12 ປີໜັງສືພິມລາວພັດທະນານ້ອງໃໝ່ລາຍວັນ
ໂດຍ: ທິດກ່ຳ
ໃນໂອກາດລະນຶກວັນສື່ມວນຊົນແຫ່ງຊາດ 13 ສິງ ຫາຄົບຮອບ 68 ປີ (13 ສິງ ຫາ 1950-13 ສິງຫາ 2018) ໜັງສືພິມລາຍ ວັນ ທີ່ ມີຊື່ສຽງຮຽງນາມວ່າ: ລາວ ພັດທະນາເປັນອີກທາງ ເລືອກ ໜຶ່ງສຳລັບອາຫານຫູ, ອາ ຫານຕາ ແລະ ອາຫານໃຈ ເພີ່ມສີສັນໃຫ້ຄວາມຮູ້, ຄວາມ ບັນເທີງ ສຳລັບ ຜູ້ທີ່ ຕ້ອງການ ບໍລິໂພກຂ່າວຄາວລາຍວັນ.
+ ເຟສບຸກລົງໂຄສະນາເຕັມໜ້າໜັງສືພິມ ຂໍໂທດເລື່ອງຂໍ້ມູນຮົ່ວ
ກ່ອນຈະກ່າວເຖິງ ທີ່ໄປ ທີ່ມາ, ທິດກ່ຳ ຂໍສະແດງ ຄວາມຂອບອົກຂອບໃຈເປັນຢ່າງຍິ່ງທີ່ບັນດາທ່ານຜູ້ອ່ານທັງຫລາຍ ກໍຄືສັງຄົມໄດ້ໃຫ້ ການ ສະໜັບສະໜູນ ແລະ ພາກັນຈັບຈ່ອງໜັງສືພິມລາວພັດທະນາ ນັບແຕ່ມື້ເກີດຈົນມາ ຮອດປັດຈຸບັນ, ບາງຄົນເຖິງ ວ່າບໍ່ໄດ້ອ່ານກິໆກີໆຢ່າງ ເລິກເຊິ່ງເຖິງຖອງ ແລະ ຖີ່ ຖ້ວນ, ແຕ່ກໍໄດ້ສະຫລະຈົກ ຖົງດ້າມໝື່ນດ້າມແສນຈ່ອງໜັງສືພິມລາວພັດທະນາໄວ້ ຕາມຫ້ອງລ້າຫ້ອງການ, ເຮືອນຊານບ້ານຊ່ອງ ແລະ ຫ້າງຮ້ານຂອງຕົນເອງ.
ໃນຜ່ານມາກໍຄືຍຸກປັດ ຈຸບັນ, ເວົ້າເລື່ອງການອ່ານ ໜັງສືພິມ ຫລື ວ່າການບໍລິ ໂພກຂ່າວຄາວ ຄົນລາວ ເຮົາ ແມ່ນມີຫລາຍແບບຫລາຍ ວິທີເຊັ່ນ: ບາງຄົນກໍມັກອ່ານ ແຕ່ຫົວຂໍ້, ບາງຄົນກໍຫາ ຊອກເບິ່ງແຕ່ຮູບງາມໆ, ເບິ່ງ ຄໍລຳໃດ, ໜ້າໃດບໍ່ມີຮູບຜູ້ ສາວເພິ່ນກໍຂ້ຽວປະ, ບາງ ຄົນເພິ່ນກໍຈ່ອງໄວ້ລ້າໆບໍ່ມີ ເວລາອ່ານ ຕິວ່າຄາວຽກຄາ ງານ, ວຽກຫລາຍວ່າຊັ້ນ! ຮ້າຍແຮງກວ່ານັ້ນເພິ່ນຈ່ອງໜັງສືພິມເພື່ອເອົາໄປຫໍ່ສິ່ງ ຂອງ, ຫໍ່ໝາກໄມ້ຖິ້ມໃສ່ເຂ້ງ, ເອົາໄປຮອງໂຕະກິນເຂົ້າ ສະ ຫລຸບແລ້ວ ຢູ່ລາວເຮົາການ ບໍລິໂພກຂ່າວຄາວໃນໜັງສືພິມແມ່ນມີສໍາມະປີ ເອົາແຕ່ ຜູ້ຊິຄິດ, ເອົາແຕ່ໃຜຈະເຮັດ.
ເມື່ອຕັ້ງໂຈດກັນວ່າ, ໜັງສືພິມມີຄວາມສຳຄັນ ແນວໃດຕໍ່ຄົນເຮົາ? ຕໍ່ເນື້ອ ຫາສາລະຢູ່ໃນໜັງສືພິມແຕ່ ລະມື້ເພິ່ນເວົ້າຫຍັງແດ່? ນີ້ລະ ຄືບັນຫາທີ່ຕັ້ງຂຶ້ນກັບຜູ້ທີ່ຈະຂຽນ ແລະ ກັບຜູ້ອ່ານ.
ທິດກ່ຳ ຂໍເວົ້າຄວາມຈິງ ເທາະວ່າ, ໜັງສືພິມມັນມີ ຄວາມສຳຄັນຫລາຍຕໍ່ຄົນ ເຮົາ, ເນື້ອຫາສາລະທີ່ມີຢູ່ ໃນ ໜັງສືພິມນັ້ນ ລ້ວນແລ້ວ ແຕ່ ເປັນຄັງສາງແຫລ່ງຄວາມຮູ້ເປັນເລີດ, ຖ້າຜູ້ໃດຫາກຊ່າງ ອ່ານ, ຊ່າງຄົ້ນຄວ້າ ເກັບກຳ ເອົາເນື້ອໃນຈິດໃຈຂອງບັນ ຫາໄວ້ໃນຕົວນຳໄປເຜີຍແຜ່ ຫລື ປະຕິບັດ ຈະເຮັດໃຫ້ຜູ້ນັ້ນ ມີປັນຍາ. ບັນດານັກປາດ ອາ ຈານຜູ້ເພີ່ນໄດ້ເປັນເຈົ້າເປັນນາຍ, ເປັນສາດສະດາຈານ, ດອກເຕີ້, ປະລິຍາໂທ, ປະລິ ຍາເອກ ກໍລ້ວນ ແລ້ວແຕ່ເກີດ ມາຈາກການອ່ານ ແລະ ສຶກ ສາຄົ້ນຄວ້າ, ພະພຸດທະເຈົ້າ ເພິ່ນເປັນສາດສະດາຈານ ເອກຂອງໂລກກໍຍ້ອນເພິ່ນ ສຶກສາຄົ້ນຄວ້າ ດ້ວຍຕົນເອງ, ທັງນັ່ງສະມາທິ, ທັງປະຕິບັດ ສຸດທ້າຍມາກໍເກີດປະຕິຫານ ດ້ວຍຕົນເອງກາຍເປັນຜູ້ຮອບ ຮູ້ທຸກ ສິ່ງທຸກຢ່າງທັງຕາເຫັນ ແລະ ຕາບໍ່ເຫັນ.
ເພາະສະນັ້ນ, ຈຶ່ງເວົ້າໄດ້ ວ່າໜັງສືພິມ ບໍ່ວ່າແຕ່ຂອງ ລາວພັດທະນາ, ໜັງສືພິມ ອື່ນໆ ນັບທັງວາລະສານ, ເອ ກະສານ, ພັບຕຳລາ ກໍລ້ວນ ແລ້ວແຕ່ເປັນແຫລ່ງຄັງສາງແຫ່ງຄວາມຮູ້ຂໍແຕ່ວ່າເຮົາ ສະຫງວນອ່ານ, ຊ່າງອ່ານ ແລະ ຮູ້ວິທີເກັບກຳເອົາເນື້ອ ຫາສາລະນັ້ນໆ. ທິດກ່ຳຂໍ ໂທດ ແລະ ຂໍເວົ້າຄວາມຈິງ ເລື່ອງການອ່ານຄົນລາວເຮົາຈະເສຍແຕ້ມໃຫ້ຄົນຕ່າງປະ ເທດທີ່ເຂົາມີການພັດທະນາ ແລ້ວ ຈະສັງເກດເຫັນ ໄດ້ວ່າ ນັກທ່ອງທ່ຽວເຂົາມາບ້ານ ເຮົາເບິ່ງເວລາຍ່າງເຂົາທັງ ອ່ານທັງຍ່າງ, ຢືນກໍອ່ານ, ນັ່ງກໍອ່ານມາເບິ່ງຄົນ ບ້ານ ໂຕພວກຈຳໂບ້ຕຸກໆໝົດ ວຽກແລ້ວພາກັນຫົວຈຸ້ມ ຫລິ້ນໝາກດາມ, ຫລິ້ນການ ພະນັນ, ຫລິ້ນເລກເງິນ, ພະ ນັກງານເລີກວຽກເລິກງານ ແລ້ວຫົວຈຸ້ມຢູ່ຮ້ານເຫລົ້າ ຮ້ານເບຍ, ນັກຮຽນນັກສຶກ ສາຕອນແລງມາເສື້ອຂາວ ເຕັມຮ້ານເບຍ. ພວກເຈົ້າ ພວກນາຍທັງຫລາຍ ກໍບໍ່ເປັນ ແບບຢ່າງໃນການອ່ານ, ສ່ວນຫລາຍເພິ່ນ ເຫີ່ກັນຊອກ ຫາເງິນ, ເຫີກັນ ຂີ່ລົດຄັນ ງາມໆ, ຄັນຫລູຫລາ, ເຫີກັນ ປະເມຍມູນໄປເອົາເມຍມັງ, ບ່ອນໃດມີລາຍໄດ້ເພິ່ນສາວ ໃສ່ປານເຈັກຂາຍລວດ, ດ້ວຍສາເຫດ ນີ້ລະຈຶ່ງເກີດ ມີກິເຫລດຕັນຫາພາກັນ ສໍ້ລາດບັງຫລວງ, ຜິດວິໄນ ຍ້ອນໄຖກິນເງິນກິນຄຳຂອງຊາດ, ເກີດພະຍາດອາດຍາ ສິດ, ຫ່າງເຫີນຈາກປະຊາ ຊົນເຮັດຫຍັງກໍເຫັນ ແກ່ລາຍ ໄດ້, ນ້ຳບໍ່ຍ້ອຍຫອຍ ກະບໍ່ໄຕ່ ສຸດທ້າຍມາເຂື່ອນແຕກພາ ກັນຕາຍ ແລະ ເສຍຫາຍເປັນ ພັນເປັນໝື່ນ, ນີ້ລະຄືໂທດ ຂອງຄວາມຢາກ ທິດກ່ຳ ຢາກໃຫ້ຜູ້ສ້າງກຳນັ້ນເປັນ ຜູ້ຮັບເຄາະບໍ່ຢາກໃຫ້ປະຊາ ຊົນຕ້ອງມາຮັບແທນ.
ເອົາລະ! ແນວໃດກໍຕາມ, ອາຍຸ 12 ປີລາວພັດທະນາ ຍັງຮຽນຢູ່ຂັ້ນປະຖົມຈະກ້າວຂຶ້ນມັດທະຍົມ, ມະຫາວິທະ ຍາໄລໄດ້ນັ້ນ ມັນກໍຂຶ້ນກັບຜູ້ ບໍລິໂພກ ແລະ ເປັນແຮງໃຈ ສະໜັບສະໜູນ, ສິ່ງຕັດສິນ ຄືຈອງໜັງສືພິມລາວພັດທະນາໃຫ້ຫລາຍໆ ໃນເງື່ອນໄຂ ທີ່ສະພາບຂອງສື່ມີຫລາກ ຫລາຍສີສັນທັນສະໄໝລ້ຳ ຍຸກສົມທົບກັບສັງຄົມເຮົາ ຫ່າງເຫີນຈາກການອ່ານໜັງສືພິມ ສຸດທ້າຍມັນຈະສ້ວຍ ຄືຫາງຂີ້ໂກະ ຫລື ວ່າໂປ້ທາງ ປາຍມັນກໍຂຶ້ນກັບຄົນເຮົາ ແລະ ກາລະເທສະ ເສົາວ່າ.