ລາວປັບຂຶ້ນລາຄານ້ຳມັນເຊື້ອໄຟເລີ່ມ 6 ກັນຍານີ້


ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການເລກທີ 1456/ຫສນຍ.ກລຂ ກ່ຽວກັບການປັບປຸງລາຄານ້ຳມັນເຊື້ອໄຟໃນຂອບເຂດທົ່ວປະເທດ ໂດຍເຫັນດີປັບລາຄານ້ຳມັນແອັດຊັງພິເສດຂຶ້ນຕື່ມ 230 ກີບຕໍ່ລິດ (ຈາກລາຄາ 10.400 ກີບ ມາເປັນ 10.630 ກີບຕໍ່ລິດ), ແອັດຊັງທຳມະດາປັບຂຶ້ນ 190 ກີບຕໍ່ລິດ (ຈາກລາຄາ 9.270 ມາເປັນ 9.460 ກີບຕໍ່ລິດ) ແລະ ນ້ຳມັນກາຊວນປັບຂຶ້ນ 190 ກີບຕໍ່ລິດ (ຈາກລາຄາ 8.300 ມາເປັນ 8.490 ກີບຕໍ່ລິດ). ພ້ອມນັ້ນ ກໍໃຫ້ຫລຸດຄ່າບໍລິການກວດສອບຄຸນນະພາບນ້ຳມັນລົງຈາກ 32 ລົງມາເຫລືອ 18 ກີບຕໍ່ລິດ, ຫລຸດຄ່າອີມີເຕີຈາກ 12 ລົງມາເຫລືອ 6 ກີບຕໍ່ລິດ ແລະ ຫລຸດກຳໄລຂາຍຍົກຈາກ 100 ລົງມາເຫລືອ 80 ກີບຕໍ່ລິດ ໂດຍລາຄາປັບໃໝ່ນີ້ແມ່ນໃຫ້ເລີ່ມແຕ່ 6:00 ໂມງເຊົ້າຂອງວັນທີ 6 ກັນຍານີ້ເປັນຕົ້ນໄປຈົນກວ່າມີແຈ້ງການປ່ຽນແປງໃໝ່.
ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ສຳລັບລາຄານ້ຳມັນເຊື້ອໄຟນັບແຕ່ວັນທີ 6 ກັນຍາເປັນຕົ້ນໄປໃນແຕ່ລະທ້ອງຖິ່ນຄືດັ່ງນີ້: ນະຄອນຫລວງວຽງຈັນ ແອັດຊັງພິເສດ 10.630 ກີບ, ແອັດຊັງທຳມະດາ 9.460 ກີບ, ກາຊວນ 8.400 ກີບຕໍ່ລິດ; ແຂວງຜົ້ງສາລີ ແອັດຊັງທຳມະດາ 10.220 ກີບ, ກາຊວນ 9.250 ກີບຕໍ່ລິດ; ຫລວງນ້ຳທາ ແອັດຊັງທຳມະດາ 9.820 ກີບ, ກາຊວນ 8.850 ກີບຕໍ່ລິດ, ອຸດົມໄຊ ແອັດຊັງພິເສດ 11.110 ກີບ, ແອັດຊັງທຳມະດາ 9.940 ກີບ, ກາຊວນ 8.970 ກີບຕໍ່ລິດ; ບໍ່ແກ້ວ ແອັດຊັງພິເສດ 10.730 ກີບ, ແອັດຊັງທຳມະດາ 9.550 ກີບ,ກາຊວນ 8.590 ກີບຕໍ່ລິດ; ຫລວງພະບາງ ແອັດຊັງພິເສດ 11.090 ກີບ, ແອັດຊັງທຳມະດາ 9.920 ກີບ, ກາຊວນ 8.950 ກີບຕໍ່ລິດ; ໄຊຍະບູລີ ແອັດຊັງທຳມະດາ 9.850 ກີບ, ກາຊວນ 8.890 ກີບຕໍ່ລິດ; ຫົວພັນ ແອັດຊັງທຳມະດາ 9.850 ກີບ, ກາຊວນ 8.890 ກີບຕໍ່ລິດ; ຊຽງຂວາງ ແອັດຊັງທຳມະດາ 9.650 ກີບ, ກາຊວນ 8.680 ກີບຕໍ່ລິດ; ແຂວງວຽງຈັນ ແອັດຊັງພິເສດ 10.630 ກີບ, ແອັດຊັງທຳມະດາ 9.460 ກີບ, ກາຊວນ 8.490 ກີບຕໍ່ລິດ; ບໍລິຄຳໄຊ ແອັດຊັງພິເສດ 10.710 ກີບ, ແອັດຊັງທຳມະດາ 9.540 ກີບ, ກາຊວນ 8.570 ກີບຕໍ່ລິດ; ຄຳມ່ວນ ແອັດຊັງພິເສດ 10.660 ກີບ, ແອັດຊັງທຳມະດາ 9.490 ກີບ, ກາຊວນ 8.520 ກີບຕໍ່ລິດ; ສະຫວັນນະເຂດ ແອັດຊັງພິເສດ 10.660 ກີບ, ແອັດຊັງທຳມະດາ 9.490 ກີບ, ກາຊວນ 8.520 ກີບຕໍ່ລິດ; ສາລະວັນ ແອັດຊັງທຳມະດາ 9.670 ກີບ, ກາຊວນ 8.700 ກີບ; ຈຳປາສັກ ແອັດຊັງພິເສດ 10.690 ກີບ, ແອັດຊັງທຳມະດາ 9.520 ກີບ, ກາຊວນ 8.550 ກີບຕໍ່ລິດ; ເຊກອງ ແອັດຊັງທຳມະດາ 9.700 ກີບ, ກາຊວນ 8.730 ກີບຕໍ່ລິດ; ອັດຕະປື ແອັດຊັງພິເສດ 10.870 ກີບ, ແອັດຊັງທຳມະດາ 9.700 ກີບ, ກາຊວນ 8.730 ກີບຕໍ່ລິດ ແລະ ແຂວງໄຊສົມບູນ ແອັດຊັງທຳມະດາ 9.700 ກີບ, ກາຊວນ 8.730 ກີບຕໍ່ລິດ.