ຜູ້ນຳອາກຊັງຕິນປະກາດ ມາດຕະການຮັດສາຍແອວສະບັບໃໝ່


ປະທານາທິບໍດີ ເມົາຣິຊິໂອ ມາກຣີ ຂອງອາກຊັງຕິນ ຖະແຫລງວ່າ: ທ່ານໄດ້ຫລຸດເຈົ້າໜ້າທີ່ໃນລັດຖະບານລົງເຄິ່ງໜຶ່ງ, ຮື້ຟື້ນການຈັດເກັບພາສີສິນຄ້າສົ່ງອອກປະເພດເຂົ້າ ແລະ ທັນຍາພືດຕາມມາດຕະການຮັດສາຍແອວສະບັບໃໝ່ ເພື່ອສົ່ງເສີມສະຖຽນລະພາບທາງເສດຖະກິດຂອງປະເທດ.
ປະທານາທິບໍດີຈາກພັກສາຍກາງຂວາ ກ່າວຍອມຮັບລະຫວ່າງການປາໄສກັບປະຊາຊົນທົ່ວປະເທດ ທາງສະຖານີໂທລະພາບໃນອາກຊັງຕິນວ່າ: ອາກຊັງຕິນກຳລັງປະສົບສະພາບສຸກເສີນຈາກຄ່າເງິນເປໂຊຫລຸດລົງກວ່າເຄິ່ງເມື່ອທຽບໃສ່ໂດລາສະຫະລັດໃນປີນີ້. ດັ່ງນັ້ນ ທຸກຝ່າຍຕ້ອງຊ່ວຍກັນຮັບມືກັບບັນຫາຕ່າງໆ ທັງຕ້ອງບໍ່ໃຊ້ຈ່າຍເງິນເກີນຕົວ ແລະ ຊ່ວຍກັນປະຢັດ. ນອກຈາກນີ້ ທ່ານ ມາກຣີ ຍັງສັນຍາວ່າ: ຈະຫລຸດຈຳນວນເຈົ້າໜ້າທີ່ປະຈຳກະຊວງຕ່າງໆລົງຈາກ 22 ຄົນເຫລືອ 10 ຄົນ ເພື່ອພະຍາຍາມປະຢັດເງິນຂອງລັດ ລວມທັງຫລຸດຈຳນວນລັດຖະມົນຕີລົງນຳອີກ. ເຖິງຢ່າງໃດກໍຕາມ ຄຳຖະແຫລງດັ່ງກ່າວຍັງບໍ່ມີຜົນຕໍ່ຕະຫລາດການເງິນໃນທັນທີ, ຫລັງຈາກຄ່າເງິນເປໂຊອາກຊັງຕິນຫລຸດລົງມາຢູ່ 39,04 ເປໂຊຕໍ່ໂດລາສະຫະລັດ.