ອະນາໄມໂລກເຕືອນປະຊາກອນໂລກ 1.400 ລ້ານຄົນ ສ່ຽງເປັນພະຍາດຮ້າຍ ເພາະບໍ່ອອກກຳລັງກາຍ


ອົງການອະນາໄມໂລກສຶກສາພົບວ່າ: ປະຊາກອນໃນໄວຜູ້ໃຫຍ່ຫລາຍກວ່າ 1.400 ລ້ານຄົນທົ່ວໂລກ ກຳລັງສ່ຽງຕໍ່ພະຍາດຮ້າຍ ເພາະບໍ່ຄ່ອຍອອກກຳລັງກາຍ.
ຜົນການສຶກສາຂອງອົງການອະນາໄມໂລກຈາກການບັນທຶກກິດຈະກຳຂອງປະຊາກອນຈຳນວນ 1.900 ລ້ານຄົນ ໃນ 168 ປະເທດທົ່ວໂລກ ລະຫວ່າງປີ 2016 ພົບວ່າ: ປະຊາຊົນໃນປະເທດຮັ່ງມີມີການເປັນຢູ່ທີ່ສະດວກສະບາຍຂຶ້ນ ແລະ ໃຊ້ຊີວິດແບບນັ່ງໆນອນໆ, ໜຶ່ງໃນສາມຂອງຜູ້ຍິງ ແລະ ໜຶ່ງໃນສີ່ຂອງຜູ້ຊາຍທົ່ວໂລກຕົກຢູ່ໃນສະພາບສ່ຽງອັນຕະລາຍຈາກພະຍາດຮ້າຍແຮງເຊັ່ນ: ຫົວໃຈ, ເບົາຫວານ ແລະ ມະເຮັງ ຖ້າຍັງບໍ່ອອກກຳລັງກາຍ. ຈາກການສຶກສາເລື່ອງການອອກກຳລັງກາຍຂອງວາລະສານແລນເຊດ ໂກລບອນເຮລ ພົບວ່າ: ການອອກກຳລັງກາຍທີ່ບໍ່ພຽງພໍນຳໄປສູ່ຄວາມສ່ຽງຂອງການເກີດພະຍາດຮ້າຍຕ່າງໆ ທັງຍັງມີຜົນເສຍຕໍ່ສຸຂະພາບຈິດ ແລະ ຄຸນນະພາບຊີວິດນຳອີກ. ອົງການອະນາໄມໂລກ ແນະນຳປະຊາກອນໃນໄວຜູ້ໃຫຍ່ໃຫ້ອອກກຳລັງກາຍຢ່າງເໝາະສົມເປັນເວລາຢ່າງໜ້ອຍອາທິດລະ 150 ນາທີເຊັ່ນ: ຍ່າງ, ລອຍນ້ຳ ຫລື ຂີ່ລົດຖີບ ຫລື ອອກກຳລັງກາຍຢ່າງໜັກເປັນເວລາ 75 ນາທີເຊັ່ນ: ການແລ່ນ ຫລື ກິລາປະເພດທີມ. ຈາກການສຶກສາຫລາຍປະເທດທົ່ວໂລກພົບວ່າ: ໃນ 4 ແຫ່ງ ໄດ້ແກ່ ກູເວດ, ອາເມລິກາຊາມົວ, ຊາອຸດິອາຣະບີ ແລະ ອີຣັກ ມີຜູ້ໃຫຍ່ກວ່າເຄິ່ງທີ່ຈັດຢູ່ໃນຂັ້ນບໍ່ຄ່ອຍອອກກຳລັງກາຍ. ນອກຈາກນີ້ ຍັງພົບວ່າ: ເຕັກໂນໂລຊີສະໄໝໃໝ່ເຮັດໃຫ້ຄົນໃຊ້ຊີວິດສະດວກສະບາຍຂຶ້ນ ແລະ ມີກິດຈະກຳໜ້ອຍລົງເຊັ່ນ: ການໃຊ້ລິບແທນການຂັ້ນຂັນໄດ ແລະ ເດີນທາງໂດຍລົດຍົນ, ສ່ວນຜູ້ຍິງຫລາຍຄົນຕ້ອງເບິ່ງແຍງເຮືອນ ແລະ ລ້ຽງລູກຈົນບໍ່ມີເວລາອອກກຳລັງກາຍ.