ມົງໂກລີຫ້າມໃຊ້ໂທລະສັບມືຖືໃນໂຮງຮຽນ


ລັດຖະບານມົງໂກລີອະນຸມັດຄຳສັ່ງຫ້າມນັກຮຽນໃນໂຮງຮຽນໃຊ້ໂທລະສັບມືຖື ໂດຍຈະເລີ່ມມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ຕຸລານີ້.
ທາງການມົງໂກລີ ລະບຸວ່າ: ການອອກຄຳສັ່ງຫ້າມດັ່ງກ່າວ ເພື່ອປ້ອງກັນບໍ່ໃຫ້ສົ່ງຜົນກະທົບຕໍ່ການຮຽນຂອງນັກຮຽນ ແລະ ປົກປ້ອງນັກຮຽນຈາກໄພຄຸກຄາມທາງໄຊເບີ ແລະ ຜົນກະທົບໃນທາງລົບຈາກການໃຊ້ອຸປະກອນເອເລັກໂຕຣນິກດັ່ງກ່າວ.
ຜົນການສຶກສາຂອງກະຊວງສຶກສາມົງໂກລີ ຮ່ວມກັບທະນາຄານໂລກ ໃນປີ 2017 ພົບວ່າ: ໃນມົງໂກລີມີນັກຮຽນ 71,8% ໃຊ້ໂທລະສັບເຄື່ອນທີ່ ແລະ 55% ຂອງຈຳນວນດັ່ງກ່າວໃຊ້ໂທລະສັບແບບສະມາດໂຟນ. ຜົນການສຶກສາດັ່ງກ່າວມາຈາກການສຳຫລວດນັກຮຽນອາຍຸ 8-17 ປີ ຈຳນວນ 1.278 ຄົນ ຕາມໂຮງຮຽນ 14 ແຫ່ງທົ່ວປະເທດ. ລາຍງານຂອງສູນຊ່ວຍເຫລືອເດັກແຫ່ງຊາດພົບວ່າ: ໃນປີນີ້ມີລາຍງານເລື່ອງການຫລອກລວງທາງໄຊເບີ 125 ຄົນ ແລະ ການຕິດອິນເຕີເນັດ 35 ຄົນ.