ລາວເລັ່ງໃຫ້ປະຊາຊົນໄດ້ເຂົ້າເຖິງການວາງແຜນຄອບຄົວໄດ້ທົ່ວເຖິງ


ກອງປະຊຸມແຫ່ງຊາດວ່າດ້ວຍການວາງແຜນຄອບຄົວພາຍໃຕ້ຫົວຂໍ້ “ ລົງທຶນໃສ່ການວາງແຜນຄອບຄົວເພື່ອປະກອບສ່ວນພັດທະນາເສດຖະກິດ” ໄດ້ຈັດຂຶ້ນໃນວັນທີ 3 ພຶດສະພານີ້, ທີ່ນະຄອນຫຼວງວຽງຈັນ, ໂດຍກະຊວງສາທາລະນະສຸກ ແລະ ອົງການສະຫະປະຊາຊາດກອງທືນສຳລັບປະຊາກອນ ( UNFPA ) ເພື່ອຊຸກຍູ້ສົ່ງເສີມການສະໜັບສະໜູນຕໍ່ວຽກງານວາງແຜນຄອບຄົວ, ໂດຍຜ່ານການສ້າງຄວາມເຂົ້າໃຈ, ຄວາມເປັນເອກະພາບ ແລະ ການລົງທຶນໃສ່ວຽກງານດັ່ງກ່າວໃຫ້ຍືນຍົງ, ທັງເປັນການແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນກ່ຽວກັບການບໍລິການ, ການສະໜອງຂໍ້ມູນ ແລະ ການສ້າງຄວາມເຂົ້າໃຈໃຫ້ແກ່ຂັ້ນແຂວງ ແລະ ທ້ອງຖິ່ນ, ເພື່ອສະໜັບສະໜູນໃຫ້ປະຊາຊົນເຂົ້າເຖິງການວາງແຜນຄອບຄົວໄດ້ຢ່າງທົ່ວເຖິງ ແລະ ກວ້າງຂວາງ, ໂດຍການໃຫ້ກຽດເຂົ້າຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທັງເປັນປະທານຄະນະກຳມະການເພື່ອຄວາມກ້າວໜ້າຂອງແມ່ ແລະ ເດັກແຫ່ງຊາດ, ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາ ລະນະສຸກ, ທ່ານ ນາງ Yoriko Yasukawa ຜູ້ບໍລິຫານລະດັບສູງປະຈຳພາກພື້ນອາຊີ-ປາຊີຟິກ , ອົງການ UNFPA ແລະ ຜູ້ຕາງໜ້າ ອົງການຈັດຕັ້ງສາກົນ,ຄູ່ຮ່ວມພັດທະນາ ແລະ ຂະແໜງການກ່ຽວຂ້ອງອື່ນໆເຂົ້າຮ່ວມເປັນຈຳນວນຫຼາຍ.
ທ່ານຮອງນາຍົກລັດຖະມົນຕີກ່າວໃນທີ່ປະຊຸມວ່າ: ຍາມໃດພັກ ແລະ ລັດຖະບານກໍເຮັດທຸກຢ່າງເພື່ອ ຄວາມຢູ່ເຢັນເປັນສຸກຂອງປະຊາຊົນລາວບັນດາເຜົ່າຢ່າງສະເໜີຕົ້ນສະເໜີປາຍ, ປະຕິບັດເນື້ອໃນຈິດໃຈ ຂອງ 4 ບຸກທະລຸຢ່າງຕັ້ງໜ້າ, ເພື່ອເຮັດໃຫ້ປະເທດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນ ປີ 2020, ຂະແໜງສາທາລະນະສຸກໄດ້ຖືເອົາວຽກງານຮັກສາສຸຂະພາບຂອງແມ່ ແລະ ເດັກ, ເປັນບູລິມະສິດອັນສຳຄັນ, ໂດຍຖືເອົາວຽກງານກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ,ຖືເອົາການໍລິການ ແລະ ສະ ໜອງການບໍລິການປິ່ນປົວທີ່ມີຄຸນນະພາບເປັນສຳຄັນ, ຊຶ່ງວຽກງານແມ່ ແລະ ເດັກກໍ ເປັນວຽກງານໜຶ່ງທີ່ສຳຄັນປະກອບສ່ວນຫຼຸດຜ່ອນການເຈັບເປັນ ແລະ ເຮັດໃຫ້ອັດຕາສ່ວນການຕາຍຂອງແມ່ ແລະ ເດັກຫຼຸດລົງຈາກ 357 ຄົນຕໍ່ 1 ແສນຄົນເກີດມີຊີວິດໃນປີ 2012 ມາ ເປັນ 206 ຄົນ ຕໍ່ 1 ແສນຄົນເກີດມີຊີວິດໃນປີ 2015 ຊຶ່ງເປັນເປົ້າໝາຍທີ່ສຳຄັນໃນການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ແລະ ເປັນສ່ວນໜຶ່ງຂອງວາລະການພັດທະນາແຫ່ງຊາດ, ການຫຼຸດຜ່ອນການຕາຍຂອງແມ່ຍັງສືບຕໍ່ເປັນບູລິມະສິດ ແລະ ເປົ້າໝາຍການພັດທະນາແບບຍືນຍົງພາຍໃຕ້ເປົ້າໝາຍທີ່ 3 ຄື: ຮັບປະກັນຊີວິດທີ່ມີສຸຂະພາບແຂງແຮງ ແລະ ສົ່ງເສີມຊີວິດທີ່ດີສຳລັບທຸກຄົນໃນທຸກໄວອາຍຸຈົນເຖິງປີ 2030.
ທ່ານຮອງນາຍົກກ່າວວ່າ: ສຳລັບຢູ່ ສປປ ລາວ ເຮົາຄວາມຕ້ອງການການວາງແຜນຄອບຄົວທີ່ບໍ່ ໄດ້ ຮັບການຕອບສະໜອງແມ່ນຍັງສູງເຖິງ 20%, ສຳລັບບາງກຸ່ມຊົນເຜົ່າສູງເຖິງ 31%, ອັດຕາການ ເກີດໃນໄວໜຸ່ມແມ່ນ 76%, ການເກີດມີຊີວິດຕໍ່ໄວໜຸ່ມຍິງອາຍຸ 15-19 ປີໃນ 1000 ຄົນ, ສຳລັບ ການນຳໃຊ້ວິທີຄຸມກຳເນີດໃນໄວໜຸ່ມມີພຽງແຕ່ 22,3% , ໃນຂະນະທີ່ອັດຕາຄວາມຕ້ອງການການ ວາງແຜນຄອບຄົວທີ່ຍັງບໍ່ສາມາດຕອບສະໜອງໄດ້ແມ່ນ 22%. ດັ່ງນັ້ນການວາງແຜນຄອບຄົວແມ່ນ ຈະຊ່ວຍຫຼຸດຜ່ອນການຖືພາໃນໄວໜຸ່ມ, ເຮັດໃຫ້ໄວໜຸ່ມສາມາດພັດທະນາທາງດ້ານຮ່າງກາຍ, ຄວາມຮູ້ ແລະ ໄດ້ຮັບລະດັບໂພສະນາການທີ່ເໝາະສົມ, ພ້ອມທີ່ຈະກ້າວໄປສູ່ການມີລູກ, ຊຶ່ງຕາມຫຼັກຖານຈາກການສຶກສາໄດ້ສະແດງໃຫ້ເຫັນເຖິງສາຍພົວພັນ, ລະຫວ່າງສຸຂະພາບຂອງແມ່ ແລະ ຜົນໄດ້ຮັບດ້ານໂພຊະນາການ, ລະບຸວ່າໄວໜຸ່ມຍິງທີ່ແຂງແຮງ ແລະ ມີໂພສະນາການທີ່ດີຈະສົ່ງຜົນດີຕໍ່ໂຕເຂົາເຈົ້າເອງ ແລະ ຈະສົ່ງຜົນໃຫ້ເຂົາເຈົ້າກາຍເປັນແມ່ທີ່ມີສຸຂະພາບແຂງແຮງ ແລະ ຍັງສາມາດປະຢັດງົບປະມານໄດ້ຫຼາຍລ້ານໂດລາຈາກຄ່າໃຊ້ຈາຍໂດຍກົງກ່ຽວກັບການເບິ່ງແຍງ ແລະ ດູແລຮັກສາສຸຂະພາບ, ການວາງ ແຜນຄອບຄົວແມ່ນການລົງທືນທີ່ມີປະສິດທິຜົນທີ່ສຸດນຳມາເຊິ່ງຜົນປະໂຫຍດດ້ານສຸຂະພາບ ແລະ ຊີວິດໃຫ້ແກ່ບຸກຄົນ ແລະ ປະເທດຊາດ, ດັ່ງນັ້ນການຈັດກອງປະຊຸມຄັ້ງນີ້ສະແດງໃຫ້ເຫັນວ່າການວາງແຜນຄອບຄົວແມ່ນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຢ່າງມີຄວາມໝາຍສຳຄັນ, ດັ່ງນັ້ນ ຂໍໃຫ້ທຸກທ່ານຈົ່ງຕັ້ງໜ້າເຂົ້າໃນການສົນທະນາປຶກສາຫາລື ແລະ ແລກປ່ຽນບົດຮຽນຈາກສາກົນ ແລະ ອົງການຈັດຄັ້ງຕ່າງໆ, ທັງພາຍລັດ ແລະ ເອກະຊົນ, ນັບທັງສູນກາງ ແລະ ທ້ອງຖິ່ນນຳໄປຈັດຕັ້ງປຕິບັດຢ່າງມີຜົນ, ໃຫ້ສາມາດບຸລຸເປົ້າໝາຍສະຫັດສະຫວັດດ້ານການພັດທະນາໄດ້ຕາມລະດັບຄາດໝຍທີ່ວາງໄວ້.