7 ວິທີງ່າຍໆຮັບມືກັບຄວາມກົດດັນໃນຊີວິດ

- 040509 2018 - 7 ວິທີງ່າຍໆຮັບມືກັບຄວາມກົດດັນໃນຊີວິດ
- kitchen vibe - 7 ວິທີງ່າຍໆຮັບມືກັບຄວາມກົດດັນໃນຊີວິດ

     ຄວາມກົດດັນ ສ່ວນຫລາຍແລ້ວອາດຈະບໍ່ໄດ້ມາຈາກຄົນອື່ນ ແຕ່ມັນມັກຈະເກີດຂຶ້ນຍ້ອນໂຕທ່ານເອງ ຍ້ອນພາລະໜ້າທີ່, ບົດ ບາດຂອງສັງຄົມຕ່າງໆ ເຮັດໃຫ້ທ່ານຕ້ອງກັງວົນ ແລະ ຢ້ານວ່າຈະເຮັດໜ້າທີ່ອອກມາໄດ້ບໍ່ດີ ຫລື ບໍ່ສຳເລັດ, ຕ້ອງເປັນລູກທີ່ດີຂອງພໍ່ແມ່, ເປັນເອື້ອຍທີ່ຕ້ອງເບິ່ງແຍງນ້ອງໆ, ເປັນເມຍທີ່ໜ້າຮັກ ແລະ ເປັນຫົວໜ້າທີມໃນຫ້ອງການ. ຄວາມຈຳເປັນທຸກຢ່າງທັງເລື່ອງເວລາ, ເງິນ ແລະ ຄວາມຮັບຜິດຊອບທີ່ຕ້ອງມີຫລາຍຂຶ້ນທຸກມື້ ອາດຈະເຮັດໃຫ້ທ່ານກົດດັນໂຕເອງຈົນບໍ່ຮູ້ໂຕ, ແຕ່ມື້ນີ້ພວກເຮົາມີວິທີດີໆມາແນະນຳທ່ານເພື່ອຮັບມືກັບມັນ ແລະ ກ້າວໄປຂ້າງໜ້າໄດ້ຢ່າງໝັ້ນໃຈ.

  1. ຮູ້ໂຕເອງເມື່ອຮູ້ສຶກກົດດັນ : ເຮັດວຽກຫລາຍໆແລ້ວຮູ້ສຶກກະວົນກະວາຍໃຈ, ຫາຍໃຈໄວ, ວິນຫົວ, ຫົວຮ້ອນ ແລະ ລະເບີດອາລົມ ຫລາຍຄົນມັກຈະຮູ້ສຶກກົດດັນໂດຍບໍ່ຮູ້ໂຕ, ແຕ່ຈົ່ງຮູ້ໄວ້ວ່າຖ້າທ່ານເກີດອາການເຫລົ່ານີ້ຂຶ້ນເມື່ອໃດ ທ່ານກໍຕົກຢູ່ໃນຄວາມກັດດັນແລ້ວ ຖ້າບໍ່ຟ້າວແກ້ໄຂອາດຈະສົ່ງຜົນເສຍຕໍ່ໂຕທ່ານ ເຊັ່ນ : ເຈັບປ່ວຍ, ປວດເມື່ອຍ, ຖ່າຍຍາກ, ເຮັດວຽກໄດ້ບໍ່ເຕັມທີ່, ກິນຫລາຍ ຫລື ໜ້ອຍເກີນໄປ, ຄວາມຕ້ອງການທາງເພດຫລຸດລົງ ເປັນຕົ້ນ.
  2. ຮູ້ທີ່ມາຂອງຄວາມກົດດັນ : ເມື່ອຮູ້ແລ້ວວ່າໂຕເອງຮູ້ສຶກກົດດັນ ຕໍ່ມາຄືຕ້ອງລະບຸໃຫ້ໄດ້ວ່າທີ່ມາຂອງຄວາມກັດດັນນີ້ມັນແມ່ນຫຍັງ ເພາະເມື່ອຮູ້ແລ້ວເຮົາອາດຈະປ່ຽນແປງສິ່ງເຫລົ່ານີ້ໃຫ້ກາຍເປັນແງ່ບວກໄດ້. ຕົ້ນເຫດອາດຈະເປັນວຽກຂອງທ່ານທີ່ຫາກໍສົ່ງຫົວໜ້າໄປ ແຕ່ກໍຖືກສົ່ງຄືນມາໃຫ້ແກ້ຢູ່ຫລາຍຈຸດ ຫລື ອາດຈະເກີດຈາກໂຕທ່ານເອງທີ່ຢາກເປັນຄົນທີ່ສົມບູນແບບ ບໍ່ຍອມໃຫ້ເກີດແມ່ນແຕ່ເລື້ອງເລັກນ້ອຍທີ່ຜິດພາດ.
  3. ຫາວິທີທີ່ແກ້ໄຂບັນຫາໃນສິ່ງທີ່ທ່ານຄວບຄຸມໄດ້ : ທ່ານຕ້ອງແຍກໃຫ້ອອກວ່າບັນຫາໃດສາມາດແກ້ໄຂໄດ້ ແລະ ບັນຫາໃດບໍ່ສາມາດແກ້ໄຂໄດ້ ແລະ ໃຫ້ເລີ່ມຈົດລາຍການບັນຫາທີ່ໂຕທ່ານສາມາດແກ້ໄຂໄດ້ ແລະ ຈັດການກັບມັນ ໂດຍການສ້າງໂຕເລືອກທີ່ໃຊ້ໃນການແກ້ໄຂບັນຫາແຕ່ລະຢ່າງ, ວາງແຜນຢ່າງຮອບຄອບ ແລະ ປະເມີນໂຕເອງວ່າທ່ານພໍໃຈກັບມັນຫລືບໍ່ ຖ້າບໍ່ພໍໃຈ ກໍກັບໄປຫາໂຕເລືອກ ແລະ ວາງແຜນໃຫ້ດີອີກເທື່ອໜຶ່ງ.
  4. ຈັດລຳດັບຄວາມສຳຄັນຂອງວຽກ : ຫລາຍຄົນມັກຄິດວ່າ ຍິ່ງເຮັດວຽກໃຫ້ໄດ້ຫລາຍເທົ່າໃດກໍຍິ່ງດີ ແຕ່ນັ້ນກໍຈະຍິ່ງເຮັດໃຫ້ທ່ານຮູ້ສຶກກົດດັນໄດ້ງ່າຍໆ ວິທີການຈັດການກັບໂຕທ່ານເອງທີ່ງ່າຍໆກໍແມ່ນຕ້ອງລຽງລຳດັບຄວາມສຳຄັນຂອງວຽກ ຫລື ກິດຈະກຳຕ່າງໆວ່າຄວນຈະເຮັດອັນໃດໃຫ້ແລ້ວກ່ອນ – ລຸນ ແລະ ຍ່ອຍອອກມາເປັນຂັ້ນຕອນນ້ອຍໆ ນອກຈາກຈະຊ່ວຍເຮັດໃຫ້ເປັນລະບຽບຫລາຍຂຶ້ນແລ້ວ ກໍຍັງຊ່ວຍໃຫ້ເຮົາບໍ່ເຮັດວຽກໜັກເກີນໄປນຳອີກ.
  5. ຝຶກມອບໝາຍວຽກໃຫ້ຄົນອື່ນ : ຄົນທີ່ກົດດັນໄດ້ງ່າຍມັກຈະເປັນຄົນທີ່ມັກຄວາມສົມບູນແບບ ແລະ ຈະເອົາວຽກທຸກຢ່າງມາກອງໄວ້ເທິງຫົວໂຕເອງ, ພະຍາຍາມຄວບຄຸມທຸກຢ່າງ, ລອງມອບວຽກນ້ອຍໆໃນຕາຕະລາງຂອງທ່ານໃຫ້ຄົນທີ່ພ້ອມ ໂດຍບອກລາຍລະອຽດຕາມທີ່ທ່ານຕ້ອງການຢ່າງຈະແຈ້ງ. ການມອບໝາຍວຽກໃຫ້ຄົນອື່ນ ເຮັດໃຫ້ທ່ານສາມາດເຮັດວຽກໄດ້ຢ່າງດີ ເຖິງຈະຢູ່ໃນສະພາບທີ່ມີຄວາມເຄັ່ງຄຽດສູງ ໂດຍບໍ່ເສຍມາດຕະຖານຂອງໂຕເອງນຳ.
  6. ລອງເວົ້າຄຳວ່າ ບໍ່ແດ່ : ຊີວິດບາງຄົນຂຶ້ນຢູ່ກັບຄວາມເກງໃຈຄົນອື່ນຫລາຍເກີນໄປ ຈົນໂຕເອງກໍເກືອບຈະບໍ່ໄຫວແລ້ວ, ປະຕິເສດໃຜບໍ່ເປັນຈົນຕິດເປັນນິໄສ ເຮັດໃຫ້ໂຕເອງເກີດຄວາມກົດດັນຂຶ້ນໂດຍບໍ່ຮູ້ໂຕ ເຮົາຈຶ່ງຢາກໃຫ້ທ່ານລອງປະຕິເສດຄົນອື່ນເບິ່ງ ທ່ານອາດຈະຄິດວ່າການເວົ້າຄຳວ່າ ບໍ່ ຈະເປັນການຕັດໂອກາດຕ່າງໆ ຫລື ອະນາຄົດອອກຈາກຊີວິດທ່ານ, ແຕ່ຄວາມຈິງແລ້ວການປະຕິເສດຈະເປັນໂຕຊ່ວຍສຳຄັນໃນການຈັດລຳດັບຄວາມສຳຄັນຂອງໂອກາດເພື່ອໃຫ້ທ່ານໄດ້ໃຊ້ເວລາ ແລະ ທັກສະຂອງທ່ານໄປຢ່າງມີປະສິດທິພາບ. ວິທີການກໍຄືໃຫ້ລອງຖາມໂຕເອງວ່າ ຂ້ອຍຢາກເຮັດມັນແທ້ໆຫລືບໍ່, ມັນສຳຄັນກັບເປົ້າໝາຍຂອງຂ້ອຍຫລືບໍ່ຂ້ອຍເວົ້າຄຳວ່າ ໄດ້ ຍ້ອນຮູ້ສຶກຜິດ ຫລື ເປັນຍ້ອນໜ້າທີ່ຫລືບໍ່ ? ລອງຕອບຄຳຖາມຂອງໂຕເອງ ແລະ ລອງເວົ້າວ່າ ບໍ່ ເພີ່ມຂຶ້ນ.
  7. ຢຸດວິພາກວິຈານ ແລະ ຍອກຍ້ອນໂຕເອງ : ການເວົ້າບໍ່ດີ ກັບໂຕເອງອາດນຳໄປສູ່ຄວາມຄຽດ ແລະ ກາຍເປັນຄວາມຜິດ ຫວັງໃນທີ່ສຸດ, ຢຸດສຽງໃນຫົວນັ້ນໄວ້ ແລະ ປ່ຽນມັນໃຫ້ກາຍເປັນພ ລັງບວກດີກ່ວາ ໂດຍໃຫ້ຈົດໄວ້ແຕ່ລະມື້ ທ່ານວິຈານໂຕເອງວ່າຫຍັງແດ່ ເຊັ່ນ : ຂ້ອຍມັນບໍ່ດີທີ່ເຮັດເລື່ອງນີ້ບໍ່ໄດ້ ແລ້ວຍ້ອນຫຍັງທ່ານຈຶ່ງຄິດແບບນັ້ນ. ຈາກນັ້ນ ລອງຄິດວ່າຖ້າໝູ່ມາຂໍຄວາມຄິດເຫັນຈາກທ່ານໃນແບບດຽວກັນ ທ່ານຈະແນະນຳເຂົາແນວໃດ, ທ່ານຈະແກ້ໄຂໃນສິ່ງທີ່ເຂົາຄິດບໍ່ ຫລື ຈະບອກຈຸດແຂງໃນໂຕເຂົາໃຫ້ເຂົາໄດ້ຮູ້ໂຕ ລອງຝຶກແບບນີ້ກັບໂຕເອງກໍຈະຊ່ວຍໄດ້ຫລາຍ.
- 5 - 7 ວິທີງ່າຍໆຮັບມືກັບຄວາມກົດດັນໃນຊີວິດ
- Visit Laos Visit SALANA BOUTIQUE HOTEL - 7 ວິທີງ່າຍໆຮັບມືກັບຄວາມກົດດັນໃນຊີວິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!