7 ພຶດຕິກຳປັບຊີວິດຫ່າງໄກພະຍາດຫ້ອງການ

- 050205 - 7 ພຶດຕິກຳປັບຊີວິດຫ່າງໄກພະຍາດຫ້ອງການ
- kitchen vibe - 7 ພຶດຕິກຳປັບຊີວິດຫ່າງໄກພະຍາດຫ້ອງການ
  1. - 050205 300x198 - 7 ພຶດຕິກຳປັບຊີວິດຫ່າງໄກພະຍາດຫ້ອງການ
    ຢຸດເຊົາທ່າທາງໃນການເຮັດວຽກທ່ີບໍ່ເໝາະສົມ : ທັງການນັ່ງຫລັງກົ່ງ, ການເຮັດວຽກຢູ່ໜ້າຈໍຄອມພິວເຕີດົນໆຫລາຍກ່ວາ 6 ຊົ່ວໂມງຕໍ່ມື້ ໂດຍບໍ່ປ່ຽນທ່າທາງ ຫລື ຢືນ, ຍ່າງ ແລະ ຢູ່ໃນທ່າທາງອື່ນໆດົນເກີນໄປ.
  2. ຫລຸດບັນຫາຄວາມເຄັ່ງຄຽດ : ເພາະຄວາມເຄັ່ງຄຽດນຳມາເຊິ່ງອາການຫົດ – ເກັງຂອງເສັ້ນເອັນ, ກ້າມຊີ້ນໄດ້ທຸກພາກ ສ່ວນ.
  3. ຫ່າງຈາກສະພາບແວດລ້ອມທີ່ບໍ່ອຳນວຍຄວາມສະດວກຕໍ່ການເຮັດວຽກ : ໂຕະເຮັດວຽກທີ່ບໍ່ເປັນລະບຽບ, ບໍ່ສະດວກຕໍ່ການຈັບສິ່ງຂອງ, ຕັ້ງທີ່ບໍ່ເໝາະສົມ ບໍ່ມີບ່ອນອີງຫລັງຢ່າງມີປະສິດທິພາບ ລວມທັງການກົດແປ້ນພິມທີ່ບໍ່ມີສິ່ງຮອງຮັບຂໍ້ມື ຈະເຮັດໃຫ້ການຍົກຂໍ້ຂຶ້ນລົງຊຳ້ໆ ເຊິ່ງຈະສົ່ງໃຫ້ເກີດການອັກເສບບໍລິເວນເສັ້ນເອັນ ລວມທັງເກີດຜັງຜືດໜາ ເຮັດໃຫ້ເກີດອາການຊາບໍລິເວນນິ້ວມື ແລະ ຂໍ້ມື.
  4. ເບິ່ງແຍງອາຫານການກິນໃຫ້ກົງເວລາ ແລະ ຄົບຄຸນຄ່າທາງໂພຊະນາການ : ການກິນອາຫານໜ້ອຍເກີນໄປ, ການອົດອາຫານ ຫລື ການກິນອາຫານບໍ່ກົງເວລາ ຍ່ອມເຮັດໃຫ້ເກີດບັນຫາພະຍາດອື່ນໆຕາມມາ ລວມເຖິງການກິນທີ່ຫລາຍເກີນໄປ, ກິນອາຫານບໍ່ມີປະໂຫຍດນຳອີກ.
  5. ຫລີກເວັ້ນເຄື່ອງດື່ມອານກໍຮໍ, ຊາ, ກາເຟ ຫລື ເຄື່ອງດື່ມທີ່ມີກາເຟອີນ : ເພາະສານຊະນິດນີ້ມີຜົນກະຕຸ້ນໃຫ້ເກີດການຫລັ່ງກົດອອກມາຫລາຍ.
  6. ສົ່ງເສີມສະພາບແວດລ້ອມອື່ນໆ : ຈັດໂຕະ ແລະ ຕັ່ງເຮັດວຽກ ລວມທັງອຸປະກອນຕ່າງໆໃຫ້ເໝາະສົມກັບທ່າທາງປະຈຳ ວັນ, ເຮັດຫ້ອງທຸກຫ້ອງໃນເຮືອນ ແລະ ບ່ອນເຮັດວຽກໃຫ້ປອດໂປ່ງສະດວກຕໍ່ການຢືນ, ຍ່າງ ແລະ ຈັບມາໃຊ້ສອຍ ທັງສ້າງຄວາມຜ່ອນຄາຍໄປນຳ.
  7. ເພີ່ມຕື່ມການອອກກຳລັງກາຍ ແລະ ຫລິ້ນກິລາເປັນປະຈຳ ຢ່າງໜ້ອຍອາທິດລະ 3 – 4 ມື້, ມື້ລະ 30 ນາທີ.
- 5 - 7 ພຶດຕິກຳປັບຊີວິດຫ່າງໄກພະຍາດຫ້ອງການ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!