ພໍ່ແມ່ໃຫ້ລູກຫຼິ້ນໂທລະສັບມືຖືສົ່ງຜົນເສຍທຸກດ້ານ ຄໍາເຕື່ອນຈາກແພດຊາວຍີ່ປຸ່ນ


ແພດຊາວຍີ່ປຸ່ນເຕືອນ ໃຫ້ລູກຫຼິິ້ນໂທລະສັບມືຖືສົ່ງຜົນເສຍທຸກດ້ານ ໂທລະສັບມືຖືເປັນອັນຕະລາຍຕໍ່ເດັກ ຊຶ່ງສົ່ງຜົນກະທົບດ້ານລົບຕໍ່ເດັກທັງດ້ານສຸຂະພາບ, ການຮຽນ ແລະ ພັດທະນາການດ້ານຕ່າງໆ.
9 ຜົນກທົບຈາກການໃຊ້ໂທລະສັບຫຼາຍເກີນໄປ:
- ລົບກວນການນອນຫຼັບ: ແສງຈາກໂທລະສັບມືຖື ຫຼື ແທັບເລັດ ຜົນສົ່ງຕໍ່ການລັ່ງຮໍໂມນ (ເມລາໂທນິນ) ທີ່ຊ່ວຍຄວບຄຸມການນອນຫຼັບ ເນື່ອງຈາກການປ່ອຍຮໍໂມນດັ່ງກ່າວຈະຂຶ້ນຢູ່ກັບແສງສະຫວ່າງເປັນສໍາຄັນ. ດັ່ງນັ້ນ, ການຫຼິ້ນໂທລະສັບກ່ອນນອນ ຈຶ່ງສົ່ງຜົນຕໍ່ການນອນບໍ່ຫຼັບ.
- ເກີດຄວາມຄຽດ
- ທໍາລາຍຈໍປະສາດຕາ: ແສງສີຟ້າຈາກຈໍໂທລະສັບສາມາດທໍາລາຍຈໍປະສາດຕາ (ເຣຕິນ່າ) ຈົນນໍາໄປສູ່ໂຣກຈໍປະສາດຕາເສື່ອມໄດ້ ຊຶ່ງສູດທີ່ໃຊ້ກັນເພື່ອເບິ່ງແຍງສຸຂະພາບຕາ ຄື 20-20-20 ໂດຍເບິ່ງຈໍພຽງແຕ່ 20 ນາທີ ຈາກນັ້ນພັກສາຍຕາເບິ່ງບ່ອນອື່ນ 20 ວິນາທີ ໂດຍເບິ່ງສິ່ງທີ່ຢູ່ໄກຈາກຕົນເອງ 20 ແມັດ ເພື່ອຄາຍຄວາມລ້າຈາກການໃຊ້ສາຍຕາ.
- ພຶດຕິກໍາກ້າວລ້າວ: ຄົນທີ່ຕິດການໃຊ້ໂທລະສັບມືຖື ແລະ ບໍ່ໄດ້ໃຊ້ເວລາທີ່ຕ້ອງການ ມັກຈະເກີດອາການງຸດງິດ, ກ້າວລ້າວ ເພາະບໍ່ໄດ້ດັ່ງໃຈ ຊຶ່ງພົບໄດ້ຫຼາຍໃນເດັກນ້ອຍ ທີ່ຕິດຫຼິ້ນເກມໃນໂທລະສັບມືຖື.
- ເສຍສະມາທິ: ການໃຊ້ໂທລະສັບເຊື່ອມຕໍ່ກັບໂຊຊຽວມີເດຍ ສົ່ງຜົນໃຫ້ເສຍສະມາທິໄດ້ ເພາະແທນທີ່ຈະຈົດຈໍ່ກັບການເຮັດສິ່ງໃດສິ່ງໜຶ່ງໃຫ້ສໍາເລັດ ກໍຕ້ອງມາຄິດກັບສຽງແຈ້ງເຕືອນຕ່າງໆ ທີ່ເຂົ້າມາຈົນຂາດສະມາທິ.
- ອາການປວດຊາບໍລິເວນປາຍແຂນ ແລະ ມື ຈາກການຈັບໂທລະສັບດ້ວຍທ່າທາງທີ່ງໍແຂນເປັນມຸນແຄບກວ່າ 90 ອົງສາດົນເກີນໄປ ຊຶ່ງຫາກບໍ່ໄດ້ຮັບການແກ້ໄຂກໍອາດເຮັດໃຫ້ກ້າມຊີ້ນອ່ອນແຮງ ຫຼືເກີດຂໍ້ງໍຕິດແຂງທີ່ນິ້ວນາງກັບນິ້ວກ້ອຍໄດ້.
- ນິ້ວລັອກ: ການໃຊ້ນິ້ວໃດນິ້ວໜຶ່ງພິມຂໍ້ຄວາມ ຫຼື ຫຼິ້ນເກມໃນໂທລະສັບດົນເກີນໄປ ສົ່ງຜົນໃຫ້ເກີດອາການນິ້ວລັອກໄດ້ ຊຶ່ງເກີດຈາກການອັກເສບຂອງເສັ້ນເອັນ ແລະ ປອກຫຸ້ມເອັນທີ່ໃຊ້ໃນການງໍນິ້ວຂໍ້ມືບໍລິເວນໂຄນນິ້ວ ເຮັດໃຫ້ເກີດອາການປວດບວມ ໂດຍສ່ວນໃຫຍ່ມັກເປັນກັບນິ້ວໂປ້ງມື ທີ່ໃຊ້ງານຫຼາຍກວ່ານິ້ວອື່ນໆ.
- ຊຶມເສົ້າ ແລະ ວິຕົກກັງວົນ: ຄົນທີ່ໃຊ້ໂທລະສັບມືຖືຈົນຕິດ ມັກຈະມີອາການຊຶມເສົ້າ ຫຼື ວິຕົກກັງວົນຕາມມາໄດ້ ອັນເນື່ອງມາຈາກການລໍຄອຍ ຫຼື ຄາດຫວັງສຽງໂທລະສັບ ຫຼື ການຕອບກັບຂໍ້ຄວາມຕ່າງໆ ແລະ ຫາກມື້ໃດລືມເອົາໂທລະສັບຕິດໂຕໄປນໍາ ກໍຈະຍິ່ງຮູ້ສຶກເປັນກັງວົນຫຼາຍຂຶ້ນ.
- ເຈັບຫົວ: ການໃຊ້ໂທລະສັບເປັນເວລາດົນ ຈະສົ່ງຜົນໃຫ້ໄດ້ຮັບລັງສີຄື້ນໂທລະສັບທີ່ແຜ່ອອກມາຫຼາຍຂຶ້ນຕາມໄປດ້ວຍ ຊຶ່ງລັງສີດັ່ງກ່າວສົ່ງຜົນຕໍ່ລະບົບປະສາດດ້ວຍເຮັດໃຫ້ເກີດອາການຂ້າງຄຽງຕາມມານັ້ນຄື ເຈັບຫົວ, ເຈັບໄມເກນ ຫຼື ບາງຄົນກໍອາດຈະມີອາການທີ່ຮຸນແຮງກວ່ານັ້ນ.
ແຕ່ຜົນກະທົບຕໍ່ສະໝອງ ແລະ ການຮຽນກໍໄດ້ຮັບການພິສູດໂດຍຜົນການສໍາຫລວດແລ້ວໂທລະສັບຍິ່ງນ້ອຍ ຜົນກະທົບຍິ່ງຫຼາຍ. ຂໍ້ມູນຈາກກະຊວງສຶກສາທິການ ວັດທະນະທໍາ ກິລາ ວິທະຍາສາດ ແລະ ເຕັກໂນໂລຊີຂອງຍີ່ປຸ່ນ ພົບວ່າ ຕັ້ງແຕ່ປີ 2014 ນັກຮຽນຊັ້ນປະຖົມ ແລະ ມັດທະຍົມທີ່ໃຊ້ເວລາກັບໂທລະສັບຫຼາຍ ຈະຍິ່ງສົ່ງຜົນການຮຽນຫລຸດຖອຍລົງ ນອກນີ້, ການຈ້ອງເບິ່ງຈໍພາບເປັນເວລາດົນ ຍັງມີສ່ວນທໍາລາຍສະໝອງ ແລະ ເຮັດໃຫ້ປະສິດທິພາບເລື່ອງຄວາມຈໍາຫລຸດຖອຍອີກດ້ວຍ ຜົນການວິໄຈເຄີຍພົບວ່າ ໂທລະສັບສົ່ງຜົນລົບຕໍ່ພັດທະນາການຂອງເດັກນ້ອຍ ເພາະເປັນການສື່ສານທາງດຽວ ເຮັດໃຫ້ເດັກຂາດພັດທະນາການດ້ານການສື່ສານ ແລະ ຄວາມຄິດສ້າງສັນ.
ແຕ່ໂທລະສັັບຍິ່ງຈໍຂະໜາດນ້ອຍກໍຈະຍິ່ງມີຜົນເສຍຫຼາຍກວ່າ ຜູ້ປົກຄອງຄວນຈໍາກັດເວລາການຫຼິ້ນໂທລະສັບ, ຫຼິ້ນເກມ ແລະ ໃຊ້ໂທລະສັບຂອງເດັກນ້ອຍໃຫ້ບໍ່ເກີນມື້ລະ 2 ຊົ່ວໂມງຕໍ່ມື້, ສ່ວນເດັກນ້ອຍອາຍຸຕໍ່ກວ່າ 2 ປີ ບໍ່ຄວນໃຫ້ເບິ່ງໂທລະສັບ ຫຼືໃຊ້ຄອມພິວເຕີ ແລະ ໂທລະສັບຢ່າງເດັດຂາດ.

