4 ອາຫານຊ່ວຍໃຫ້ນອນຫລັບສະບາຍ ແລະ ບໍ່ຕຸ້ຍ

- 020205 - 4 ອາຫານຊ່ວຍໃຫ້ນອນຫລັບສະບາຍ ແລະ ບໍ່ຕຸ້ຍ
- kitchen vibe - 4 ອາຫານຊ່ວຍໃຫ້ນອນຫລັບສະບາຍ ແລະ ບໍ່ຕຸ້ຍ
  1. - 020205 200x300 - 4 ອາຫານຊ່ວຍໃຫ້ນອນຫລັບສະບາຍ ແລະ ບໍ່ຕຸ້ຍ
    ນຳ້ປັ່ນໝາກກ້ວຍ : ເປັນໝາກໄມ້ທີ່ກິນກ່ອນນອນແລ້ວຈະເຮັດໃຫ້ນອນຫລັບງ່າຍ ແລະ ຫລັບສະບາຍໄດ້ ແນະນຳໃຫ້ທ່ານກິນນຳ້ປັ່ນໝາກກ້ວຍໃສ່ນົມໄຂມັນຕໍ່າ ຈະເຮັດໃຫ້ຮູ້ສຶກອີ່ມກ່ອນນອນ ແລະ ບໍ່ເຮັດໃຫ້ຕຸ້ຍງ່າຍ ເຊິ່ງໃຫ້ທັງວິຕາມິນເດ, ທາດການຊຽມ, ແມັກນີຊຽມ ແລະ ວິຕາມິນເບ 6 ທີ່ຈະກະຕຸ້ນຮ່າງກາຍໃຫ້ເກີດການຫລັ່ງສານເຊໂຣໂທນິນອອກມາ ສານນີ້ຈະເຮັດໃຫ້ທ່ານນອນຫລັບໄດ້ດີ. ແນວໃດກໍຕາມ ຢ່າເຜີໃສ່ນຳ້ຕານຕື່ມ ເພາະປະລິມານນຳ້ຕານຈາກໝາກກ້ວຍກໍຖືວ່າໃຫ້ຄວາມຫວານທີ່ພໍດີແລ້ວ.
  2. ນົມ : ເປັນເຄື່ອງດື່ມທີ່ເໝາະສົມສຳລັບການດື່ມກ່ອນນອນທີ່ສຸດ ແຕ່ທ່ານຈະຕ້ອງເລືອກດື່ມນົມໄຂມັນຕໍ່າອຸ່ນໆເທົ່ານັ້ນ ເພື່ອຈະໄດ້ຊ່ວຍຄວບຄຸມນຳ້ໜັກໃນໂຕພ້ອມກັນ ການດື່ມນົມກ່ອນນອນບໍ່ພຽງແຕ່ຈະເຮັດໃຫ້ອີ່ມທ້ອງເທົ່ານັ້ນ ແຕ່ນົມຍັງມີສານອາຫານອີກຫລາຍຊະນິດທີ່ເປັນຜົນດີຕໍ່ການນອນຫລັບ ແລະ ຫາກທ່ານໃສ່ນຳ້ເຜິ້ງຕື່ມໜ້ອຍໜຶ່ງກໍຍິ່ງຊ່ວຍໃຫ້ຮູ້ສຶກຜ່ອນຄາຍ ແລະ ນອນຫລັບສະບາຍຫລາຍຂຶ້ນໄດ້.
  3. ໝາກຖົ່ວວອນນັດ : ອາຫານປະເພດຖົ່ວດັ່ງຖົ່ວວອນນັດກໍຖືເປັນອາຫານທີ່ເໝາະສົມສຳລັບກິນກ່ອນນອນເຊັ່ນກັນ ເນື່ອງຈາກໃນຖົ່ວວອນນັດມີສານຊ່ວຍກະຕຸ້ນການຫລັ່ງຂອງຮໍໂມນເມລາໂທນິນ ໂດຍຈະເຮັດໃຫ້ນອນຫລັບງ່າຍ ແລະ ຫລັບເລິກໄດ້ຢ່າງເຕັມທີ່ ແຕ່ກໍຄວນກິນໃນປະລິມານທີ່ພໍດີພໍງາມ ໂດຍກິນປະມານ 1 ກຳມືກໍຖືວ່າພຽງພໍແລ້ວ ເພາະໃນຖົ່ວວອນນັດກໍມີຄາໂບໄຮເດຣດສູງ.
  4. ໝາກເຊີຣີ : ໃນໄລຍະຫລຸດນຳ້ໜັກ ຫາກທ່ານໃດເກີດຫິວຕອນກາງຄືນ ຫລື ຫິວກ່ອນນອນ ໝາກໄມ້ຍ່ອມເປັນທາງ ເລືອກທີ່ທ່ານຈະຕ້ອງເອົາມາກິນໃຫ້ອີ່ມທ້ອງຢູ່ສະເໝີ ແລະ ໝາກເຊີຣີກໍຖືເປັນໝາກໄມ້ທີ່ເໝາະສົມຈະກິນຕອນເດິກຄືກັນ ເນື່ອງຈາກມີວຽກງານວິໄຈໄດ້ພົບວ່າ ໃນໝາກເຊີຣີມີສານເມລາໂທນິນທີ່ເໝາະສົມກັບການນອນຫລັບໂດຍກົງ ດັ່ງນັ້ນ ຫາກໃຜກິນໝາກເຊີຣີເປັນປະຈຳໃນຕອນກ່ອນນອນກໍຈະເຮັດໃຫ້ຫລັບເລິກ ແລະ ຫລັບຍາວນານກ່ວາຄົນທົ່ວໄປເຖິງ 40 ນາທີ ສົ່ງຜົນໃຫ້ຫລັບດີຂຶ້ນ 6%.
- 4 - 4 ອາຫານຊ່ວຍໃຫ້ນອນຫລັບສະບາຍ ແລະ ບໍ່ຕຸ້ຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!