6 ຄຸນປະໂຫຍດທີ່ເກີດຂຶ້ນຈາກການຕັ້ງຄຳຖາມ

- 012808 2018 - 6 ຄຸນປະໂຫຍດທີ່ເກີດຂຶ້ນຈາກການຕັ້ງຄຳຖາມ
- kitchen vibe - 6 ຄຸນປະໂຫຍດທີ່ເກີດຂຶ້ນຈາກການຕັ້ງຄຳຖາມ

ການຖາມໃຫ້ຖືກຈຸດ ຈະນຳມາເຊິ່ງຄຳຕອບທີ່ຈຳເປັນຕໍ່ຄວາມກ້າວໜ້າໃນຊີວິດ ໂດຍເລີ່ມຕົ້ນຈາກຄວາມຝັນຂອງເຮົານັ້ນເອງ ຄວາມໄຝ່ຝັນໝາຍເຖິງອຸປະສັກທີ່ເຮົາຕ້ອງຮຽນຮູ້ທີ່ຈະຜ່ານຜ່າ ເຊິ່ງເຫດຜົນທີ່ເຮົາເອີ້ນສິ່ງນີ້ວ່າ ຄວາມຝັນ ກໍຍ້ອນມັນແມ່ນສິ່ງທີ່ດີກ່ວາໃນປະຈຸບັນນັ້ນເອງ ແລະ ເພື່ອບັນລຸໃນສິ່ງທີ່ດີກ່ວາ ເຮົາຈຶ່ງຕ້ອງແນມຫາຫົນທາງໃໝ່ໆ ແລະ ມຸມມອງການຄິດແບບໃໝ່ໆ ເພື່ອໃຫ້ກ້າວໄປສູ່ຝັນໄດ້ສຳເລັດ ແລະ ຕໍ່ໄປນີ້ແມ່ນຄຸນປະໂຫຍດຂອງການຕັ້ງຄຳຖາມທີ່ທ່ານເອງກໍສາມາດເລີ່ມລົງມືເຮັດໄດ້ຕັ້ງແຕ່ຕອນນີ້ ແລະ ວິນາທີນີ້.

  1. ເຮົາຮຽນຮູ້ຊີວິດຜ່ານການຕັ້ງຄຳຖາມ : ຈາກການພິສູດທາງວິທະຍາສາດພົບວ່າ ຄົນເຮົາຮຽນຮູ້ຜ່ານການຖາມຄຳຖາມ ເຊັ່ນ : ທຳມະຊາດຂອງເດັກນ້ອຍທີ່ເລີ່ມຮຽນຮູ້ສິ່ງຕ່າງໆໃນໂລກຜ່ານການສັງເກດ, ການລອງຜິດລອງຖືກ ແລະ ມັກຈະຖາມວ່າ ເປັນຫຍັງ ເຊິ່ງເດັກນ້ອຍຈະໄດ້ຮຽນຮູ້ຄວາມສຳພັນລະຫ່ວາງເຫດ ແລະ ຜົນຜ່ານການຖາມຄຳຖາມນັ້ນ ແລະ ສິ່ງສຳຄັນທີ່ສຸດກໍຄື ໄດ້ຮຽນຮູ້ເຖິງຄວາມໝາຍຂອງຄຳຕ່າງໆນັ້ນເອງ.
  2. ຍິ່ງຖາມຫລາຍ ຍິ່ງໄດ້ຫລາຍ : ໂຊກບໍ່ດີປານໃດທີ່ອາຍຸ ແລະ ໜ້າທີ່ຄວາມຮັບຜິດຊອບທີ່ເພີ່ມຂຶ້ນນັ້ນເຮັດໃຫ້ເຮົາເຊົາຖາມ ຄຳຖາມ ແລະ ຍຶດເອົາແຕ່ສິ່ງທີ່ເຄີຍຮຽນຮູ້ມາເທົ່ານັ້ນ ເຮົາຈຶ່ງເຮັດໄດ້ແຕ່ມິດງຽບຢູ່ກັບບັນຫາຕ່າງໆນາໆ ເຊິ່ງເວລາທີ່ຄວາມຮູ້ ເກົ່າໆໃຊ້ບໍ່ໄດ້ຜົນເວລາທີ່ພົບກັບອຸປະສັກ ສະໝອງຈະດຶງວິທີການທີ່ສາມາດແກ້ບັນຫານັ້ນໄດ້ໄວທີ່ສຸດອອກມາ ແລະ ໃກ້ຄຽງກັບສະຖານະການຕໍ່ໍໜ້າທີ່ສຸດ, ແຕ່ຫລາຍເທື່ອຜົນທີ່ອອກມາກໍໍບໍ່ສົມເຫດສົມຜົນປານໃດ ນັ້ນກໍຍ້ອນເຮົາບໍ່ໄດ້ໃຫ້ເວລາກັບສະໝອງໃນການຄິດຫາທາງອອກຫລາຍພໍໍ, ແຕ່ຖ້າເຮົາຍິ່ງມີຄວາມຮູ້ ແລະ ປະສົບການຫລາຍເທົ່າໃດ ເຮົາກໍຈະຍິ່ງມີທາງເລືອກໃນການແກ້ໄຂບັນຫາຫລາຍເທົ່ານັ້ນ.
  3. ຄຸນນະພາບຊີວິດທີ່ດີ ລ້ວນຂຶ້ນຢູ່ກັບຄຳຖາມທີ່ເຮົາຖາມ : ຈາກໜັງສື The Miniature Guide to the Art of Asking Essential Questions ທີ່ຂຽນໂດຍ Linda Elder ແລະ Richard Paul ໄດ້ກ່າວວ່າ : “ຄຸນນະພາບຊີວິດຂອງເຮົານັ້ນປ່ຽນແປງໄປຕາມຄຸນນະພາບໃນການຄິດຂອງເຮົາເອງ ສ່ວນຄຸນນະພາບຂອງການຄິດຂອງເຮົານັ້ນກໍຈະວັດແທກໄດ້ຈາກຄຸນນະພາບຂອງການຕັ້ງຄຳຖາມ ເພາະຄຳຖາມປຽບດັ່ງເຄື່ອງຈັກທີ່ຂັບເຄື່ອນຢູ່ເບື້ອງຫລັງການຄິດນັ້ນເອງ”.
  4. ການຕັ້ງຄຳຖາມເຮັດໃຫ້ທ່ານເປີດໃຈ ແລະ ພ້ອມຮຽນຮູ້ສິ່ງໃໝ່ : ການຕັ້ງຄຳຖາມເຮັດໃຫ້ເກີດຮູບແບບການຄິດໃໝ່ໆຂຶ້ນໃນສະໝອງຂອງເຮົາ ຍິ່ງມີຮູບແບບການຄິດຫລາຍ ເຮົາກໍຍິ່ງສາມາດປັບໂຕໄດ້ງ່າຍຂຶ້ນ ເພາະເຮົາສາມາດດຶງເອົາຂໍ້ມູນຕ່າງໆທີ່ມີໃນສະໝອງຢູ່ແລ້ວເອົາມາໃຊ້ໄດ້ຫລາຍຂຶ້ນ ແທນການຈະກັບໄປໃຊ້ວິທີຄິດແບບເກົ່າໆ.
  5. ການຕັ້ງຄຳຖາມເຮັດໃຫ້ເຮົາສະຫລາດຂຶ້ນ : ເມື່ອສະໝອງມີຄວາມຫົດຢືດ ຄວາມຄິດຂອງເຮົາຈະເປີດກ້ວາງຫລາຍຂຶ້ນ ທ່ານຈະເຫັນມຸມມອງທີ່ຕ່າງອອກໄປຫລວງຫລາຍ ແລະ ມີອັກຄະຕິໃນການຕັດສິນໃຈສິ່ງຕ່າງໆຫລຸດໜ້ອຍລົງນຳອີກ.
  6. ການຖາມໃຫ້ຖືກຈຸດ ກໍ່ໃຫ້ເກີດຄວາມສຸກໄດ້ : ເຮົາທຸກຄົນລ້ວນເຄີຍຮູ້ສຶກສະຫງົບ ແລະ ຮັກແພງແໜ້ນແຟ້ນກັບໝູ່ເພື່ອນເປັນຢ່າງດີ, ແຕ່ຈະມີຈັກຄົນທີ່ສະຫລະເວລາສັ້ນໆເພື່ອຕັ້ງຄຳຖາມວ່າ “ແລ້ວສິ່ງໃດແມ່ນຕົ້ນກຳເນີດຂອງຄວາມສະຫງົບ ແລະ ຄວາມຮູ້ສຶກດີເຫລົ່ານີ້ ?” ເພາະການຕັ້ງຄຳຖາມທີ່ເລິກເຊິ່ງແບບນີ້ເອງທີ່ເຮັດໃຫ້ເຮົາເລີ່ມເຂົ້າໃຈເຖິງຄວາມສະຫງົບຫລາຍຂຶ້ນໄດ້ ແລະ ໄດ້ຮູ້ວ່າຄວາມຮູ້ສຶກເຫລົ່ານີ້ບໍ່ແມ່ນສິ່ງທີ່ເກີດຂຶ້ນເອງ ແຕ່ເປັນສິ່ງທີ່ໂຕເຮົາເອງສ້າງມັນຂຶ້ນມາ.

ລອງເລີ່ມຕັ້ງຄຳຖາມທີ່ເລິກ ເຊິ່ງກັບໂຕເອງເບິ່ງ :

- Visit Laos Visit SALANA BOUTIQUE HOTEL - 6 ຄຸນປະໂຫຍດທີ່ເກີດຂຶ້ນຈາກການຕັ້ງຄຳຖາມ

– ຄວາມສຸກມີຄວາມສຳຄັນຊໍ່າໃດກັບໂຕຂອງເຮົາເອງ ແລ້ວສຳຄັນແນວໃດ ?

– ເປັນໄປໄດ້ບໍ່ທີ່ເຮົາຈະພະເຊີນກັບບັນຫາພ້ອມກັບຮູ້ສຶກດີໄປພ້ອມກັນໄດ້ ?

– ທຸກມື້ນີ້ເຮົາໄດ້ເຮັດຫຍັງເພື່ອໄປໃຫ້ເຖິງຄວາມຝັນທີ່ຕັ້ງໄວ້ແດ່ຫລືບໍ່ ?

ແລ້ວຈາກນັ້ນກໍລອງຕັ້ງຄຳຖາມທີ່ຍາກຂຶ້ນໆ :

– ອັນໃດແມ່ນສິ່ງສຳຄັນທີ່ສຸດໃນຊີວິດເຮົາ ?

– ຈະເຮັດແນວໃດໃຫ້ເຮົາສາມາດບັນລຸເປົ້າໝາຍນັ້ນໄດ້ແດ່ ?

ຍິ່ງເຮົາຖາມໂຕເອງດ້ວຍຄຳຖາມສຳຄັນໆຫລາຍເທົ່າໃດ ກໍຍິ່ງເຮັດໃຫ້ຍອມຮັບໂຕເອງງ່າຍຂຶ້ນ ແລະ ເຮັດໃຫ້ເຮົາກ້າວໄປໜ້າເພື່ອປ່ຽນແປງຊີວິດໄປໃນທາງທີ່ດີຂຶ້ນໄດ້ເຊັ່ນກັນ.

- 4 - 6 ຄຸນປະໂຫຍດທີ່ເກີດຂຶ້ນຈາກການຕັ້ງຄຳຖາມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!