CLMV+T ຫາລືວຽກງານການທ່ອງທ່ຽວ




ທ່ານຮອງລັດຖະມົນຕີກະຊວງຖະແຫລງຂ່າວ ກ່າວເປີດພິທີວ່າ: ເພື່ອເປັນການສຳມະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນລະຫວ່າງບັນດາປະເທດ CLMV+T ໃນການກຳນົດທິດທາງ ແລະ ຍຸດທະສາດການຮ່ວມມືລະ ຫວ່າງພາກລັດ ແລະ ພາກເອກະຊົນໃນຂະແໜງການທ່ອງທ່ຽວຄັ້ງນີ້, ດັ່ງທີ່ຮູ້ນຳກັນແລ້ວວ່າ ວຽກງານທ່ອງທ່ຽວໄດ້ກາຍເປັນຂະແໜງເສດຖະກິດທີ່ສຳຄັນຕໍ່ການພັດທະນາບັນດາປະເທດໃນທົ່ວໂລກ, ສຳລັບບັນດາປະເທດ CLMV+T ຂອງພວກເຮົາ, ເຫັນວ່າມີທ່າແຮງດ້ານການທ່ອງທ່ຽວຫລາຍ, ເນື່ອງຈາກມີຊັບພະຍາກອນທ່ອງທ່ຽວທີ່ອຸດົມສົມບູນທາງດ້ານປະຫວັດສາດທີ່ໜ້າຄົ້ນຫາ, ມີວັດທະນະທຳທີ່ເປັນເອກະລັກສະເພາະ, ມີທຳມະຊາດທີ່ອຸດົມສົມບູນ ແລະ ມີໂຄງລ່າງພື້ນຖານແຫລ່ງທ່ອງທ່ຽວທີ່ໜ້າດຶງດູດ, ຊຶ່ງມັນສະແດງອອກໃນຈຳນວນຕົວເລກນັກທ່ອງທ່ຽວທີ່ເຂົ້າມາທ່ຽວລາວໃນປີ 2016, ມີ 4,2 ລ້ານເທື່ອຄົນ, ສາມາດສ້າງລາຍຮັບໄດ້ຫລາຍກວ່າ 724 ລ້ານໂດລາສະຫະລັດ, ຊຶ່ງຫລາຍກວ່າໝູ່ແມ່ນປະເທດໄທ, ຮອງລົງມາແມ່ນກຳປູເຈຍ, ຫວຽດນາມ ແລະ ມຽນມາ, ຈາກຜົນສຳເລັດດັ່ງກ່າວ ຊີ້ໃຫ້ເຫັນເຖິງການຮ່ວມມືໃນປັດຈຸບັນລະຫວ່າງພາກລັດ ແລະ ເອກະຊົນທີ່ມີຜົນປະໂຫຍດຮ່ວມກັນ, ເນື່ອງຈາກວ່າຮູບແບບການຮ່ວມມືທຸລະກິດແບບນີ້, ຖ້າຖືກນໍາໃຊ້ຢ່າງຕໍ່ເນື່ອງມັນຈະມີຜົນປະໂຫຍດຕໍ່ການພັດທະນາການທ່ອງທ່ຽວແບບຍືນຍົງ, ສ້າງວຽກເຮັດງານທຳ, ສ້າງລາຍໄດ້ໃຫ້ຊຸມຊົນ, ຫລຸດຜ່ອນຄວາມທຸກຍາກ, ສົ່ງເສີມການພັດທະນາການທ່ອງທ່ຽວແບບຍືນຍົງ, ພ້ອມທັງຊ່ວຍກັນປົກປັກຮັກສາວັດທະນະທຳ ແລະ ມໍລະດົກ ເພື່ອເຮັດໃຫ້ຍົກສູງສະພາບເສດຖະກິດ-ສັງຄົມຂອງຊຸມຊົນດີຂຶ້ນເທື່ອລະກ້າວອີກດ້ວຍ.