ສະຫາຍ ສອນໄຊ ສິດພະໄຊ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະພັກ ແລະ ຮັກສາການຜູ້ວ່າການ ທຫລ ຄົນໃໝ່


ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດຕັ້ງພິທີມອບ-ຮັບເລຂາຄະນະພັກ ທຫລ ແລະຜູ້ວ່າການ ທຫລ ລະຫວ່າງ ສະ ຫາຍ ສົມພາວ ໄຟສິດ ກໍາມະການສູນກາງພັກ, ເລຂາຄະນະພັກ ທຫລ, ຜູ້ວ່າການ ທຫລ (ຄົນເກົ່າ) ກັບ ສະຫາຍ ສອນໄຊ ສິດພະໄຊ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະພັກ ທຫລ-ຮັກສາການຜູ້ວ່າການ ທຫລ ຄົນໃໝ່ ເຊິ່ງໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 5 ກັນຍາ 2018 ທີ່ຫ້ອງປະຊຸມ ທຫລ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຈັນສີ ໂພສີຄໍາ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ; ພ້ອມນີ້ ກໍ່ມີບັນດາສະຫາຍຄະນະປະຈໍາພັກ-ຄະນະຜູ້ວ່າການ ທຫລ, ຄະ ນະພັກ, ສະມາຊິກສະພາບໍລິຫານ ທຫລ, ບັນດາຄະນະກົມ/ທຽບເທົ່າກົມ ແລະພາກສ່ວນກ່ຽວຂ້ອງເຂົ້່າຮ່ວມ.
ໃນພິທີຄັ້ງນີ້, ສະຫາຍ ສົມພາວ ໄຟສິດ ເລຂາຄະນະພັກ ທຫລ, ຜູ້ວ່າການ ທຫລ ໄດ້ລາຍງານສະພາບການຊີ້ນໍາ ນໍາພາວຽກງານທະນາຄານໃນໄລຍະຜ່ານມາ ໂດຍມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນໄດ້ເອົາໃຈໃສ່ສຶກສາອົບຮົມ ແລະນໍາພາການເມືອງແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານ ຢ່າງເປັນປົກກະຕິ ແລະດ້ວຍຫຼາຍຮູບການທີ່ເໝາະສົມ ອັນໄດ້ເຮັດໃຫ້ສະພາບແນວຄິດໃນຖັນແຖວສະມາຊິກພັກ-ພະນັກງານ ມີຄວາມສະຫງົບ, ມີຄວາມໜັກແໜ້ນທາງດ້ານການເມືອງ, ມີສະຕິຕໍ່ການຈັດຕັ້ງ ແລະປະຕິບັດວຽກງານດ້ວຍຄວາມຮັບຜິດຊອບສູງ, ໄດ້ຊີ້ນໍາ ນໍາພາການປະຕິບັດວຽກງານວິຊາສະເພາະ ເຊິ່ງສາມາດປະຕິບັດຄາດໝາຍຕົ້ນຕໍທາງດ້ານເງິນຕາ ໄດ້ດີສົມຄວນຄື: ເສດຖະກິດມີການຂະຫຍາຍຢ່າງຕໍ່ເນື່ອງ; ອັດຕາເງິນເຟີ້ສະເລ່ຍ 5 ເດືອນ 2018 ຢູ່ໃນລະດັບ 1,69%; ຄວບຄຸມປະລິມານເງິນ M2 ຂະຫຍາຍຕົວໃນຂອບເຂດທີ່ກໍານົດໄວ້; ການລະດົມທຶນຂອງທະນາຄານທຸລະກິດ ເພີ່ມຂຶ້ນ 11,24% ກວມ 54,16% ຂອງ GDP; ສິນເຊື່ອຂອງທະນາຄານທຸລະກິດ ເພີ່ມຂຶ້ນ 14,49% ກວມ 47,82% ຂອງ GDP; ໜີ້ບໍ່ເກີດດອກອອກຜົນ ກໍ່ຢູ່ໃນແຜນກໍານົດໄວ້; ປັດຈຸບັນທະນາຄານທຸລະກິດ ແລະສະຖາບັນການເງີນ ມີການຂະຫຍາຍຕົວທາງດ້ານປະລິມານ ແລະຄຸນນະພາບ; ລະບົບນິຕິກໍາໃນການຄຸ້ມຄອງມະຫາພາກເງິນຕາ, ໄດ້ຮັບການສ້າງ ແລະປັບປຸງ; ວຽກງານບັນຊີ-ການຊໍາລະໄດ້ມີບາດກ້າວທີ່ຕັ້ງໜ້າ; ວຽກງານຫຼັກຊັບ ແລະວຽກງານຕ້ານການຟອກເງິນໄດ້ຈັດຕັ້ງປະຕິບັດຢ່າງມີຜົນຄືບໜ້າ; ການພົວພັນ ຮ່ວມມືພາກພື້ນ ແລະສາກົນ ໄດ້ຮັບການເສີມຂະຫຍາຍຢ່າງຕັ້ງໜ້າ ເຮັດໃຫ້ບົດບາດຂອງຂະແໜງການທະນາຄານລາວ ໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະສາກົນ.
ຈາກນັ້ນ; ຜູ້ຕາງໜ້າ ຄະນະຈັດຕັ້ງສູນກາງພັກ ກໍ່ໄດ້ຂຶ້ນຜ່ານຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 044/ກມສພ; ລົງວັນທີ 8/8/2018 ວ່າດ້ວຍການຍົກຍ້າຍພະນັກງານການນໍາຂັ້ນສູງໄປຮັບໜ້າທີ່ໃໝ່; ມະຕິຕົກລົງຂອງກົມການເມືອງ ສະ ບັບເລກທີ 045/ກມສພ; ລົງວັນທີ 8/8/2018 ວ່າດ້ວຍການແຕ່ງຕັ້ງເລຂາຄະນະພັກ ທຫລ ແລະດໍາລັດຂອງນາຍົກລັດຖະມົນຕີ ສະ ບັບເລກທີ 276/ນຍ; ລົງວັນທີ 9/8/2018 ວ່າດ້ວຍການແຕ່ງຕັ້ງຮັກສາການຜູ້ວ່າການ ທຫລ; ໃນພິທີດັ່ງກ່າວ, ສະຫາຍ ສົມພາວ ໄຟສິດ ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ; ສະຫາຍ ສອນໄຊ ສິດພະໄຊ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະພັກ-ຮັກສາການຜູ້ວ່າການ ທຫລ ຄົນໃໝ່; ສໍາລັບ ສະຫາຍ ສອນໄຊ ສິດພະໄຊ ແມ່ນມີປະຫວັດການເຄື່ອນໄຫວວຽກງານຢູ່ໃນຂະແໜງການທະນາຄານມາເປັນເວລາຍາວນານ; ກ່ອນໜ້ານີ້ ສະຫາຍເປັນຜູ້ອໍານວຍການທະນາຄານຮ່ວມທຸລະກິດ ລາວ-ຫວຽດ, ເປັນຜູ້ອໍານວຍການທະນາຄານການຄ້າຕ່າງປະເທດລາວ; ຈາກນັ້ນ ສະຫາຍໄດ້ຮັບໜ້າທີ່ເປັນຮອງຜູ້ວ່າການ ທຫລ; ໃນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ສະຫາຍໄດ້ຮັບການເລືອກຕັ້ງເປັນກໍາມະການສໍາຮອງສູນກາງພັກ.
ໃນໂອກາດນີ້; ສະຫາຍ ຈັນສີ ໂພສີຄໍາ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຕີລາຄາສູງຕໍ່ການຊີ້ນໍາ-ນໍາພາຂອງສະຫາຍ ສົມພາວ ໄຟສິດ ພ້ອມໝູ່ຄະນະທີ່ໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ການເມືອງຂອງຕົນຢ່າງຜົນສໍາເລັດໃນຫຼາຍດ້ານ; ພ້ອມນີ້ ສະຫາຍຫົວໜ້າຄະນະຈັດຕັ້ງສູນກາງພັກ ຍັງມີຄໍາເຫັນວ່າ: ການຍົກຍ້າຍ ແລະການແຕ່ງຕັ້ງການນໍາລະດັບສູງຂອງທະນາຄານໃນຄັ້ງນີ້ ແມ່ນເປັນໄປປົກກະຕິຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່; ແລະສະຫາຍ ຍັງຮຽກຮ້ອງໃຫ້ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ ແລະປັບປຸງແກ້ໄຂວຽກງານຕ່າງໆໃຫ້ມີຜົນສໍາເລັດເປັນຢ່າງດີ.
# ຂ່າວ-ພາບ: ຣັດສະໝີ ດວງສັດຈະ