ເດືອນ​​ຜ່ານ​ມາ, ຈໍານວນຜູ້​ເສຍ​ຊີວິດ​ຈາກ​ອຸປະຕິ​ເຫດ​ຢູ່​ນະຄອນຫລວງ​ວຽງ​ຈັນ​ເພີ່ມ​ຂຶ້ນ​ເປັນ 32 ຄົນ

- 17966268 1422906917768128 8714475508351820263 o - ເດືອນ​​ຜ່ານ​ມາ, ຈໍານວນຜູ້​ເສຍ​ຊີວິດ​ຈາກ​ອຸປະຕິ​ເຫດ​ຢູ່​ນະຄອນຫລວງ​ວຽງ​ຈັນ​ເພີ່ມ​ຂຶ້ນ​ເປັນ 32 ຄົນ
- kitchen vibe - ເດືອນ​​ຜ່ານ​ມາ, ຈໍານວນຜູ້​ເສຍ​ຊີວິດ​ຈາກ​ອຸປະຕິ​ເຫດ​ຢູ່​ນະຄອນຫລວງ​ວຽງ​ຈັນ​ເພີ່ມ​ຂຶ້ນ​ເປັນ 32 ຄົນ

ພະແນກຕຳຫຼວດຈະລາຈອນນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເດືອນເມສາ ທີ່ຜ່ານມາ, ທົ່ວນະຄອນຫຼວງວຽງຈັນ, ມີອຸບັດຕິເຫດເກີດຂຶ້ນຢູ່ຕາມເສັ້ນທາງ ຕ່າງໆ 159 ກໍລະນີ, ສົ່ງ​ຜົນ​ໃຫ້ມີຜູ້ເສຍຊີວິດ 32 ຄົນ, ​ໃນ​ນັ້ນ​ເປັນຍິງ 4 ຄົນ, ທຽບໃສ່ເດືອນມີນາເພີ່ມຂຶ້ນ 21 ກໍລະນີ ແລະ ມີຜູ້ເສຍຊີວິດເພີ່ມຂຶ້ນ 6 ຄົນ, ​ເມືອງ​ທີ່​​​​ມີ​ອຸປະຕິ​ເຫດ​​ເກີ​ດຂຶ້ນຫລາຍ​ກວ່າ​ໝູ່​ແມ່ນເມືອງໄຊທານີ 26 ກໍລະນີ.

​ສາເຫດຕົ້ນຕໍຂອງການເກີດອຸບັດຕິເຫດແມ່ນຂັບຂີ່ ໄວເກີນກຳນົດ, ເມົາແລ້ວຂັບ, ລວມ​ໄປ​ເຖິງສະພາບເຕັກນິກຂອງລົດບໍ່ໄດ້ ມາດຕະຖານ, ເພື່ອຫຼີກເວັ້ນຈາກອຸບັດຕິເຫດດັ່ງກ່າວຜູ້ຂັບຂີ່ຕ້ອງ​ເອົາ​ໃຈ​ໃສ່ປະຕິ ບັດຕາມກົດລະບຽບຈະລາຈອນ​ໃຫ້ເຂັ້ມງວດ, ພິເສດ​ແມ່ນ​ໃຫ້​ເຂັ້ມ​ງວດຄວບຄຸມຄວາມໄວ, ດື່ມສິ່ງມຶນເມົາແລ້ວບໍ່ຂັບ ແລະ ຕ້ອງຂັບຂີ່ຢ່າງມີມາລະຍາດ, ປະຕິບັດ​ລະບຽບ​ຈະລາຈອນ​ໃຫ້​ດີ. ຖ້າປະຕິບັດໄດ້ຄືແນວນີ້ ກໍຈະຊ່ວຍຫຼຸດຜ່ອນອຸບັດຕິເຫດລົງ​ໄດ້.

- Visit Laos Visit SALANA BOUTIQUE HOTEL - ເດືອນ​​ຜ່ານ​ມາ, ຈໍານວນຜູ້​ເສຍ​ຊີວິດ​ຈາກ​ອຸປະຕິ​ເຫດ​ຢູ່​ນະຄອນຫລວງ​ວຽງ​ຈັນ​ເພີ່ມ​ຂຶ້ນ​ເປັນ 32 ຄົນ
- 4 - ເດືອນ​​ຜ່ານ​ມາ, ຈໍານວນຜູ້​ເສຍ​ຊີວິດ​ຈາກ​ອຸປະຕິ​ເຫດ​ຢູ່​ນະຄອນຫລວງ​ວຽງ​ຈັນ​ເພີ່ມ​ຂຶ້ນ​ເປັນ 32 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!