ອຸຍນິເຊັບ ຈັດກິດຈະກຳສໍາລັບເດັກທີ່ໄດ້ຮັບຜົນກະທົບໄພນໍ້າຖ້ວມ

- Unicef - ອຸຍນິເຊັບ ຈັດກິດຈະກຳສໍາລັບເດັກທີ່ໄດ້ຮັບຜົນກະທົບໄພນໍ້າຖ້ວມ
- kitchen vibe - ອຸຍນິເຊັບ ຈັດກິດຈະກຳສໍາລັບເດັກທີ່ໄດ້ຮັບຜົນກະທົບໄພນໍ້າຖ້ວມ

​ເມື່ອ​ທ້າຍ​ອາທິດ​ຜ່ານ​ມາ, ອົງການອຸຍນິເຊັບ ປະຈຳ​ ລາວ ຮ່ວມກັບອົງການ​ເຊັບ ​ເດິ ຊິວ​ເດັນ (Save the Children) ແລະ ໜ່ວຍງານກ່ຽວ​ຂ້ອງ ຈັດກິດຈະກໍາ “ມູມທີ່ເປັນມິດສຳລັບເດັກ ໃນພາວະສຸກເສີນ” ຢູ່ໃນແຕ່ລະສູນພັກ​ເຊົາຊົ່ວຄາວຂອງຜູ້ປະສົບໄພພິບັດນໍ້າຖ້ວມ ທີ່ເມືອງສະໜາມໄຊ ແຂວງອັດຕະປື ເພື່ອເຮັດໃຫ້ເດັກນ້ອຍທີ່ຮັບຜົນກະທົບຈາກໄພພິບັດໄດ້ມີຄວາມເບີກບານມ່ວນຊື່ນ, ຟື້ນຟູສະພາບຈິດໃຈຂອງເດັກໃຫ້ກັບຄືນສູ່ສະພາບປົກກະຕິ ແລະ ມີສະຖານທີ່ຫລິ້ນປອດໄພ.

ທ່ານຮອງຫົວໜ້າຂະແໜງບໍລິຫານ ພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື ໃຫ້ຮູ້ວ່າ: ​ກິດຈະກໍາ​​ຄັ້ງ​ນີ້ ໄດ້ຈັດຢູ່ 5 ສູນຄື: ສູນ ມສ ຈັນທາ, ສູນອຸດົມໄຊ, ສູນໂຮງຮຽນປະຖົມມິດສຳພັນ, ສູນມໍຕົ້ນມິດສຳພັນ, ສູນບ້ານດອນບົກ ​ແລະ ມສ ສະໜາມໄຊ. ສໍາລັບສູນ ມສ ຈັນທາ ແມ່ນໄດ້ແບ່ງອອກເປັນ 3 ລະດັບຄື: ລະດັບອະນຸບານ ແມ່ນເນັ້ນໃສ່ກິດຈະກຳສ້າງຄວາມມ່ວນຊື່ນເປັນຫລັກ, ລະດັບປະຖົມ ແມ່ນເນັ້ນໃສ່ການອ່ານ, ຂຽນ, ແຕ້ມຮູບ, ລະບາຍສີ, ຮ້ອງເພງ, ການຮັກສາຄວາມສະອາດ-ສຸຂະອະນາໄມເປັນຕົ້ນ ແລະ ລະດັບມັດທະຍົມ ແມ່ນໄດ້ເນັ້ນໃສ່ການຮຽນ ແນໃສ່ໃຫ້ເຂົາເຈົ້າມີຄວາມພ້ອມທີ່ຈະເຂົ້າສູ່ການເປີດສົກຮຽນໃໝ່ໃນມໍ່ໆນີ້. ທັງນີ້ກໍເພື່ອຟື້ນຟູສະພາບຈິດໃຈເດັກໃຫ້ກັບຄືນສູ່ສະພາບປົກກະຕິໂດຍ​ໄວ.

- Visit Laos Visit SALANA BOUTIQUE HOTEL - ອຸຍນິເຊັບ ຈັດກິດຈະກຳສໍາລັບເດັກທີ່ໄດ້ຮັບຜົນກະທົບໄພນໍ້າຖ້ວມ

ທ່ານຮອງ​ຫົວໜ້າ​ຂະ​ແໜງ​ບໍລິຫານ ໃຫ້ຮູ້ວ່າ: ກ່ຽວກັບການເປີດສົກຮຽນໃໝ່ 2018-2019 ທີ່ຈະມາເຖິງນີ້ ທາງສຶກສາແຂວງຮັບປະກັນວ່າ ນັກຮຽນຊັ້ນ ມ.4-ມ.7 ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມສາມາດເຂົ້າຮຽນເປັນປົກກະຕິ ໃນວັນທີ 1 ກັນຍາ ເຊິ່ງນັກຮຽນແຕ່ລະສູນຕ່າງໆຈະມາເຂົ້າຮຽນທີ່ ມສ ສະໜາມໄຊ ແລະ ໂຮງຮຽນອື່ນໆທີ່ບໍ່ໄດ້ຮັບຜົນກະທົບ, ສ່ວນນັກຮຽນຊັ້ນອື່ນໆ ທາງສຶກສາແຂວງຍັງຮີບຮ້ອນກໍ່ສ້າງໂຮງຮຽນໃນຊັ້ນຕ່າງໆໃຫ້ສຳເລັດ ຄາດວ່າຈະສາມາດເຂົ້າຮຽນໄດ້ໃນຕົ້ນເດືອນຕຸລານີ້, ພ້ອມ​ທັງຍັງຕ້ອງການຄວາມຊ່ວຍເຫລືອຫລາຍຢ່າງ ເປັນຕົ້ນວັດສະດຸການກໍ່ສ້າງ, ວັດຖຸອຸປະກອນການຮຽນ-ການສອນ, ຄູ-ອາຈານ, ເຄື່ອງນຸ່ງ ແລະ ອື່ນໆ.

- 4 - ອຸຍນິເຊັບ ຈັດກິດຈະກຳສໍາລັບເດັກທີ່ໄດ້ຮັບຜົນກະທົບໄພນໍ້າຖ້ວມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!