ຈັດລຳດັບປະເທດທີ່ໃຫ້ບໍລິການ wifi ສາທາລະນະ ທີ່ໄວ ແລະ ດີທີ່ສຸດ

- singapore 1 - ຈັດລຳດັບປະເທດທີ່ໃຫ້ບໍລິການ wifi ສາທາລະນະ ທີ່ໄວ ແລະ ດີທີ່ສຸດ
- kitchen vibe - ຈັດລຳດັບປະເທດທີ່ໃຫ້ບໍລິການ wifi ສາທາລະນະ ທີ່ໄວ ແລະ ດີທີ່ສຸດ

ການເພີ່ມອິນເຕີນເນັດໃຫ້ມີຄວາມໄວສູງ ເພື່ອຮັບໃຊ້ປະຊາຊົນ ຫ້ອງການ ຕ່າງໆ ນັ້ນຍັງເປັນເປົ້າຫມາຍຂອງທຸກປະເທດ. ຊຶ່ງການເປີດບໍລິການວາຍຟາຍ ໃຫ້ແກ່ສາທາລະນະ ກໍ່ເປັນສິ່ງຫນຶ່ງທ້າທ້າຍຄືກັນ. ໃນໄລຍະຫລາຍປີຜ່ານມາການແຂ່ງຂັນພັດທະນາເລື່ອງວາຍຟາຍ ໃນປະເທດພັດທະນານັ້ນ ສ່ວນຫລາຍແມ່ນເນັ້ນໃສ່ຈຸດທີ່ສຳຄັນຄື: ສະຖານນີໂດຍສານຕ່າງໆ , ສະຖານທີ່ທ່ອງທ່ຽວ … ຊຶ່ງລ້ວນແລ້ວແຕ່ເປັນສິ່ງອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ, ນັກທຸລະກິດ ເຮັດໃຫ້ສາມາດເຂົ້າເຖີງຂໍ້ມູນໄດ້ງ່າຍແລະວ່ອງໄວ. ໃນປະຈຸບັນນີ້ຈຸດທີ່ບໍລິການວາຍຟາຍສາທາລະນະແມ່ນປະມານ 1ລ້ານກວ່າຈຸດໃນທົ່ວໂລກ ແລະ ຄິດວ່າພາຍໃນປີ 2018 ຈະຂະຫຍາຍເປັນ 8 ເທື່ອ.

ສິ່ງທີ່ຫນ້າແປກໃຈກໍ່ຄືປະເທດອາເມລິກາແມ່ນບໍ່ຢູ່ໃນຕົ້ນຂອງຕາຕະລາງຈັດລຳດັບວາຍຟາຍສາທາ ທີ່ດີທີ່ສຸດ. ຂ້າງລຸ່ມນີແມ່ນການຈັດລຳດັບປະເທດທີ່ມີວາຍຟາຍ ສາທາລະນະ ທີ່ດີ ແລະ ໄວທີ່ສຸດ

- Visit Laos Visit SALANA BOUTIQUE HOTEL - ຈັດລຳດັບປະເທດທີ່ໃຫ້ບໍລິການ wifi ສາທາລະນະ ທີ່ໄວ ແລະ ດີທີ່ສຸດ

1. Lithuania

ເປັນປະເທດຂ້ອນຂ້າງບໍ່ໃຫຍ່ ໃນທະວິບເອີຣົບ. ແຕ່ເປັນເທດອັນດັບ 1ໃນການໃຫ້ບໍລິການວາຍຟາຍໃນທີ່ສາທາລະນະ ເຊີ່ງມີຄວາມໄວ Download ແມ່ນ 16Mbps ແລະ ດ້ວຍສາເຫດນີ້ໄດ້ດຶງດູດນັກລົງທຶນຕ່າງປະເທດຈຳນວນຫລາຍ.

- vilnius1 - ຈັດລຳດັບປະເທດທີ່ໃຫ້ບໍລິການ wifi ສາທາລະນະ ທີ່ໄວ ແລະ ດີທີ່ສຸດ

 

2. Singapore

Singapore ສົ່ງເສີມການໃຊ້ອິນເຕີເນັດພາຍໃນປະເທດຢ່າງຕໍ່ເນື່ອງ. ການທີ່ມີອິນເຕີເນັດສາທະລະນະທີ່ມີຄວາມໄວສູງ ແລະ ສາມາດເຂົ້າໄດ້ເກືອບທຸກທີ່ຂອງປະເທດນັ້ນ ເຮັດໃຫ້ຕ່າງປະເທດເຊື່ອຖືວ່າ ເປັນສູນກາງທາງການເງິນ, ເທັກໂນໂລຊີ ໃນພູມມິພາກ. ໃນປີຜ່ານມາລັດຖະບານ Singapore ປະກາດຈະເພີ່ມຄວາມໄວຂຶ້ນ ແລະ ຈະເພີ່ມຈຸດບໍລິການອິນເຕີເນັດສະທາລະນະໃຫ້ໄດ້ 20,000 ຈຸດ ທົ່ວປະເທດໃນປີ 2018.

- singapore 1 1024x683 - ຈັດລຳດັບປະເທດທີ່ໃຫ້ບໍລິການ wifi ສາທາລະນະ ທີ່ໄວ ແລະ ດີທີ່ສຸດ

3. Switzerland

Switzerland ເປັນປະເທດທີ່ມີຄວາມສວຍສົດງົດງາມໃນທຳມະຊາດໃນອັນດັບຕົ້ນໆຂອງທະວີບ ເອີຣົບ ແຕ່ບໍ່ພຽງເທົ່ານັ້ນ ທາງລັດທະບານກໍຍັງໄດ້ເອົາໃຈໃສ່ໃນເລື່ອງການໃຫ້ບໍລິການ ວາຍຟາຍໃນສາທະລະນະອີກດ້ວຍ. ເຊິ່ງເຮັດໃຫ້ປະເທດນີ້ຈັດຢູ່ໃນອັນດັບ 3

- lets travel to switzerland with frederic huber 6 1024x576 - ຈັດລຳດັບປະເທດທີ່ໃຫ້ບໍລິການ wifi ສາທາລະນະ ທີ່ໄວ ແລະ ດີທີ່ສຸດ

4. Denmark

Denmark ກຳລັງສຸມໃສ່ພັດທະນາວາຍຟາຍສາທະລະນະ ໂດຍສະເພາະ ເມືອງ Copenhagen ທີ່ໄດ້ຈັບມືກັບບໍລິສັດຍັກໃຫຍ່ດ້ານເຄືອຂ່າຍ Cisco. ນີ້ເປັນບາດກ້າວແລກໃນການພັດທະນາຕົວເມືອງ ທີ່ມີໂຄງການຊື່ວ່າເມືອງແຫ່ງທັນສະໃຫມ.

- denmark 1024x711 - ຈັດລຳດັບປະເທດທີ່ໃຫ້ບໍລິການ wifi ສາທາລະນະ ທີ່ໄວ ແລະ ດີທີ່ສຸດ

5. England

ຈັດຢູ່ໃນອັນດັບທີ 5 ເຮັດໃຫ້ລັດຖະບານ England ຂ້ອນຂ້າງບໍ່ພໍໃຈກັບຕຳແຫນ່ງນີ້. ພວກເຂົາໄດ້ປັບໂຄງສ້າງໃຫມ່ຂອງການເຊື່ອມຕໍ່ ເພື່ອຕ້ອງການເປັນສູນກາງທາງການເງິນຂອງເອີຣົບ. ທາງລັດຖະບານໄດ້ຮ່ວມມືກັບຫລາຍບໍລິສັດເຄືອຂ່າຍເພື່ອປັບປຸງອິນເຕີເນັດສາທາລະນະໃຫ້ໄວ ແລະ ງ່າຍຂຶ້ນກວ່າເກົ່າ.

- england - ຈັດລຳດັບປະເທດທີ່ໃຫ້ບໍລິການ wifi ສາທາລະນະ ທີ່ໄວ ແລະ ດີທີ່ສຸດ

- 20170419 093856 06e6b5a4d7fef5907b168713496dea7e 746x700 - ຈັດລຳດັບປະເທດທີ່ໃຫ້ບໍລິການ wifi ສາທາລະນະ ທີ່ໄວ ແລະ ດີທີ່ສຸດ
ສະເລ່ຍຄວາມໄວຂອງແຕ່ລະປະເທດ
- 20170419 094034 internet 510x658 - ຈັດລຳດັບປະເທດທີ່ໃຫ້ບໍລິການ wifi ສາທາລະນະ ທີ່ໄວ ແລະ ດີທີ່ສຸດ
- 20170419 094008 171060ecfb52d708075732768a79480d 738x695 - ຈັດລຳດັບປະເທດທີ່ໃຫ້ບໍລິການ wifi ສາທາລະນະ ທີ່ໄວ ແລະ ດີທີ່ສຸດ

- 3 - ຈັດລຳດັບປະເທດທີ່ໃຫ້ບໍລິການ wifi ສາທາລະນະ ທີ່ໄວ ແລະ ດີທີ່ສຸດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!