ເວເນຊູເອລາ ປະກາດຫລຸດຄ່າເງິນຄັ້ງໃຫຍ່


ລັດຖະບານເວເນຊູເອລາ ປະກາດຫລຸດຄ່າເງິນຄັ້ງໃຫຍ່ເຖິງ 96% ຫວັງແກ້ໄຂບັນຫາເງິນເຟີ້ຂັ້ນຮຸນແຮງ ແລະ ເສດຖະກິດປະເທດທີ່ຢູ່ໃນສະພາບວິກິດ.
ວິກິດເສດຖະກິດ ແລະ ບັນຫາເງິນເຟີ້ຂັ້ນຮຸນແຮງ ທີ່ກອງທຶນການເງິນສາກົນ ຫລື IMF ຄາດວ່າຈະເພີ່ມສູງເຖິງຮ້ອຍລະ 1 ລ້ານ ພາຍໃນປີນີ້ ສົ່ງຜົນໃຫ້ລັດຖະບານເວເນຊູເອລາ ພາຍໃຕ້ການນຳຂອງປະທານາທິບໍດີ ນິໂກລັສ ມາດູໂຣ ຕ້ອງປະກາດຫລຸດຄ່າເງິນໂບລິວາເຖິງ 96% ໂດຍກ່ອນໜ້ານີ້ພຽງວັນດຽວ, ເວເນຊູເອລາ ໄດ້ອອກພັນທະບັດໃໝ່ ໂດຍມີການຕັດສິນອອກເຖິງ 5 ໂຕ ເຊິ່ງເທົ່າກັບວ່າເງິນໃນກະເປົາຂອງຊາວເວເນຊູເອລາ ຈະຫລຸດລົງຈຳນວນຫລາຍ.
ຂະນະດຽວກັນ, ຜູ້ນຳເວເນຊູເອລາ ຍັງປະກາດຂຶ້ນຄ່າແຮງຂັ້ນຕໍ່າ, ພ້ອມທັງຂຶ້ນພາສີມູນຄ່າເພີ່ມ ເຊິ່ງຂະແໜງເອກະຊົນວິພາກວິຈານມາດຕະການຂອງລັດຖະບານວ່າ: ເປັນເລື່ອງທີ່ບໍ່ສ້າງສັນ ແລະ ບໍ່ໄດ້ແກ້ບັນຫາເສດຖະກິດຂອງປະເທດ. ວິກິດເສດຖະກິດຍັງເຮັດໃຫ້ຊາວເວເນຊູເອລາຫລາຍກວ່າ 2 ລ້ານຄົນ ພາກັນອົບພະຍົບໜີ້ພິດເສດຖະກິດໃນປະເທດໄປປະເທດໃກ້ຄຽງນຳອີກ.
ຂະນະທີ່ພັກການເມືອງໃຫຍ່ຝ່າຍຄ້ານ 3 ພັກ ໄດ້ຮຽກຮ້ອງໃຫ້ຜູ້ຄົນ ແລະ ຂະແໜງທຸລະກິດຢຸດວຽກເປັນເວລາ 24 ຊົ່ວໂມງ ເພື່ອປະທ້ວງນະໂຍບາຍຂອງປະທານາທິບໍດີ ມາດູໂຣ. ເຖິງຢ່າງໃດກໍດີ, ຊາວເວເນຊູເອລາຫລາຍພັນຄົນ ໄດ້ອອກມາຊຸມນຸມໃນນະຄອນຫລວງຄາຣາກັສ ເພື່ອສະແດງພະລັງສະໜັບສະໜູນມາດຕະການເສດຖະກິດຂອງລັດຖະບານ ແລະ ປະທານາທິບໍດີ ມາດູໂຣ. ຂະນະທີ່ລັດຖະບານເວເນຊູເອລາ ລະບຸວ່າ: ການຮຽກຮ້ອງໃຫ້ນັດຢຸດວຽກປະທ້ວງ ເປັນຄວາມພະຍາຍາມຂອງພັກການເມືອງຝ່າຍຄ້ານທີ່ຈະທຳລາຍແຜນຟື້ນຟູເສດຖະກິດຂອງລັດຖະບານ.