ສາລະວັນ-ອຸບົນຣາຊະທານີ ສືບຕໍ່ຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນ


ຂປລ. ເມື່ອບໍ່ດົນມານີ້, ທ່ານ ສີສຸວັນ ວົງຈອມສີ ເຈົ້າ ແຂວງສາລະວັນ, ປະທານ ຄະນະກຳມະ ການຮ່ວມມືຮັກ ສາຄວາມສະຫງົບຮຽບ ຮ້ອຍຕາມຊາຍແດນລາວ- ໄທ ແຂວງສາລະວັນ ແລະ ທ່ານ ສະຫຣິດ ວິທູນ ຜູ້ວ່າຣາ ຊະການແຂວງອຸບົນຣາຊະ ທານີ, ປະທານຄະນະກໍາ ມະການຮ່ວມມືຮັກສາ ຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນ ໄທ-ລາວ ແຂວງອຸບົນຣາຊະທານີ ໄດ້ຮ່ວມເປັນປະທານໃນ ກອງປະຊຸມ.
+ ເມືອງຕົ້ນເຜິ້ງ-ຊຽງແສນ ແລກປ່ຽນບົດຮຽນການເດີນເຮືອລະຫວ່າງຊາຍແດນ
+ ພະນັກງານການເງິນແຂວງສະຫວັນນະເຂດຮັບຟັງເອກະສານຊາຍແດນລາວ-ກຳປູເຈຍ
ກອງປະຊຸມໄດ້ທົບ ທວນຄືນ ການປະຕິບັດບົດ ບັນທຶກຜ່ານມາຂອງທັງ ສອງຝ່າຍ ໂດຍໄດ້ນໍາເອົາ ນະໂຍບາຍຂອງລັດຖະ ບານທັງສອງປະເທດກໍ ຄືບົດບັນທຶກກອງປະຊຸມ ຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບ ຮ້ອຍຕາມຊາຍແດນ ລາວ- ໄທ ແຂວງສາລະວັນກັບ ແຂວງ ອຸບົນຣາ ຊະທານີ ຄັ້ງ ທີ 10 ໄປຈັດຕັ້ງປະຕິບັດ ໃນການແກ້ ໄຂບັນຫາຕ່າງໆ ພ້ອມ- ທັງສືບຕໍ່ຊຸກຍູ້ສົ່ງ ເສີມການຮ່ວມມືດ້ານຕ່າງໆ ຄັ້ງທີ 11 ຢູ່ທີ່ ແຂວງສາລະ ວັນໃຫ້ນັບມື້ນັບ ແໜ້ນແຟ້ນ ຍິ່ງຂຶ້ນ.
ພ້ອມນີ້, ສອງຝ່າຍຍັງ ໄດ້ປຶກສາຫາລື, ແລກປ່ຽນ ຄວາມຄິດເຫັນ ແລະ ຄຳສະ ເໜີຕ່າງໆ ເພື່ອນຳໄປຈັດ ຕັ້ງປະຕິບັດໃຫ້ບັນລຸຜົນໃນ ຕໍ່ໜ້າເປັນຕົ້ນການຮັກສາ ຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນ, ການອຳ ນວຍ ຄວາມສະດວກ ແລະ ຄວາມປອດໄພໃນການ ເຂົ້າ-ອອກເມືອງ, ການ ຮ່ວມມືກັນ ປ້ອງກັນ ແລະ ປາບປາມຢາເສບຕິດ, ການຮ່ວມມື ໃນການດຳ ເນີນກິດຈະການຕ່າງໆ ຕາມລຳແມ່ນ້ຳຂອງ, ຮ່ວມ ມືທາງດ້ານເສດຖະກິດ, ໂດຍສະເພາະການສະ ໜັບສະໜູນກົນໄກການ ຊື້-ຂາຍ ແລະ ການຈັດກິດ ຈະກຳຄູ່ຮ່ວມທຸລະກິດ ການຄ້າ, ການກະເສດ, ການສົ່ງເສີມໃຫ້ມີການ ຮ່ວມມືແລກປ່ຽນໃນຂົງ ເຂດວຽກງານກະສິກຳ, ອຸດສາຫະກຳ-ການຄ້າ ແລະ ການລົງທຶນ, ຄົມມະ ນາຄົມຂົນສົ່ງ, ວັດທະນະ ທຳ-ການທ່ອງທ່ຽວ, ສຶກ ສາ-ກິລາ, ສາທາລະນະ ສຸກ, ການຕ້ານການຄ້າມະ ນຸດ ແລະ ອື່ນໆ.

