ການປູກເຂົ້ານາປີທົ່ວປະເທດບັນລຸໄດ້ 96% ຂອງຕົວເລກແຜນການ


ກະຊວງກະສິກໍາ ແລະ ປ່າໄມ້ໃຫ້ຮູ້ວ່າ: ຂະບວນການປັກດໍາເຂົ້ານາປີຂອງຊາວກະສິກອນໃນທົ່ວປະເທດມາຮອດປັດຈຸບັນ ບັນລຸໄດ້ແລ້ວ 784.332 ກວ່າເຮັກຕາ ເທົ່າກັບ 96% ຂອງເນື້ອທີ່ແຜນການວາງໄວ້ ແລະ ເຫັນວ່າເນື້ອທີ່ນາດັ່ງກ່າວປະມານ 110.000 ເຮັກຕາໄດ້ຮັບຜົນກະທົບຈາກໄພທໍາມະຊາດ, ໃນນັ້ນ, 1 ແສນເຮັກຕາຖືກນໍ້າຖ້ວມ, ຫຼາຍກວ່າ 600 ເຮັກຕາຖືກ ສັດຕູພືດທໍາລາຍ ແລະ 590 ກວ່າເຮັກຕາຖືກດິນເຈື່ອນທັບຖົມ) ຄາດຄະເນຜົນເສຍຫາຍ ປະມານ 70.700 ກວ່າເຮັກຕາ. ສໍາລັບການປູກພືດອື່ນໆ ມາຮອດປັດຈຸບັນປູກໄດ້ແລ້ວ 234.200 ເຮັກຕາ ເທົ່າກັບ 31% ຂອງແຜນການ.
ຂ່າວໃຫ້ຮູ້ອີກວ່າ: ໜຶ່ງອາທິດຜ່ານມາ ເຈົ້າໜ້າທີ່ປ່າໄມ້ສາມາດຢຶດໄມ້ຈາກຜູ້ກະທໍາຜິດ ຢູ່ແຂວງຫົວພັນ ໄດ້ທັງໝົດ 334 ໂຕ, ມີບໍລິມາດຫຼາຍກວ່າ 7 ແມັດກ້ອນ ແລະ ຢຶດສັດປ່າປະເພດຫວງຫ້າມ ລວມມີນໍ້າໜັກ 48 ກິໂລ ແລະ ເຄື່ອງປ່າຂອງດົງ 19.800 ໂຕນ, ສ່ວນຜູ້ກະທໍາຜິດ ໄດ້ນໍາໄປສຶກສາອົບຮົມ ແລະ ປັບໃໝຕາມລະບຽບກົດໝາຍ.