ພ້ອມໃຈຫ່ວງໃຍຄົນພິການ !

- kitchen vibe - ພ້ອມໃຈຫ່ວງໃຍຄົນພິການ !

ທ່ານຜູ້ອ່ານຄິດວ່າຕົນເຫັນໃຈຄົນພິການຫຼາຍສໍ່າໃດ? ບົດນີ້ ພວກເຮົາມາຮູ້ຈັກກັບ ຄົນພິການໃນ ສປປ ລາວ ກັນຕຶ່ມເນາະ.

ອີງຕາມຜົນສຳຫຼວດພົນລະເມືອງ ແລະທີ່ຢູ່ອາໄສ ທົ່ວປະເທດ ປີ 2015 ​ໃຫ້ຮູ້ວ່າ ປະຊາກອນຂອງລາວ ເຮົາມີ ຈຳນວນ 6,4 ລ້ານຄົນນັ້ນ, ມີຄົນພິການຢູ່ 2,8% ຫຼື ເທົ່າກັບ 1,8 ແສນຄົນໃນທົ່ວປະເທດ ເຊິ່ງຖືວ່າຫຼາຍສົມຄວນ.

- Visit Laos Visit SALANA BOUTIQUE HOTEL - ພ້ອມໃຈຫ່ວງໃຍຄົນພິການ !

ໃນຄວາມເປັນຈິງແລ້ວ, ພວກເຮົາຫຼາຍຄົນ ທີ່ຍັງຖືຄະຕິ ໃນການເບິ່ງຄົນທີ່ມີ ຄວາມພິການ ໃນທ່າທາງທີ່ແປກປະຫຼາດ ແລະ ພວກເຮົາມັກມິ່ນປະໝາດ ແລະ ເບິ່ງຂ້າມພວກເຂົາໄປ ບໍ່ວ່າການມີສ່ວນຮ່ວມກິດຈະກຳ, ການໃຫ້ໂອກາດຕ່າງໆ ເມື່ອພວກເຮົາຟັງເບິ່ງຄວາມຮູ້ສຶກຂອງຄົນພິການແລ້ວໜ້າເຫັນໃຈຫຼາຍແທ້ໆ.

ເມື່ອອາທິດທີ່ຜ່ານມາ ຜູ້ຂຽນໄດ້ມີໂອກາດເຂົ້າຮ່ວມ ຝຶກອົບຮົມ ແລະ ໄດ້ຮັບຟັງ ທ່ານ ທອງຈັນ ດວງມະລາໄລ ປະທານ ສະມາຄົມຄົນພິການລາວ ຜູ້ເຮັດວຽກເພື່ອຄົນ ທີ່ມີຄວາມພິການມາຫຼາຍປີ, ເພິ່ນໄດ້ເວົ້າສູຟັງວ່າ : “ໃນປັດຈຸບັນ ຄົນທີ່ມີຄວາມພິການ ແມ່ນພົບພໍ້ກັບຫຼາຍບັນຫາ ທີ່ເປັນສິ່ງກີດຂວາງ ເພື່ອມີຊີວິດທີ່ດີໃນສັງຄົມ ເປັນຕົ້ນ ເລື່ອງທັດສະນະຄະຕິຂອງຄົນລາວ ເຊິ່ງຕ້ອງໄດ້ປັບປ່ຽນ ເລີ່ມຕົ້ນຈາກການຮຽກຊື່, ຫຼາຍຄົນກໍຮ້ອງວ່າ ເຂົາເຈົ້າ ພິການແທນທີ່ຈະຮ້ອງຊື່ແທ້, ເຊັ່ນ: ບັກຫູໜວກ, ປາກກືກ… ເຊິ່ງເປັນການທຳຮ້າຍຈິດໃຈຂອງຜູ້ ທີ່ມີຄວາມພິການຢ່າງຍິ່ງ.

ພ້ອມນັ້ນ ຜູ້ຂຽນກໍຍັງໄດ້ເບິ່ງຊີວິດຈິງຂອງຄົນພິການທີ່ທາງສະມາຄົມຄົນພິການ ລາວສ້າງເປັນ ວິດີໂອ ໄວ້ ບໍ່ວ່າຈະເປັນ ຊີວິດຂອງຍິງທີ່ພິການຂາທັງສອງເບື້ອງ ທີ່ຢາກມີຄອບຄົວ ແຕ່ຖືກໄທບ້ານເວົ້າສຽດສີໃສ່, ຊີວິດຂອງ ຍິງພິການທີ່ມາຮຽນ ຢູ່ມະຫາວິທະຍາໄລ ທີ່ຄູອາຈານ ເບິ່ງຂ້າມເລື່ອງຄວາມສາມາດ ແລະອື່ນໆ ທີ່ສະທ້ອນເຖິງ ທັດສະນະຄະຕິ ທີ່ເປັນດ້ານລົບຂອງຄົນລາວ ທີ່ມີຕໍ່ຄົນພິການ, ໜ້າເຫັນໃຈແທ້ໆ.

ນອກນັ້ນ, ທ່ານ ທອງຈັນ ຍັງລົມສອງເລື່ອງ ທີ່ໜ້າຄິດກໍຄື ເລື່ອງການອອກໃບຂັບຂີ່ ແລະ ການສ້າງສິ່ງອຳນວຍຄວາມສະດວກ ແກ່ຄົນທີ່ມີຄວາມພິການ. ທ່ານ ທອງຈັນ ກ່າວວ່າ “ຕາມກົດໝາຍ ຂອງ ສປປລາວແລ້ວ ຄົນທີ່ມີຄວາມພິການ ບໍ່ສາມາດເສັງເອົາໃບຂັບຂີ່ໄດ້ ຕໍ່ສິ່ງດັ່ງກ່າວແມ່ນມີຄວາມຫຍຸ້ງຍາກ ຕໍ່ກັບຄົນພິການຫຼາຍປະການ ເພາະເວລາເຄື່ອນໄຫວໄປມາ ແມ່ນເພິ່ງພາແຕ່ຄົນອື່ນ, ຖ້າຂືນຂັບກໍຖືກຕຳຫຼວດ ປັບໄໝ. ແລະ ສຳລັບການສ້າງ ສິ່ງອຳນວຍຄວາມສະ ດວກນັ້ນ ບາງອາຄານສະຖານທີ່ກໍມີ ແຕ່ສ່ວນຫຼາຍແລ້ວ ຢູ່ບ້ານເຮົາຍັງໜ້ອຍຫຼາຍ ທີ່ຈະກໍ່ສ້າງ ສິ່ງອຳນວຍຄວາມສະດວກແກ່ຄົນທີ່ມີຄວາມພິການ ເຊິ່ງພວກເຮົາຄວນ ປັບປຸງ”.

ຄົນທີ່ມີຄວາມພິການ ແມ່ນມີສິດເທົ່າທຽມກັບຄົນປົກກະຕິ!ອັນນີ້ແມ່ນລະບຸຈະແຈ້ງໃນ ລັດຖະທຳມະນູນພວກເຮົາ ແລະ ລັດຖະບານກໍໄດ້ພະຍາຍາມໃນການ ຊ່ວຍເຫຼືອ ແກ່ຄົນທີ່ມີຄວາມພິການໃນລາວ ດ້ານນິຕິກຳກໍກະກຽມ ສະເໜີຮ່າງກົດໝາຍ ກ່ຽວກັບຄົນທີ່ມີຄວາມພິການຕໍ່ກອງປະຊຸມສະພາສະໄໝສາມັນສະພາແຫ່ງຊາດ ທີ່ຈະມາເຖິງ ກໍຄືການສ້າງສູນຝຶກວິຊາຊີບຕ່າງໆແກ່ຄົນທີ່ມີຄວາມເປັນພິການ ເຊັ່ນ ສູນຝຶກວິຊາອາຊີບຄົນພິການສີເກີດ ແລະ ອື່ນໆ.

ສິ່ງສຳຄັນ ຜູ້ຂຽນຂໍໃຫ້ພວກເຮົາຈົ່ງປັບປ່ຽນທັດສະນະຄະຕິ ເພື່ອເຄົາລົບ ແລະ ຊ່ວຍເຫຼືອຄົນທີ່ມີຄວາມພິການ ໃນລາວ ໃຫ້ມີຊີວິດທີ່ດີ, ມີກຽດສັກສີ ຄືກັນກັບຄົນທົ່ວໄປ.

- 5 - ພ້ອມໃຈຫ່ວງໃຍຄົນພິການ !
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!