ຊົມ​ເຊີຍ 68 ປີ​ສື່​ມວນ​ຊົນລາວ

- kitchen vibe - ຊົມ​ເຊີຍ 68 ປີ​ສື່​ມວນ​ຊົນລາວ

ໂດຍ: ຊາຍ​ພະ​ເນ​ຈອນ.

ວຽກ​ງານ​ສື່​ມວນ​ຊົນ​​ແມ່ນ​ວຽກ​ງານໜຶ່ງ​​ທີ່​ສໍາຄັນ​ໃນການ​ໂຄສະນາເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ໃຫ້​ແກ່​ສັງຄົມ ​ເຊິ່ງ​ໃນ​ນັ້ນ​ປະກອບ​ມີ ສື່​ສິ່ງ​ພິມ ສະຖານີວິທະຍຸກະຈາຍສຽງ, ສະຖານີ​ໂທລະພາບ​ ທີ່​ໄດ້​ກະຈາຍ ​ແລະ ອອກ​ອາກາດ​ທົ່ວ​ພາກ​ພື້ນ​ຂອງ​ປະ​ເທດ​​ເຊິ່ງ​ເຮັດ​ໃຫ້ປະ​ຊາ​ຊົນ​ທີ່ຢູ່ທັງ​ໃນ​ຕົວ​ເມືອງ ​ແລ​ະ ​ເຂດ​ຫ່າງ​ໄກ​ສອກຫຼີກ​ກໍ​ສາມາດ​ໄດ້​ເບິ່ງ ​ໄດ້​ຟັງ​, ໄດ້ອ່ານຂ່າວສານ ​ແລະ ສາລະ​ ຕ່າງໆ​ຢ່າງ​ສະດວກ​ສະບາຍ.

- Visit Laos Visit SALANA BOUTIQUE HOTEL - ຊົມ​ເຊີຍ 68 ປີ​ສື່​ມວນ​ຊົນລາວ

ຕະຫຼອດ​ໄລຍະ 68 ປີ​​ຜ່ານ​ມາ ​ສື່​ມວນ​ຊົນເຮົາ​ ​ໄດ້ຜ່ານຜ່ານາໆ​ອຸປະສັກ ​ຄວາມຫຍຸ້ງຍາກ ແລະ ສິ່ງ​ທ້າ​ທາຍ​ຕ່າງໆໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ຕົນ ໂດຍສະເພາະແມ່ນໃນສະໄໝ ແຫ່ງ​ການ​ຕໍ່ສູ້​ກູ້​ຊາດ ​ ເຄື່ອງມືອຸປະກອນຫຼ້າຫຼັງ, ສົ່ງຂ່າວຫາກັນດ້ວຍຈົດໝາຍ ,​ພະນັກງານນັກຂ່າວຜູ້ເຮັດວຽກສື່ມີຈໍາກັດແຕ່ໜ້າວຽກພັດຫຼາຍ. ມາຮອດໄລຍະໜຶ່ງຈຶ່ງໄດ້ມີພິມດີດເຂົ້າມາຊ່ວຍ,ໃນໄລຍະນັ້ນທົ່ວປະເທດມີວິທະຍຸກະຈາຍສຽງພຽງສອງແຫ່ງເຊັ່ນ: ຝ່າຍວຽງຈັນມີວິທະຍຸແຫ່ງຊາດ ແລະ ຢູ່ເຂດປົດປ່ອຍກໍມີວິທະຍຸກະຈາຍສຽງຂອງແນວລາວຮັກຊາດເຊິ່ງ​ແຕ່​ລະ​ມື້​ແຕ່​ລະ​ວັນ​ສື່​ຂອງ​ແຕ່ລະ​ຝ່າຍກໍ​ຈະ​ມີ​ການອອກຂ່າວຄາວ ແລະ ​​ເວົ້າ​ສຽດ​ສີ​ກັນ​​ໄປ​ແບບ​ຕ່າງໆ​ນາໆ​ເອີ້ນ​ວ່າການ​ຕໍ່ສູ້​ທາງ​ສື່, ​ແຕ່​ຍ້ອນ​ວ່າ​ສື່​ຂອງ​ຝ່າຍ​ແນວ​ລາວ​ຮັກ​ຊາດ​ແມ່ນ​ໄດ້​ຮັບ​ໃຊ້​ພັກ-ລັດ , ຮັບ​ໃຊ້​ ປະຊາຊົນ ​ແລະ ປະ​ເທດ​ຊາດ ຈຶ່ງ​ເຮັດ​ໃຫ້​ສື່​ຝ່າຍ​ແນວ​ລາວຮັກ​ຊາດຂອງພວກ​ເຮົາ​ຍືນຍົງຄົງ​ຕົວ,​ ສ່ວນສື່​ຂອງ​ຝ່າຍ​ວຽງຈັນ​ຖືກ​ຍຸບ. ພາຍຫຼັງ​ປະ​ເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ​ປີ 1975, ຈຶ່ງ​ເຮັດ​​ໃຫ້​ສື່​ຂອງ​ພວກ​ເຮົາ​ເລີ່​ມມີ​ໃບ​ໜ້າ​ໃໝ່​ໃນ​ການ​ພັດທະນາ​ຕົນເອງ ​ໂດຍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ປະເທດເພື່ອນມິດເຊັ່ນ:ສສ.ຫວຽດນາມ ​ແລະ ອະດີດ​ສະຫະພາບ​ໂຊ​ວຽດ ຈົນ​ຮອດ​ເທົ່າ​ທຸກ​ວັນ​ນີ້​ຈຶ່ງ​ເຮັດ​​ໃຫ້​ວຽກ​ງານ​ສື່ມວນ​ຊົນ​ຂອງ​ພວກ​ເຮົາ​ໄດ້​​ເຕີບ​ໃຫຍ່​ຂະຫຍາຍຕົວ ແລະ ມີຜົນງານ​ພົ້ນ​ເດັ່ນ​ຫຼາຍ​ດ້ານ​, ໃນ​ການ​ເຄື່ອນ​ໄຫວ​ໂຄສະນາ​ເຜີຍ​ແຜ່ແນວທາງນະໂຍບາຍຂອງພັກ ແລະ ວຽກ​ງານ​ການ​ພັດທະນາ​ເສດຖະກິດ, ວັດທະນະ​ທໍາ-ສັງຄົມ​ໄດ້​ຢ່າງ​ກວ້າງ​ໄກ, ວ່ອງໄວ ​ແລະ ທັນ​ເຫດການ ນັບ​ແຕ່​ຂັ້ນ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ ​ແລະ ​ແຕ່​ພາຍ​ໃນ​ອອກ​ສູ່​ສາກົນ​ດ້ວຍ​​ເຄື່ອງມື ​ແລະ ອຸປະກອນ​ທີ່​ທັນ​ສະ​ໄໝພໍ​ສົມຄວນ ​ນີ້ກໍເນື່ອງຈາກ ພັກ-ລັດຖະບານ​ເພິ່ນ​ກໍ​ເຫັນ​ໄດ້​ຄວາມ​ສໍາຄັນ​ວຽກ​ງານ​ສື່ ​ແລະ ໄດ້​​ເ​ອົາໃຈ​ໃສ່ທຸ້ມ​ເທ​ທຶນຮອນທັງ​ເຮື່ອ​ແຮງ ​ແລະ ສະຕິ​ປັນຍາ​ເຂົ້າ​ໃນ​​ວຽກ​ງານ​ດັ່ງກ່າວເຊິ່ງປະກອບມີບຸກຄະລາກ​ອນທີ່ໜຸ່ມ​ນ້ອຍ​​ ທີ່ພຽງພ້ອມດ້ວຍ​ລະດັບຄວາມ​ຮູ້​ຄວາມ​ສາມາດ​ທີ່​ແນ່ນອນມີ​ຫົວຄິດ​ປະດິດ​ສ້າງ ​ແລະ ມີ​ຄວາມ​ຮັບຜິດຊອບ​ຕໍ່ໜ້າທີ່​ວິຊາ​ສະເພາະ​ຂອງຕົນເປັນຢ່າງດີ.

ແຕ່ມາ​ໃນ​ຍຸກ​ໂລກາພິວັດ ສໍາລັບ​ວຽກ​ງານ​ສື່​ຂອງ​ພວກ​ເຮົາ ​ເຫັນ​ວ່າ​ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ຕາມ​ຄວາມຮຽກຮ້ອງ​ຕ້ອງການ, ​ເພື່ອ​ບັນລຸ​ຍຸດ​ທະ​ສາດ​ໃນ​ການ​ສືບ​ຕໍ່​ສ້າງ​ສື່​ມວນ​ຊົນ​ລາວ​ໃຫ້​ເປັນ​ກະບອກ​ສຽງ​ອັນ​ແຫຼມ​ຄົມ​ຂອງພັກ ​ແລະລັດຢ່າງ​ເລິກ​ເຊິ່ງ, ກວ້າງ​ໄກ, ຄົມ​ຊັດ, ມີ​ຫຼາກ​ຫຼາຍ​ສີສັນ​ ແລະ ອຸດົມສົມບູນທາງດ້ານ​ເນື້ອ​ໃນ​ຂໍ້​ມູນຂ່າວສານຕ່າງໆເຊິ່ງພວກເຮົາຈະຕ້ອງໄດ້ປັບປຸງຕົນເອງຫຼາຍຂຶ້ນໂດຍສະເພາະ ລາຍການໂທລະພາບ ແລະ  ວິທະຍຸແບບໃໝ່ໃຫ້ຫຼາກຫຼາຍ ແລະ ອຸດົມສົມບູນໄປດ້ວຍ ພ້ອມທັງຂະຫຍາຍ ສື່ທາງໂທລະພາບ, ວິທະຍຸ, ເນື້ອຫາສະລະ ແລະ ຂໍ້ມູນຂ່າວສານຕ່າງໆໃຫ້ໄດ້ມາດຕະຖານສາກົນ, ບັນຈຸນັກຂ່າວ ແລະ ໂຄສົກໃຫ້ຫຼາຍຂຶ້ນພ້ອມທັງຍົກລະດັບວິຊາສະເພາະໃຫ້ເຂົາເຈົ້າເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ, ສ້າງເຄືອຄ່າຍສື່ມວນຊົນ, ພັດທະນາລາຍການໂທລະພາບໃຫ້ມີຫຼາຍສີສັນເພື່ອດຶງດູດຄວາມສົນໃຈຂອງມວນຊົນທັງພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍຂຶ້ນ, ເປີດກວ້າງຕະຫຼາດສື່ມວນຊົນລາວໃຫ້ກວ້າງຂວາງດ້ວຍການພັດທະນາຜະລິດຕະພັນສື່ຂອງຕົນໃຫ້ມີຄວາມຫຼາກຫຼາຍ ແລະ ທັນສະໄໝຂຶ້ນກວ່າເກົ່າ, ເພີ່ມທະວີການຊອກແຫຼ່ງລາຍຮັບດ້ວຍການນໍາໃຊ້ທ່າແຮງທີ່ມີໃຫ້ນັບມື້ຫຼາຍຂຶ້ນ, ສ້າງເຄືອຄ່າຍປະສານງານເພື່ອເຊື່ອມໂຍງເຂົ້າເຖິງພາກພື້ນ ແລະ ໃນໂລກໄດ້ເທື່ອລະກ້າວ.

- 4 - ຊົມ​ເຊີຍ 68 ປີ​ສື່​ມວນ​ຊົນລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!