ເມືອງວຽງຄໍາ ໄດ້ຮັບຜົນກະທົບໜັກຈາກໄພພິບັດນ້ຳຖ້ວມ


ເນື່ອງຈາກຝົນຕົກໜັກຕິດຕໍ່ກັນຫລາຍວັນ ເຮັດໃຫ້ບັນດາບ້ານຢູ່ເມືອງວຽງຄຳ ແຂວງຫຼວງພະບາງ ໄດ້ຮັບຜົນກະທົບໜັກ ຍ້ອນມີນໍ້າປ່າໄຫຼຊຸ, ດິນເຈື່ອນຖົມເສັ້ນທາງ ແລະ ນໍ້າແຊງຂຶ້ນສູງ ໄຫຼຖ້ວມພື້ນຖານໂຄງລ່າງຕ່າງໆ ລວມທັງເນື້ອທີ່ການຜະລິດ, ຜົນລະປູກ, ສັດລ້ຽງ ແລະ ເຮືອນຊານຂອງປະຊາຊົນ, ສ້າງຄວາມເສຍຫາຍເປັນຈຳນວນຫລວງຫລາຍ ໂດຍສະເພາະ 7 ບ້ານພາຍໃນເມືອງແມ່ນມີດິນເຈື່ອນຖົມເຮືອນຂອງປະຊາຊົນ 45 ຫຼັງຄາ, ເສຍຫາຍໜັກ 15 ຫຼັງ, ນໍ້າປ່າໄຫຼຊຸເຂົ້າຫ້ອງການກອງບັນຊາການປ້ອງກັນຄວາມສະຫງົບເມືອງ ເຮັດໃຫ້ອຸປະກອນຫ້ອງການເສຍຫາຍ, ເປ່ເພ ແລະ ນໍ້າໄຫຼຊຸເອົາດິນຖົມຂົວຂ້າມນໍ້າແຊງເປັນຈຳນວນຫຼວງຫຼາຍ ເຮັດໃຫ້ການສັນຈອນໄປ-ມາບໍ່ສະດວກ. ນອກຈາກນັ້ນ, ຍັງມີຮ່ອງນໍ້າອັດຕັນ, ຕົ້ນໄມ້ຫັກລົ້ມ, ດິນເຈື່ອນຖົມເສັ້ນທາງຫຼວງແຫ່ງຊາດຢ່າງໜັກໜ່ວງ ລົດບໍ່ສາມາດສັນຈອນໄປ-ມາໄດ້, ລະຫວ່າງບ້ານຕໍ່ບ້ານຖືກຕັດຂາດ; ສ່ວນເສັ້ນທາງຊົນນະບົດຈຳນວນໜຶ່ງກໍບໍ່ສາມາດນຳໃຊ້ໄດ້, ເສົາໄຟຟ້າຫັກລົ້ມຈຳນວນ 25 ຕົ້ນ, ຕາຂ່າຍແຮງຕໍ່າ-ຄົວເຮືອນເສຍຫາຍ ເຮັດໃຫ້ລະບົບໄຟຟ້າຖືກຕັດຂາດ, ສັດລ້ຽງສູນຫາຍ ແລະ ລົ້ມຕາຍ, ຕົ້ນໄມ້ອຸດສາຫະກຳ ແລະ ເນື້ອທີ່ທຳການຜະລິດ ແລະ ຜົນລະປູກຂອງປະຊາຊົນເສຍຫາຍຢ່າງຫຼວງຫຼາຍ, ຄາດວ່າຈະມີຄວາມເສຍຫາຍໃນເບື້ອງຕົ້ນຫລາຍກວ່າ 4,36 ຕື້ກີບ. ປັດຈຸບັນຊີວິດການເປັນຢູ່ຂອງປະຊາຊົນແມ່ນມີຄວາມຫຍຸ້ງຍາກທາງດ້ານທີ່ພັກພາອາໄສ, ຂາດເຂີນອຸປະກອນຮັບໃຊ້ຄົວເຮືອນ, ຂາດແຄນນໍ້າດື່ມ-ນໍ້າໃຊ້ ແລະ ສັນຍານໂທລະສັບຕິດຕໍ່ສື່ສານຕິດຄັດໃຊ້ການບໍ່ໄດ້. ຕໍ່ກັບສະພາບການດັ່ງກ່າວ, ທາງຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງ ໄດ້ລົງສົມທົບກັບອົງການປົກຄອງບ້ານປຸກລະດົມປະຊາຊົນ, ພະນັກງານ, ທະຫານ-ຕໍາຫຼວດເຂົ້າຊ່ວຍເຫຼືອທາງດ້ານແຮງງານ ເກັບມ້ຽນສິ່ງເສດເຫຼືອ ແລະ ວັດຖຸສິ່ງຂອງອື່ນໆ ເພື່ອແກ້ໄຂຄວາມຈຳເປັນຂອງຄອບຄົວຜູ້ປະສົບໄພໃນເບື້ອງຕົ້ນ.