ໂຈຊົວ ພ້ອມຊົກກັບ ຄລິດໂກ ອີກຄັ້ງ




ທັງນີ້ ໂຈຊົວ ຫາກໍເອົາຊະ ນະນ໊ອກ ຄລິດໂກ ໃນຍົກທີ 11 ໃນການຊົກຊີງແຊ໊ງໂລກຮຸ່ນເຮຟວີເວດ ທີ່ສະໜາມເວມບລີ ໃນນະ ຄອນລອນດອນ ປະເທດອັງກິດ ໃນວັນເສົາທີ 29 ເມສາຜ່ານມາ ເຮັດໃຫ້ລາວປ້ອງກັນສາຍແອວ ແຊ໊ມ ສະຫະພັນມວຍນາໆຊາດ ຫຼື IBF ເອົາໄວ້ໄດ້ ພ້ອມຄວ້າສາຍ ແອວຊຸບເປີແຊ໊ມຂອງ ສະມາຄົມ ມວຍໂລກ ຫຼື WBA ມາຄອງໄດ້ ອີກໜຶ່ງເສັ້ນ ໂດຍຄັ້ງດັ່ງກ່າວ ໂຈຊົວ ຖືກຊົກລົງໄປນອນກັບພື້ນ ໃຫ້ກຳມະການນັບ 8ເປັນຄັ້ງທຳ ອິດໃນການຊົກມວຍອາຊີບ.
ຖດຍ ໂຈຊົວ ທີ່ຊະນະ 19 ຄັ້ງ ແລະ ເປັນການຊະນະບໍ່ຄົບ ຍົກທັງໝົດກ່າວກັບນັກຂ່າວວ່າ ຖ້າຊົກອີກຄັ້ງຈະເປັນສິ່ງທີ່ດີ ເພາະຮູແບບການຊົກທີ່ເຮົາທັງ ສອງມີນັ້ນ ເຮັດໃຫ້ຜູ້ຊົມມີຄວາມ ສຸກ ຂ້ອຍຄິດວ່າລາວຕ້ອງການ ຈະຊົກແກ້ມືອີກຄັ້ງ ແຕ່ ເມຍ ແລະ ຄອບຄົວລວມທັງຄົນອ້ອມໆໂຕ ລາວ ໂດຍສະເພາະອ້າຍຂອງ ລາວ (ວິຕາລີ) ອາດມີຄວາມ ຄິດເຫັນທີ່ແຕກຕ່າງອອກ ໄປ ຂ້ອຍໃຫ້ຄວາມເຄົາລົບຢ່າງສູງ ທັງໃນ ແລະ ນອກສະໜາມ ຂ້ອຍບໍ່ມີປັນຫາທີ່ຈະຊົກກັບລາວອີກຄັ້ງ ຖ້າລາວຕ້ອງການທັງ ໝົດຂຶ້ນຢູ່ກັບລາວ ດັ່ງນັ້ນຖ້າລາວ ຕ້ອງການກັບຂ້ອຍອີກຄັ້ງບໍ່ມີປັນຫາ.
ແນວໃດກໍຕາມ ຫາກ ຄລິດ ໂກ ທີ່ເສຍເປັນຄັ້ງທີ 5 ແລະ ຊະ ນະ 64 ຄັ້ງ ຕັດສິນໃຈປະກາດ ແຂນນວນ ສ່ວນທາງ ໂຈຊົວ ວາງແຜນທີ່ຈະຂຶ້ນຊົກກັບ ໄທສັນ ຟູຣີ ນັກຊົກຮ່ວມຊາດທີ່ຖ້ານະ ເປັນອະດີດແຊ໊ມມວຍໂລກ.