ຈຳນວນຜູ້ເສຍຊີວິດຈາກນ້ຳຖ້ວມ ຢູ່ອິນເດຍເພີ່ມຂຶ້ນເກີນ 357 ຄົນ

ຈຳນວນຜູ້ເສຍຊີວິດຈາກນ້ຳຖ້ວມ ຢູ່ອິນເດຍເພີ່ມຂຶ້ນເກີນ 357 ຄົນ - 2018 08 18T092320Z 1 LYNXMPEE7H074 RTROPTP 4 INDIA FLOODS 550x330 - ຈຳນວນຜູ້ເສຍຊີວິດຈາກນ້ຳຖ້ວມ ຢູ່ອິນເດຍເພີ່ມຂຶ້ນເກີນ 357 ຄົນ
ຈຳນວນຜູ້ເສຍຊີວິດຈາກນ້ຳຖ້ວມ ຢູ່ອິນເດຍເພີ່ມຂຶ້ນເກີນ 357 ຄົນ - kitchen vibe - ຈຳນວນຜູ້ເສຍຊີວິດຈາກນ້ຳຖ້ວມ ຢູ່ອິນເດຍເພີ່ມຂຶ້ນເກີນ 357 ຄົນ

​ເຈົ້າໜ້າ​ທີ່​ອິນ​ເດຍກ່າວ​ໃນ​ວັນ​ທີ 19 ສິງຫາ​ນີ້​ວ່າ: ຈຳນວນ​ຜູ້​ເສຍ​ຊີວິດ​ຈາກ​ອຸ​ທົກ​ກະ​ໄພ​ຄັ້ງຮ້າຍ​ແຮງ​ໃນ​ຮອບ​ສະຕະວັດ​ທີ່​ລັດ​ເກຣລະ​ຂອງ​ອິນ​ເດຍ​ເພີ່ມ​ຈຳນວນ​ຂຶ້ນ 357 ກວ່າ​ຄົນ ​ແລະ ​ໂຄງ​ສ້າງ​ພື້ນຖານ​ເສຍ​ຫາຍ​ຄິດ​ເປັນ​ມູນ​ຄ່າ​ປະມານ 3.000 ລ້ານ​ໂດ​ລາ​ສະຫະລັດ.

ຈຳນວນຜູ້ເສຍຊີວິດຈາກນ້ຳຖ້ວມ ຢູ່ອິນເດຍເພີ່ມຂຶ້ນເກີນ 357 ຄົນ - 1534655030452 800x0 - ຈຳນວນຜູ້ເສຍຊີວິດຈາກນ້ຳຖ້ວມ ຢູ່ອິນເດຍເພີ່ມຂຶ້ນເກີນ 357 ຄົນ

ຈຳນວນຜູ້ເສຍຊີວິດຈາກນ້ຳຖ້ວມ ຢູ່ອິນເດຍເພີ່ມຂຶ້ນເກີນ 357 ຄົນ - Visit Laos Visit SALANA BOUTIQUE HOTEL - ຈຳນວນຜູ້ເສຍຊີວິດຈາກນ້ຳຖ້ວມ ຢູ່ອິນເດຍເພີ່ມຂຶ້ນເກີນ 357 ຄົນ

ລັດ​ເກຣລະ​​ເຊິ່ງ​ເປັນ​ແຫ​ລ່ງທ່ອງ​ທ່ຽວ​ທາງ​ພາກ​ໃຕ້​ຂອງ​ອິນ​ເດຍ ຜະ​ເຊີນ​ຝົນ​ມໍ​ລະ​ສຸມ​ຢ່າງ​ໜັກ​ມາ​ແຕ່​ທ້າຍ​ເດືອນ​ພຶດສະພາ ​ເຮັດ​ໃຫ້​ດິນ​ເຈື່ອນ ​ແລະ ນ້ຳຖ້ວມ​ກະທັນຫັນ​ໃນ​ຫລາຍ​ທ້ອງ​ຖິ່ນ. ​ເຈົ້າໜ້າ​ທີ່​ຖະ​ແຫລ​ງວ່າ: ຈາກ​ສະພາບ​ຝົນຕົກ​ໜັກ​ໃນ​ລັດ​ເກຣລະ​ນັບ​ແຕ່​ວັນ​ທີ 29 ພຶດສະພາ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 357 ຄົນ​ແລ້ວ ​ໂດຍ​ໃນ​ໄລຍະ 24 ຊົ່ວ​ໂມງ​ຜ່ານ​ມາ ມີ​ລາຍ​ງານ​ຜູ້​ເສຍ​ຊີວິດ​ສູງ​ເຖິງ 33 ຄົນ. ຖະ​ແຫລ​ງການ​ລະບຸ​ວ່າ: ປະຊາຊົນ​ປະມານ 353.000 ຄົນ​ຕ້ອງ​ຍ້າຍ​ໄປ​ອາ​ໄສ​ຢູ່​ສູນ​ພັກຊົ່ວຄາວ​ທີ່​ຈັດ​ໄວ້ 3.026 ​ແຫ່ງ. ຂະນະ​ທີ່​ກອງທັບບົກ, ກອງທັບ​ເຮືອ ​ແລະ ກອງທັບ​ອາກາດ ອອກ​ກະຈາຍ​ກຳລັງ​ກັນ​ຄົ້ນຫາ​ປະຊາຊົນ​ທີ່​ຍັງ​ຕົກ​ຄ້າງ​ຢູ່​ໃນ​ພື້ນທີ່​ປະສົບ​ອຸ​ທົກ​ກະ​ໄພ, ຖະໜົນ ​ແລະ ຂົວ 134 ​ແຫ່ງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ, ພື້ນທີ່​ຖືກ​ຕັດຂາດ.

ນາຍົກລັດຖະມົນຕີ ນາ​ເຣນທຣາ ​ໂມ​ດີ ກ່າວ​ຫລັງ​ລົງພື້ນທີ່​ຫລາຍ​ແຫ່ງ​ໃນ​ລັດ​ເກຣລະວ່າ: ລັດຖະບານ​ຈັດ​ສັນ​ງົບປະມານ​ສຸກ​ເສີນ​ເພື່ອ​ຊ່ວຍ​ເຫລືອ​ລັດ​ເກຣລະ​ໃນ​ເບື້ອງຕົ້ນ 75 ລ້ານ​ໂດ​ລາ​ສະຫະລັດ. ຂະນະ​ທີ່​ລັດຖະບານ​ທ້ອງ​ຖິ່ນ​ຂອງ​ອີກ​ຫລາຍ​ລັດ​ສາມາດ​ລະດົມ​ທຶນ​ຮ່ວມ​ກັນ​ໄດ້​ແລ້ວ​ຢ່າງ​ໜ້ອຍ 20 ລ້ານ​ໂດ​ລາ​ສະຫະລັດ ​ເພື່ອ​ສະໜັບສະໜູນ​ປະຕິບັດ​ການ​ກູ້​ໄພ ​ແລະ ​ໃຫ້ການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ​ຜູ້​ປະສົບ​ໄພ​ໃນ​ລັດ​ເກຣລະ.

ຈຳນວນຜູ້ເສຍຊີວິດຈາກນ້ຳຖ້ວມ ຢູ່ອິນເດຍເພີ່ມຂຶ້ນເກີນ 357 ຄົນ - 3 - ຈຳນວນຜູ້ເສຍຊີວິດຈາກນ້ຳຖ້ວມ ຢູ່ອິນເດຍເພີ່ມຂຶ້ນເກີນ 357 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!