ຟານໄດ ຕົກລົງຍ້າຍມາ ລິເວີພູລ ແລ້ວ

- Untitled 4 copy 1 - ຟານໄດ ຕົກລົງຍ້າຍມາ ລິເວີພູລ ແລ້ວ
- kitchen vibe - ຟານໄດ ຕົກລົງຍ້າຍມາ ລິເວີພູລ ແລ້ວ

- Untitled 4 copy 1 300x176 - ຟານໄດ ຕົກລົງຍ້າຍມາ ລິເວີພູລ ແລ້ວ
ເວີກິລ ຟານໄດ ກອງຫຼັງໂຕ ເກັ່ງຂອງ ແຊົາແທມຕັນ ຕົກເປັນ ຂ່າວວ່າໄດ້ຕົກລົງຮັບປາກແລ້ວ ວ່າລາວຈະຍ້າຍໄປຄ້າແຄ່ງກັບ ລິ ເວີພູລ ໃນລະດູການໜ້າ ຫຼັງມີ ຂ່າວກັບ ລິເວີພູລ ມາຕະຫຼອດ ໃນລະດູການນີ້.

ເວັບໄຊ readliverpoo kfc.com ລາຍງານວ່າ ຟານໄດ ໄດ້ຕົກລົງດ້ວຍວາຈາແລ້ວວ່າຍີນດີທີ່ຈະຍ້າຍໄປຮ່ວມທີມ ລິເວີພູລ ໃນລະດູການນີ້ຫາກທີມຄວ້າສິດ ໄປຫຼິ້ນ ຢູຟາ ແຊ໊ມປຽນລີກ ໄດ້ ສຳເລັດ ແລະ ຍັງມີຂ່າວອີກວ່າ ຟານໄດ ໄດ້ເຈລະຈາກັບ ເຈີເກນ ຄລ໊ອບ ຜູ້ຈັດການທີມ ລິເວີພູລ ກ່ຽວກັບແຜນການໃນອະນາຄົດຂອງສະໂມສອນແລ້ວ.

ນອກຈາກນີ້ ຍັງມີການເປີດ ເຜີຍວ່າ ເຊົາແທມຕັນ ຍອມຮັບ ແລ້ວວ່າພວກເຂົາຈະຕ້ອງເສຍ ກອງຫຼັງໂຕເກັ່ງແນ່ນອນແລ້ວໃນລະດູການນີ້ ໂດຍເຊື່ອວ່າຄ່າໂຕ ຂອງ ຟານໄດ ຈະສູງເຖິງ 50 ລ້ານປອນ.

ສຳລັບສອງສະໂມສອນຖື ວ່າບໍ່ແມ່ນຄົນແປກໜ້າເລີຍ ເນື່ອງ ຈາກໃນອະດີດທີມ ລິເວີພູລ ເຄີຍ ດຶງທັງ ອະດຳ ອັນລານາ, ເນທາ ນຽລ ໄຄ, ຣິກກີ້ ແລມເບິດ, ເດຍັນ ລອຟເຣນ ລວມເຖິງ ຊາດິໂອ ມາເນ່ ຈາກເດີ ເຊນ ມາແລ້ວ.

- 5 - ຟານໄດ ຕົກລົງຍ້າຍມາ ລິເວີພູລ ແລ້ວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!