ຕອດຕິ ປະກາດອຳລາວົງການ ຫຼັງຈົບລະດູການນີ້

ຟຣານເຊສໂກ ຕອດຕິ ສຸດ ຍອດນັກເຕະອາຍຸ 40 ປີ ຂອງ ໂຣມາ ໄດ້ຕັດສິນໃຈທີ່ຈະອຳລາ ວົງການຫຼັງຈົບລະດູການນີ້ ຈາກ ການເປີດເຜີຍຂອງ ມອນຊີ ຜູ້ອຳ ນວຍການກິລາຄົນໃໝ່ຂອງສະ ໂມສອນດັງແຫ່ງລີກ ກັລໂຊ ເຊ ເຣຍອາ ອິຕາລີ.
ມອນຊີ ເປີດເຜີຍວ່າ:“ຂ້ອຍ ຕ້ອງການໃຫ້ລາວຢູ່ບອ່ນນີ້ຂ້າງໆຂ້ອຍ ລາວຄື ໂຣມາ ລາວສາ ມາດສອນຂ້ອຍໄດ້ວ່າ ແມ່ນຫຍັງ ຄື ໂຣມາ ມີການເຈລະຈາຕົກລົງ ກັນ ນີ້ຄືລະດູການສຸດທ້າຍຂອງ ລາວ ແຕ່ລາວຈະຮັບວຽກດ້ານ ການຈັດການຂອງທີມຕໍ່ໄປ ຂ້ອຍ ຕ້ອງການໃຫ້ ຕອດຕິ ອະທິບາຍ ໃຫ້ຂ້ອຍຮູ້ວ່າ ແມ່ນຫຍັງຄື ໂຣມາ ເຮັດໃຫ້ຂ້ອຍເຂົ້າໃຈໃນສິ່ງທີ່ລາວຮູ້ສຶກຢ່າງແທ້ຈິງກ່ຽວກັບ ໂຣ ມາ”.
ຕອດຕິ ລົງຫຼິ້ນໃຫ້ກັບ ໂຣ ມາ ສະໂມສອນດຽວຕະຫຼອດອາ ຊີບຄ້າແຄ່ງ ໂດຍລາວເປີດໂຕ ລົງສະໜາມນັດທຳອິດໃຫ້ທີມໃນປີ 1993 ສຳລັບເກມນັດສຸດທ້າຍ ຂອງ ຕອດຕິ ພາຍໃຕ້ສີເສື້ອ ໂຣ ມາ ຈະເປັນເກມພົບກັບ ເຈນົວ ໃນວັນທີ 28 ພຶດສະພານີ້ ຖື ເປັນຢຸດຕິຊີວິດນັກຄ້າແຄ່ງອາຊີບຍາວນານຕະຫຼອດໄລຍະເວລາ 25 ປີຂອງລາວ ໂດຍລາວເຄີຍ ໄດ້ແຊ໊ມ ກັລໂຊ ເຊເຣຍອາ ອິຕາລີ ກັບທີມ 1 ສະໄໝໃນປີ 2001 ໄດ້ແຊ໊ມໂຄບປາ ອິຕາລີ 2 ສະ ໄໝໃນປີ 2007 ແລະ 2008 ນອກຈາກນີ້ຍັງເຄີຍໄດ້ແຊ໊ມບານໂລກ 2006 ກັບ ທີມຊາດອິຕາລີ.