ເອຊຽນເກມຄັ້ງທີ 18 ປິດລົງຢ່າງຈົບງາມ ສປປ ລາວ ຈັດຢູ່ອັນດັບທີ 31

- 40575758 426040901252273 5147127131519582208 n - ເອຊຽນເກມຄັ້ງທີ 18 ປິດລົງຢ່າງຈົບງາມ ສປປ ລາວ ຈັດຢູ່ອັນດັບທີ 31
- kitchen vibe - ເອຊຽນເກມຄັ້ງທີ 18 ປິດລົງຢ່າງຈົບງາມ ສປປ ລາວ ຈັດຢູ່ອັນດັບທີ 31

ມະຫາກຳກິລາເອຊຽນເກມ ຄັ້ງທີ 18 ທີ່ປະເທດອິນໂດເນເຊຍ ໄດ້ປິດລົງຢ່າງເປັນທາງການໃນວັນທີ 2 ກັນຍາຜ່ານມາ ເຊິ່ງມີຕົວແທນ 45 ປະເທດເຂົ້າຮ່ວມ. ຂະນະທີ່ ສປ ຈີນ ຍັງຄອງອັນດັບທີ 1 ຂອງຕາຕະລາງຫລຽນຄະແນນ, ສ່ວນ ສປປ ລາວ ຖືກຈັດຢູ່ອັນດັບທີ 31 ໃນການແຂ່ງຂັນດັ່ງກ່າວ.

ສໍາລັບມະຫາກໍາເອຊຽນເກມຄັ້ງທີ 19 ຈະຈັດຂຶ້ນ ທີ່ນະຄອນຫາງໂຈວ ແຂວງເຈີຈ່ຽງ ສປ ຈີນ ຊຶ່ງເປັນຄັ້ງທີ 3 ທີ່ ສປ ຈີນ ໄດ້ຮັບກຽດເປັນເຈົ້າພາບເອຊຽນເກມຕໍ່ຈາກປີ 1990 ທີ່ປັກກິ່ງ ແລະ ປີ 2010 ທີ່ກວາງໂຈວ.

- Visit Laos Visit SALANA BOUTIQUE HOTEL - ເອຊຽນເກມຄັ້ງທີ 18 ປິດລົງຢ່າງຈົບງາມ ສປປ ລາວ ຈັດຢູ່ອັນດັບທີ 31

ສໍາລັບເຈົ້າຄອງຫລຽນຄໍາແມ່ນ ສປ ຈີນ ໄດ້ 132 ຫລຽນຄຳ 92 ຫລຽນເງິນ 65 ຫລຽນທອງ ລວມ 289 ຫລຽນ, ອັນດັບທີ 2 ຍີ່ປຸ່ນ ໄດ້ 75 ຫລຽນຄຳ, 65 ຫລຽນເງິນ 74 ຫລຽນທອງ 205 ຫລຽນ, ອັນດັບທີ 3 ສາທາລະນະລັດເກົາຫລີ (ສ.ເກົາຫລີ) ໄດ້ 49 ຫລຽນຄຳ 58 ຫລຽນເງິນ 70 ຫລຽນທອງ, ອັນດັບທີ 4 ເປັນຂອງເຈົ້າພາບອິນໂດເນເຊຍ ໄດ້ 31 ຫລຽນຄຳ 24 ຫລຽນເງິນ 43 ຫລຽນທອງ ລວມ 98 ຫລຽນ . ສ່ວນ ສປປ ລາວ ໄດ້ 2 ຫລຽນເງິນ 3 ຫລຽນທອງ ຈາກກິລາປັນຈັກສີລັດ ແລະ ກະຕໍ້ ໄດ້ອັນດັບທີ 31 ຈາກ 45 ປະເທດ.

- 3 - ເອຊຽນເກມຄັ້ງທີ 18 ປິດລົງຢ່າງຈົບງາມ ສປປ ລາວ ຈັດຢູ່ອັນດັບທີ 31
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!