ຜູ້ນຳ ສປປ ເກົາຫລີ ສັນຍາຈະປົດ ອາວຸດນິວເຄຼຍຢູ່ແຫລມເກົາຫລີ

- 1536200651289 800x0 - ຜູ້ນຳ ສປປ ເກົາຫລີ ສັນຍາຈະປົດ ອາວຸດນິວເຄຼຍຢູ່ແຫລມເກົາຫລີ
- kitchen vibe - ຜູ້ນຳ ສປປ ເກົາຫລີ ສັນຍາຈະປົດ ອາວຸດນິວເຄຼຍຢູ່ແຫລມເກົາຫລີ

ສຳນັກ​ຂ່າວ KCN ຂອງ​ທາງ​ການ ສປປ ​ເກົາຫລີ ລາຍ​ງານ​ວ່າ: ທ່ານ ກິມ ຈອງ​ອຸນ ຜູ້ນຳ ສປປ ​ເກົາຫລີ ​ເນັ້ນ​ເຖິງ​ຄຳ​ສັນຍາ​ວ່າຈະ​ປົດ​ອາວຸດ​ນິວ​ເຄຼຍຢູ່​ແຫລມ​ເກົາຫລີ​ລະຫວ່າງ​ການ​ຫາລື​ກັບ​ຄະນະ​ຜູ້​ແທນ​ພິ​ເສດ ສ.​ເກົາຫລີ ທີ່​ນະຄອນຫລວງ​ພຽງ​ຢາງ.

ສຳນັກ​ຂ່າວ KCN ລາຍ​ງານ​ໃນ​ວັນ​ທີ 6 ກັນຍາ​ ອ້າງ​ຄຳ​ກ່າວ​ຂອງ​ທ່ານ ກິມ ຈອງ​ອຸນ ວ່າ: ສປປ ​ເກົາຫລີ ​ແລະ ສ.​ເກົາຫລີ ຄວນ​ດຳ​ເນີນ​ຄວາມ​ພະຍາຍາມ​ຕໍ່​ໄປ ​ເພື່ອ​ໃຫ້​ແຫລມ​ເກົາຫລີ​ປອດ​ຈາກ​ອາວຸດ​ນິວ​ເຄຼຍ ​ແລະ ​ເດີນ​ໜ້າ​ສ້າງສັນ​ຕິ​ພາບ ​ໂດຍ​ປາສະຈາກ​ໄພ​ຄຸກ​ຄາມ​ຈາກ​ນິວ​ເຄຼຍ. ນອກຈາກ​ນີ້ ທ່ານ ກິມ ຈອງ​ອຸນ ຍັງ​ກ່າວ​ວ່າ: ສປປ ​ເກົາຫລີ ​ແລະ ສ.​ເກົາຫລີ ຄວນ​ຮັດ​ແໜ້ນ​ການ​ຮ່ວມ​ມື ​ເພື່ອ​ສົ່ງ​ເສີມ​ສັນຕິພາບ ​ແລະ ຄວາມ​ປອງ​ດອງ​ກັນ. ຜູ້ນຳ ສປປ ​ເກົາຫລີ ຍັງ​ໄດ້​ຫາລື​ກັບ​ຄະນະ​ຜູ້​ແທນ​ພິ​ເສດ ສ.​ເກົາ​ຫລີ ​ໃນ​ການ​ກຳນົດ​ຂອບ​ກອງ​ປະຊຸມ​ສຸດ​ຍອດຄັ້ງທີ 3 ລະຫວ່າງ​ສອງ​ເກົາຫລີ​ທີ່​ຈະ​ມີ​ຂຶ້ນ​ໃນ​ທ້າຍ​ເດືອນ​ກັນຍາ​ນີ້.

- Visit Laos Visit SALANA BOUTIQUE HOTEL - ຜູ້ນຳ ສປປ ເກົາຫລີ ສັນຍາຈະປົດ ອາວຸດນິວເຄຼຍຢູ່ແຫລມເກົາຫລີ
- 3 - ຜູ້ນຳ ສປປ ເກົາຫລີ ສັນຍາຈະປົດ ອາວຸດນິວເຄຼຍຢູ່ແຫລມເກົາຫລີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!