ​ເນື່ອງ​ຈາກ​ຂໍ້​ຈຳກັດ​ທາງ​ດ້ານ​ການ​ເງິນ​ຂອງ​ປະ​ເທດ, ລັດຖະບານ​ໄດ້​ຕັດສິນ​ໃຈ​ຈະ​ບໍ່​ໃຫ້ການ​ຊົດ​ເຊີຍ​ຕໍ່​ຝ່າຍ​ນາຍ​ຈ້າງ.

- 5 - ມາເລເຊຍຂຶ້ນຄ່າແຮງຂັ້ນຕໍ່າທົ່ວປະເທດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!