ນະຄອນຫຼວງມີຄວາມພ້ອມເປີດສົກຮຽນໃໝ່ ສົກປີ 2018-2019

- Education - ນະຄອນຫຼວງມີຄວາມພ້ອມເປີດສົກຮຽນໃໝ່ ສົກປີ 2018-2019
- kitchen vibe - ນະຄອນຫຼວງມີຄວາມພ້ອມເປີດສົກຮຽນໃໝ່ ສົກປີ 2018-2019

ໃນວັນທີ 23 ສິງຫາ ນີ້, ທ່ານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ມາຮອດປັດຈຸບັນມີຄວາມພ້ອມແລ້ວທຸກດ້ານສໍາລັບເປີດສົກຮຽນໃໝ່ 2018-2019 ນີ້, ເປັນຕົ້ນແມ່ນຄວາມພ້ອມດ້ານຄູສອນ ໂດຍໃນປີນີ້, ມີໂກ້ຕ້າບັນຈຸລັດຖະກອນຄູໃໝ່ 85 ຄົນ ແລະ ສາຍຄູສຶກສາພິເສດ (ຫູໜວກ ແລະ ຕາບອດ) ໄດ້ 10 ຄົນ ລວມທັງໝົດ 95 ຄົນ ແລະ ໄດ້ຊັບຊ້ອນບັນຈຸເປັນທີ່ຮຽບຮ້ອຍແລ້ວ ເພື່ອທົນແທນຄູທີ່ເຂົ້າບໍານານ. ສ່ວນຄວາມພ້ອມດ້ານອື່ນໆເຊັ່ນ: ປື້ມຕໍາລາ ແລະ ຫຼັກສູດຕ່າງໆກໍໄດ້ປະຕິບັດຕາມໂຄງການຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາວາງອອກ ໂດຍລວມແລ້ວຖືວ່າມີເງື່ອນໄຂເປີດສົກຮຽນໃໝ່ເປັນຢ່າງດີ ແລະ ໄດ້ກໍານົດເອົາວັນທີ 31 ສິງຫາ ນີ້ ເປັນມື້ເປີດສົກຮຽນໃໝ່ ສົກປີ 2018-2019 ຢ່າງເປັນທາງການ ແລະ ພິເສດໃນສົກຮຽນນີ້ ກະຊວງສຶກສາທິການ ແລະ ກິລາ ໄດ້ເນັ້ນໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດການຮຽນ-ການສອນແບບທາງໄກຜ່ານວິດີໂອ ໄປຍັງ 8 ແຂວງ ແລະ ພວກເຮົາໄດ້ມີສູນ ICT ຂອງພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງ ຊຶ່ງໄດ້ຕັ້ງຢູ່ ມສ ວຽງຈັນ ໂດຍມີ 3 ຫ້ອງທົດລອງ ແລະ ໄດ້ນໍາໃຊ້ສູນດັ່ງກ່າວນີ້ເປັນບ່ອນຝຶກອົບຮົມບັນດາວິຊາຕ່າງໆທີ່ກ່ຽວຂ້ອງ ແລະ ການປະຕິບັດຕົວຈິງ.

ສໍາລັບແຜນພັດທະນາການສຶກສາ ແລະ ກິລາ ປະຈໍາສົກປີ 2018-2019 ຈະໄດ້ເນັ້ນໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ, ຄູ-ອາຈານ ໄປຄຽງຄູ່ການປະຕິບັດຄາດໝາຍທີ 8 ຂອງນະຄອນຫຼວງວຽງຈັນ ກ່ຽວກັບການສ້າງໂອກາດໃຫ້ປະຊາຊົນນະຄອນຫຼວງຮຽນຈົບຊັ້ນ ມ. ປາຍ ໂດຍພື້ນຖານ, ນໍາເອົາຫຼັກສູດພາສາອັງກິດເຂົ້າສອນໃນຊັ້ນປະຖົມປີທີ 3 ເປັນຕົ້ນໄປ ແລະ ເອົາວິຊາ ໄອທີ ເຂົ້າສອນໃນຊັ້ນມັດທະຍົມຕອນຕົ້ນ-ຕອນປາຍ ໃຫ້ສໍາເລັດຕາມແຜນ, ຊີ້ນໍາ-ນໍາພາ ແລະ ຈັດຕັ້ງການຮຽນ-ການສອນທຸກຊັ້ນທຸກສາຍໃຫ້ສໍາເລັດຕາມໂຄງການຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາວາງອອກ ແລະ ມີຄຸນນະພາບດີຂຶ້ນເລື່ອຍໆ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຂະແໜງການສຶກສາ-ກິລາ ໃຫ້ໝົດໄປເທື່ອລະກ້າວ, ສ້າງນັກຮຽນທຸກຄົນໃຫ້ມີຄວາມຮູ້ ແລະ ຄວາມສາມາດຂັ້ນພື້ນຖານທີ່ຈໍາເປັນ ພ້ອມທັງມີສຸຂະພາບແຂງແຮງ ເພື່ອສາມາດເຂົ້າເຮັດວຽກຕາມຕະຫຼາດແຮງງານ ຫຼືສືບຕໍ່ຮຽນໃນການສຶກສາຫຼັງຂັ້ນພື້ນຖານຄືມັດທະຍົມຕອນປາຍ, ພ້ອມທັງສະໜອງການສຶກສາຂັ້ນພື້ນຖານ ໃຫ້ສອດຄ່ອງກັນຄວາມຕ້ອງການຂອງການຂະຫຍາຍຕົວຂອງເສດຖະກິດສັງຄົມໃນແຕ່ລະໄລຍະ, ພ້ອມທັງສາມາດເຊື່ອມໂຍງ ແລະ ແຂ່ງຂັນກໍາລັງແຮງງານໃນບັນດາປະເທດອາຊຽນໄດ້ ແລະ ສ້າງກິລາກາຍະກໍາລາວ ເຊື່ອມໂຍງດ້ານມາດຕະຖານຂອງພາກພື້ນ ແລະ ສາກົນເທື່ອລະກ້າວ.

- Visit Laos Visit SALANA BOUTIQUE HOTEL - ນະຄອນຫຼວງມີຄວາມພ້ອມເປີດສົກຮຽນໃໝ່ ສົກປີ 2018-2019
- 5 - ນະຄອນຫຼວງມີຄວາມພ້ອມເປີດສົກຮຽນໃໝ່ ສົກປີ 2018-2019
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!