ມູນເຊື້ອ 23 ສິງຫາ ໝັ້ນຍືນ!


ໂດຍ: ທິດກ່ຳ
ເຖິງວ່າວັນທີ 23 ສິງ ຫາຈະຜ່ານພົ້ນໄປໄດ້ 3-4 ວັນແລ້ວກໍຕາມ, ແຕ່ວັນດັ່ງ ກ່າວຍັງເປັນວັນຈົດຈຳ, ເປັນ ວັນແຫ່ງມູນເຊື້ອຂອງໄຊຊະນະໃນຂະບວນການຕໍ່ສູ້ຕັ້ງ ແຕ່ສະໄໝອາດີດຈົນມາເຖິງວັນໄຊຊະນະຄັ້ງຍິ່ງໃຫຍ່.
+ ຈົດຈຳລຳລຶກວັນຢຶດອຳນາດ 23 ສິງຫາ
+ ຄຳມ່ວນເຊື່ອມຊຶມມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນຢຶດອຳນາດທົ່ວປະເທດ 23 ສິງຫາ
ຕາມທິດກ່ຳຄິດ, ສຳລັບ ຄົນລາວເຮົາແລ້ວ ອາດຈະ ຍັງມີຫລາຍທ່ານຫລາຍຄົນ ທີ່ຍັງບໍ່ທັນຮັບຮູ້ ແລະ ເຂົ້າ ໃຈຢ່າງເລິກເຊິ່ງເຖິງຄວາມໝາຍ ແລະ ຄວາມສຳຄັນ ຂອງວັນປະຫວັດສາດດັ່ງ ກ່າວ, ໂດຍສະເພາະແມ່ນບັນ ດາລູກຫລານຜູ້ເກີດໃໝ່ ໃຫຍ່ລຸນ ແລະ ຜູ້ທີ່ເປັນຊາວ ໜຸ່ມໄວຄະນອງ.
ໃນຄວາມເປັນ ຈິງແລ້ວ, ຄວາມໝາຍ ແລະ ຄວາມ ສຳຄັນທາງດ້ານປະຫວັດ ສາດຂອງວັນທີ 23 ສິງຫາ ແມ່ນເປັນວັນແຫ່ງ ໄຊຊະ ນະຂອງຂະບວນການຕໍ່ສູ້ກູ້ ຊາດຂອງປະຊາຊົນເຮົາຄື ໃນວັນທີ 23 ສິງຫາ 1945 ມະຫາຊົນທຸກຊັ້ນຄົນທີ່ຢູ່ ນະຄອນຫລວງວຽງຈັນໄດ້ ມາໂຮມຊຸມນຸມກັນອອກຖະ ແຫລງການຂອງປະຊາຊົນ ລາວທີ່ຕ້ອງການຄວາມເປັນ ເອກະລາດ, ເອກະພາບ ແລະ ອິດສະລະພາບແຫ່ງຊາດ ກ້າວໄປສູ່ການຈັດຕັ້ງລັດ ຖະບານລາວອິດສະຫລະ ຂຶ້ນໃນເດືອນ 12 ຕຸລາ 1945 ພາຍໃຕ້ການນຳພາຂອງ ເຈົ້າເພັດຊະລາດ ພ້ອມໝູ່ ຄະນະ ແລະ ສືບຕໍ່ພາລະ ກິດປະຕິວັດ ຈົນມາເຖິງວັນ ທີ 23 ສິງຫາ 1975 ກໍສາ ມາດຢືດອຳນາດທີ່ເປັນຜົນ ສຳເລັດຄັ້ງຍິ່ງໃຫຍ່ໃນທົ່ວ ປະເທດ ກ້າວໄປເຖິງ ປະກາດ ເປັນປະເທດ ສາທາລະນະ ລັດ ປະຊາທິປະໄຕ ປະຊາ ຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ.
ເມື່ອເອີຍເຖິງຂະບວນ ການຕໍ່ສູ້ຂອງຊາດລາວ, ຄົນລາວ ໃນຍຸກເລີ່ມຕົ້ນກໍ ຕ້ອງໄດ້ເວົ້າເຖິງຂະບວນ ການຕໍ່ສູ້ຂອງເຈົ້າອານຸວົງ, ຍາຄູຂີ້ຫອມ, ບັນດານັກ ປາດ ອາຈານຜູ້ຮັກຊາດຮັກແຜ່ນ ດິນ ຕໍ່ມາໃສ່ຍຸກພໍ່ກະດວກ, ເຈົ້າຟ້າປັດໄຈ, ອົງແກ້ວ, ອົງ ກົມມະດຳ, ລ່ວງເລີຍມາໃສ່ ຂະບວນການແນວລາວອິດ ສະຫລະ, ການນຳພາຂອງ ພັກຄອມມູນິດອິນດູຈີນ, ພັກປະຊາຊົນລາວໃນເມື່ອ ກ່ອນ ແລະ ພັກປະຊາຊົນ ປະຕິວັດລາວໃນປັດຈຸບັນ.
ອັນສາເຫດກໍຍ້ອນ ວ່າ ຂະບວນການຕໍ່ສູ້ໃນແຕ່ລະ ໄລຍະ, ແຕ່ລະຍຸກ, ແຕ່ລະ ສະໄໝນັ້ນ ມັນກໍໄດ້ເຊື່ອມ ໂຍງ ແລະ ສືບຕໍ່ໆກັນມາ ຈົນຮອດວັນທີ 23 ສິງຫາ 1975 ຈຶ່ງສາມາດຢຶດອຳ ນາດໃນທົ່ວປະເທດຢ່າງ ສົມບູນ.
ພວກເຮົາໃນຖານະ ເປັນຄົນລາວທຸກຄົນ ແລະ ທຸກຊົນຊາດຊົນເຜົ່າອາດ ຈະຮູ້ໄດ້ວ່ານັບແຕ່ການຕໍ່ ສູ້ຂອງເຈົ້າອານຸວົງເປັນ ຕົ້ນມາຕ້ອງໄດ້ໃຊ້ເວລາ, ຕ້ອງໄດ້ຜ່ານພາຍຸລົມແດງ ອັນແສນຍາວນານ, ອາໃສ ກົດເກນພາຍໃນພາຍນອກ, ທັງເສຍສະຫລະເລືອດ ເນື້ອເຫື່ອໄຄຂອງບັນດາ ວິລະກະສັດ, ນັກຮົບຜູ້ຮັກ ຊາດ, ປະຊາຊົນລາວບັນດາ ເຜົ່າຜູ້ກ້າແກ່ນສືບຕໍ່ກັນມາ ຫລາຍໝື່ນຫລາຍແສນຄົນ ຈຶ່ງ ໄດ້ມາເຊິ່ງຄວາມເປັນ ເອກະລາດ, ອິດສະຫລະພາບ ແລະ ຄວາມເປັນເຈົ້າຂອງ ປະເທດຊາດຢ່າງແທ້ຈິງ.
ຕາມເຮົາຄິດ, ຖ້າພວກ ເຮົາບໍ່ພ້ອມພາກັນເຮັດເຖິງ ຂັ້ນເຖິງຂີດນີ້ແລ້ວ, ແຜ່ນ ດິນລ້ານຊ້າງໃນອາດີດ ແລະ ແຜ່ນດິນລາວໃນປັດຈຸບັນ ອາດເຫືອດຫາຍໄປຕາມ ການເວລາ ຍ້ອນການເປັນ ເມືອງຂຶ້ນຂອງຕ່າງຊາດ, ສຸດທ້າຍເຊື້ອຊາດລາວ, ຄົນ ລາວ ກໍອາດກັບກາຍເປັນຄົນ ເຊື້ອຊາດອື່ນ, ສັນຊາດອື່ນ ດັ່ງທີ່ເຫັນໃນປັດຈຸບັນ, ຈາກ ນັ້ນຄົນເຊື້ອຊາດດຽວ, ສັນ ຊາດດຽວ ຈະພາກັນປ້ອຍດ່າ ຂ້າກັນຕາຍເອງ ນີ້ລະຄືທີ່ ມາຂອງຄວາມຫາຍຍານະ.
ເຖິງຢ່າງໃດກໍດີ, ກວ່າ ຈະມາເຖິງວັນນີ້ມັນກໍໄດ້ ຜ່ານພົ້ນໄປດ້ວຍໄລຍະປະ ຫວັດສາດອັນແສນຍາວໄກ, ເຊິ່ງມາຮອດປັດຈຸບັນແມ້ກະທັ້ງຄົນລາວເອງກໍຍັງມີທັດ ສະນະ ແລະ ມູນມອງ ທີ່ແຕກ ຕ່າງກັນ ຍ້ອນຕ່າງຄົນ ກໍຕ່າງ ເບິ່ງໜ້າປະຫວັດ ແລະ ຮຽນ ປະຫວັດສາດຄົນລະຄູ, ເປັນ ໝໍດູຄົນລະໝ້ອງ ຈຶ່ງເຮັດ ໃຫ້ຄົນລາວທີ່ຢູ່ຄົນລະມູມ ແອບຈອບມອງດ່າກັນ ແລະ ຂັດແຍ່ງກັນບໍ່ເລິກບໍ່ແລ້ວ.
ສະພາບການບ້ານ ເມືອງເຮົາມາເຖິງຈຸດນີ້ 40 ກວ່າປີແຫ່ງການຢຶດອຳນາດມານີ້, ພວກເຮົາຄົນລາວ ຈົ່ງພ້ອມກັນປົກປັກຮັກສາ 23 ສິງຫາຈົ່ງເປັນວັນແຫ່ງ ໄຊຊະນະທີ່ຍິ່ງໃຫຍ່ ແລະ ໝັ້ນຍືນຕະຫລອດໄປ.

