5 ເຄັດລັບໃນການເປັນສຸດຍອດນັກເຈລະຈາຕໍ່ລອງ

- 020409 2018 - 5 ເຄັດລັບໃນການເປັນສຸດຍອດນັກເຈລະຈາຕໍ່ລອງ
- kitchen vibe - 5 ເຄັດລັບໃນການເປັນສຸດຍອດນັກເຈລະຈາຕໍ່ລອງ

ປີກາຍນີ້ທາງສະພາເສດຖະກິດ(World Economic Fo rum) ຊີ້ວ່າ : ພາຍໃນປິ 2020 ທັກສະໃນການເຈລະຈາຕໍ່ລອງຈະກາຍເປັນ 1 ໃນ 10 ຂອງສຸດຍອດທັກສະທີ່ຈະຊ່ວຍນຳພາທ່ານໄປສູ່ຄວາມສຳເລັດໃນໜ້າທີ່ວຽກງານໄດ້.

ຕໍ່ໄປນີ້ແມ່ນ 5 ກົນລະຍຸດສຳຄັນທີ່ຍອດນັກເຈລະຈາຕໍ່ລອງທຸກຄົນຮູ້ຈັກເປັນຢ່າງດີ :

- Visit Laos Visit SALANA BOUTIQUE HOTEL - 5 ເຄັດລັບໃນການເປັນສຸດຍອດນັກເຈລະຈາຕໍ່ລອງ
  1. ຈື່ໄວ້ສະເໝີວ່າມູນຄ່າຂອງການຕັ້ງຄຳຖາມນັ້ນຍ່ອມກຸ້ມຄ່າກ່ວາການບໍ່ເວົ້າຫຍັງເລີຍ : ການສົນທະນາຕໍ່ລອງກັບຄົນທີ່ເໜືອກ່ວາອາດເຮັດໃຫ້ທ່ານວິຕົກກັງວົນ, ແຕ່ຜົນທ່ີໄດ້ມັກຈະກຸ້ມຄ່າສະ ເໝີ ດັ່ງຄຳກ່າວອັນໂດ່ງດັງຂອງ Wayn Gretzky ທີ່ວ່າ : ຫາກທ່ານບໍ່ຍອມເວົ້າ ທ່ານກໍໄດ້ສູນເສຍໂອກາດທີ່ມີໄປໝົດແລ້ວ ເພາະວ່າຫາກທ່ານບໍ່ອອກປາກເຈລະຈາເພື່ອປະໂຫຍດຂອງຕົນເອງ ບໍ່ວ່າຈະເລື່ອງຂອງການຂໍຂຶ້ນເງິນເດືອນ, ເພີ່ມມື້ພັກ ຫລື ວຽກທີ່ດີຂຶ້ນກ່ວາເກົ່າ ກໍຄົງບໍ່ມີໃຜມາຖາມແທນທ່ານໄດ້ ເພາະສະນັ້ນ ຈົ່ງເວົ້າຄວາມຕ້ອງການຂອງໂຕເອງອອກໄປເລີຍ.
  2. ຈົ່ງສ້າງຂໍ້ສະເໜີທີ່ອີກຝ່າຍສາມາດຍອມຮັບໄດ້ : ເວົ້າງ່າຍໆກໍຄື ຈົ່ງມີເຫດຜົນ ເຖິງວ່າການຂໍຫລາຍກ່ວາທີ່ຄາດຫວັງຈະເປັນເລື່ອງສະຫລາດ, ແຕ່ກໍຢ່າຂໍຫຍັງທີ່ຫລາຍເກີນຈິງ ອາດຂໍພຽງເງິນເດືອນພາຍໃນວົງເງິນທີ່ບໍລິສັດສາມາດໃຫ້ໄດ້, ຂໍມື້ພັກຜ່ອນໃນປະລິມານພໍດີ, ແຕ່ຢ່າໃຫ້ເຖິງຂັ້ນລາພັກວຽກໄປທ່ອງທ່ຽວເປັນເດືອນ. ດັ່ງນັ້ນແລ້ວ ຈົ່ງຄາດຫວັງໄວ້ໃຫ້ສູງ ແຕ່ກໍບໍ່ຄວນເກີນຂອບເຂດຂອງຄວາມເປັນໄປໄດ້.
  3. ຈົ່ງຮູ້ໃຫ້ເລິກກ່ຽວກັບຄຸນສົມບັດຂອງວຽກທີ່ກຳລັງຕ້ອງການ : ການເຈລະຈາຂໍເພີ່ມຜົນຕອບແທນຍ່ອມໝາຍເຖິງພາລະ ວຽກທີ່ຫລາຍຂຶ້ນເປັນເງົາຕາມໂຕ ທ່ານຈຶ່ງຕ້ອງກຽມໂຕໃຫ້ພ້ອມສຳລັບຄວາມຮັບຜິດຊອບໃໝ່ໆທີ່ເຂົ້າມາ ທ່ານຄວນຮູ້ຈັກຂີດຄວາມສາມາດໃນການເຮັດວຽກຂອງໂຕເອງໃຫ້ຄືກັບທີ່ຮູ້ວ່າບໍລິສັດໃຫ້ຫຍັງທ່ານໄດ້ແດ່, ໃຜໆກໍຢາກໄດ້ເງິນເດືອນ ຫລື ຕຳແໜ່ງທີ່ສູງຂຶ້ນຄືກັນ ແຕ່ກໍບໍ່ແມ່ນທຸກຄົນທີ່ຈະມີຄຸນສົມບັດທີ່ດີພໍ ດັ່ງນັ້ນ ຖ້າທ່ານເຮັດໜ້າທີ່ໆໄດ້ຮັບມອບໝາຍໃຫ້ບໍ່ສຳເລັດລຸລ່ວງ ມັນຍ່ອມເປັນການທຳລາຍຄວາມໜ້າເຊື່ອຖືຂອງໂຕເອງລົງ ແລະ ເຮັດໃຫ້ການເຈລະຈາເທື່ອຕໍ່ໆໄປນັ້ນຍາກຍິ່ງຂຶ້ນ.
  4. ຕັ້ງໃຈໃຫ້ເຕັມທີ່ເພື່ອໂຕທ່ານເອງ ແລະ ບັນດາທີມງານ : ການເຈລະຈາຕໍ່ລອງກໍຄືການຕົກລົງຫາສິ່ງທ່ີຕ້ອງການຮ່ວມກັນ, ແຕ່ປັດໄຈໜຶ່ງທີ່ຂາດບໍ່ໄດ້ກໍຄື ອີກຝ່າຍຄວນຈະມີແນວຄິດເປັນໄປໃນທາງດຽວກັນກັບທ່ານນຳ ເປົ້າໝາຍສູງສຸດຂອງທ່ານແມ່ນໝາກຜົນທີ່ດີທີ່ສຸດເທົ່າທີ່ຈະເປັນໄປໄດ້. ທ່ານອາດສ້າງຂໍ້ສະເໜີທີ່ທ່ານຕ້ອງການໄດ້ຫລວງຫລາຍ, ແຕ່ທ່ານກໍຕ້ອງພ້ອມຮັບຟັງຂໍ້ສະເໜີຂອງຜູ້ອື່ນນຳ ເພາະຖ້າອີກຝ່າຍບໍ່ພໍໃຈກັບການເຈລະຈານີ້ຂຶ້ນມາ ອາດກາຍເປັນວ່າພວກເຂົາຈະບໍ່ຍອມເຮັດຂໍ້ຕົກລົງຫຍັງກັບທ່ານເລີຍກໍເປັນໄດ້ ແລະ ເຮັດໃຫ້ທ່ານເສຍໂອກາດເທື່ອນີ້ໄປລ້າໆ.
  5. ທ່ານສາມາດເຈລະຈາຕໍ່ລອງໄດ້ທຸກເລື່ອງ ທັງດ້ານການໃຊ້ຊີວິດ ແລະ ການເຮັດວຽກ : ທ່ານອາດຈະຄິດວ່າການເຈລະຈານັ້ນເປັນທັກສະທີ່ໄດ້ໃຊ້ໃນບ່ອນເຮັດວຽກເທົ່ານັ້ນ, ແຕ່ຄວາມຈິງແລ້ວ ມັນເປັນທັກສະທີ່ທ່ານໄດ້ໃຊ້ມາຕະຫລອດຊີວິດ ນັບແຕ່ນ້ອຍຈົນໃຫຍ່ ໃນຕອນຍັງນ້ອຍ ທ່ານອາດເຄີຍຕໍ່ລອງກັບພໍ່ແມ່ເລື່ອງການຂໍເຂົ້າໜົມຫວານຕື່ມອີກອັນໜຶ່ງ ຫລື ຂໍເວລາເຂົ້ານອນທີ່ຊ້າກ່ວາເກົ່າ 1 ຊົ່ວໂມງ ເມື່ອໃຫຍ່ຂຶ້ນມາ ທ່ານກໍອາດເຄີຍຕໍ່ລອງກັບເພື່ອນຮ່ວມຫໍພັກເລື່ອງກົດການຢູ່ຮ່ວມກັນໃນໄລຍະຮຽນມະຫາວິທະຍາໄລ, ເມື່ອເຖິງເວລາແຕ່ງດອງ ທ່ານກໍຕ້ອງຕໍ່ລອງກັບຜົວ ຫລື ເມຍຂອງຕົນເກືອບຈະທຸກໆເລື່ອງຂອງຊີວິດຄູ່ ຍິ່ງໄປກ່ວານັ້ນ ທ່ານຍັງຈະຕໍ່ລອງກັບລູກໆໃຫ້ເຂົາຍອມໄປໂຮງຮຽນ, ອ່ານໜັງສື ຫລື ເຂົ້ານອນກົງຕາມເວລານຳອີກ ເພາະສະນັ້ນແລ້ວ ຊີວິດຈິງນີ້ເອງທີ່ຈະຊ່ວຍໃຫ້ທ່ານໄດ້ຝຶກຝົນທັກສະການເຈລະຈາຕໍ່ລອງນີ້ໄປໃຊ້ໃນການເຮັດວຽກໄດ້ ບໍ່ແນ່ວ່າ ທ່ານອາດຈະເປັນຜູ້ຊ່ຽວຊານໃນດ້ານການເຈລະຈາຢູ່ແລ້ວ, ແຕ່ທ່ານບໍ່ຮູ້ໂຕກໍເປັນໄດ້.
- 5 - 5 ເຄັດລັບໃນການເປັນສຸດຍອດນັກເຈລະຈາຕໍ່ລອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!