ຍອດຜູ້ຕິດເຊື້ອໄຂ້ເລືອດອອກທົ່ວປະເທດເພີ່ມຂຶ້ນຫຼາຍກວ່າ 650 ກໍລະນີແລ້ວ

- images -  ຍອດຜູ້ຕິດເຊື້ອໄຂ້ເລືອດອອກທົ່ວປະເທດເພີ່ມຂຶ້ນຫຼາຍກວ່າ 650 ກໍລະນີແລ້ວ
- kitchen vibe -  ຍອດຜູ້ຕິດເຊື້ອໄຂ້ເລືອດອອກທົ່ວປະເທດເພີ່ມຂຶ້ນຫຼາຍກວ່າ 650 ກໍລະນີແລ້ວ

ຕາມການລາຍງານຂອງໜ່ວຍເຝົ້າລະວັງພະຍາດລະບາດຂອງກະຊວງສາທາລະນະສຸກໃຫ້ຮູ້ວ່າ: ປັດຈຸບັນຈຳນວນສະສົມຂອງຍອດຜູ້ຕິດເຊື້ອໄຂ້ເລືອດອອກໃນເພີ່ມຂຶ້ນເປັນ 650 ກວ່າກໍລະນີແລ້ວ,ແຕ່ຍັງບໍ່ມີຜູ້ເສຍຊີວິດ, ໃນນັ້ນແຂວງທີ່ມີຈຳນວນຜູ້ຕິດເຊື້ອຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນມີຫຼາຍກວ່າ 168  ກໍລະນີ, ຮອງລົງມາແມ່ນແຂວງຈຳປາສັກ 139 ກໍລະນີ, ອັດຕະປື 118 ກໍລິນີ, ບໍລິຄຳໄຊ 64  ກໍລະນີ, ສະຫວັນນະເຂດ 52 ກໍລະນີ, ສາລະວັນ 48 ກໍລະນີ ແລະ ເຊກອງ 24 ກໍລະນີ,ສ່ວນແຂວງອື່ນໆນັ້ນແມ່ນຍັງມີຈຳນວນຜູ້ຕິດເຊື້ອໜ້ອຍຢູ່, ແຕ່ເຖິງຢ່າງໃດກໍຕາມເນື່ອງຈາກສະພາບອາກາດຮ້ອນອົບເອົ້າ, ບວກກັບໃກ້ຈະຮອດລະດູຝົນແລ້ວ, ຊຶ່ງອາດເຮັດໃຫ້ຍຸງລາຍທີ່ເປັນໂຕນຳເຊື້ອພະຍາດໄຂ້ເລືອດອອກແຜ່ພັນໄດ້ງ່າຍ ແລະ ຖ້າພວກເຮົາບໍ່ມີວິທີປ້ອງກັນທີ່ດີກໍອາດເກີດການລະບາດຂອງພະຍາດດັ່ງກ່າວກໍເປັນໄດ້, ດັ່ງນັ້ນ ທຸກຄົນຕ້ອງເອົາໃຈໃສ່ສືບຕໍ່ເຝົ້າລະວັງ, ປ້ອງກັນ ແລະ ສະກັດກັ້ນພະຍາດດັ່ງກ່າວໃຫ້ດີ, ດ້ວຍການເອົາໃຈໃສ່ປະຕິບັດຕາມຫຼັກການ 5 ປ ທີ່ກະຊວງສາທາ ລະນະສຸກວາງອອກຢ່າງເຂັ້ມງວດຄື: ປ 1 ປິດຝາພາຊະນະທີ່ມີນ້ຳພາຍໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ໃສ່, ປ 2 ປ່ຽນນ້ຳ ແລະ ຜັດຖູພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້ເຢັນ, ຖ່ານຮອງຈອກນ້ຳ, ປ3 ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳຍຸງລາຍ, ປ4 ປັບປຸງບໍ່ໃຫ້ມີນ້ຳຄ້າງ, ຂັງກະໂປະກະປ໋ອງ, ຮາງລິນ ແລະ ຢ່າງຕີນລົດເກົ່າ, ປ 5 ປະຕິບັດເປັນປະຈຳທຸກໆອາທິດ ແລະ ຖ້າຫາກເປັນໄຂ້ໃຫ້ໄປປິ່ນປົ່ວຢູ່ໂຮງໝໍ ຫຼື ສຸກສາລາໃກ້ບ້ານທ່ານ, ພ້ອມນັ້ນກໍຕ້ອງເອົາໃຈໃສ່ປ້ອງກັນພະຍາດຕາມລະດູການອື່ນໆທີ່ມັກເກີດຂຶ້ນ, ເປັນຕົ້ນແມ່ນພະຍາດຖອກທ້ອງ, ໄຂ້ ຫວັດ ແລະ ອື່ນໆ, ດ້ວຍການປະຕິບັດຕາມຫຼັກການອະນາໄມ 3 ສະອາດຢ່າງເຂັ້ມງວດ, ໂດຍສະເພາະແມ່ນເລື່ອງອາຫານການກິນ ແລະ ການຮັກສາຄວາມສະອາດໃຫ້ເອົາໃຈໃສ່ເປັນພິເສດ,ເນື່ອງຈາກປັດຈຸບັດສະພາບອາການທີ່ຮ້ອນອົບເອົ້າໃນປັດຈຸບັນເປັນເງື່ອນໄຂກໍ່ໃຫ້ເກີດພະຍາດດັ່ງກ່າວໄດ້ງ່າຍ.

- 3 -  ຍອດຜູ້ຕິດເຊື້ອໄຂ້ເລືອດອອກທົ່ວປະເທດເພີ່ມຂຶ້ນຫຼາຍກວ່າ 650 ກໍລະນີແລ້ວ
- Visit Laos Visit SALANA BOUTIQUE HOTEL -  ຍອດຜູ້ຕິດເຊື້ອໄຂ້ເລືອດອອກທົ່ວປະເທດເພີ່ມຂຶ້ນຫຼາຍກວ່າ 650 ກໍລະນີແລ້ວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!