ວັນແມ່ຍິງສາກົນ: ໂອກາດລິເລີ່ມແຫ່ງການສ້າງຄວາມປ່ຽນແປງ ຫລື ເປັນພຽງວັນແຫ່ງການສັງສັນ

- kitchen vibe - ວັນແມ່ຍິງສາກົນ: ໂອກາດລິເລີ່ມແຫ່ງການສ້າງຄວາມປ່ຽນແປງ ຫລື ເປັນພຽງວັນແຫ່ງການສັງສັນ

ວັນແມ່ຍິງສາກົນ 8 ມີນາປີນີ້, ໄດ້ໝູນວຽນມາບັນຈົບຄົບຮອບ 107 ປີ. ທົ່ວໂລກ ກໍຄືຢູ່ ສປປ ລາວ, ໄດ້ມີການຈັດພິທີເພື່ອຫວນຄືນປະຫວັດຄວາມເປັນມາ ແລະ ຄວາມສຳຄັນຂອງວັນດັ່ງກ່າວດ້ວຍບັນຍາຟົດຟື້ນ.

ອົງການສະຫະປະຊາຊາດໄດ້ອອກຄຳຂວັນສຳລັບການສະຫລອງວັນແມ່ຍິງປີນີ້ວ່າ: “ແມ່ຍິງກັບການສ້າງຄວາມປ່ຽນແປງໃນສະຖານທີ່ເຮັດວຽກ: ໂລກທີ່ເທົ່າທຽມ 50-50 ໃນປີ 2030” ຫລື “Women in the Changing World of Work: Planet 50-50 by 2030”.

- Visit Laos Visit SALANA BOUTIQUE HOTEL - ວັນແມ່ຍິງສາກົນ: ໂອກາດລິເລີ່ມແຫ່ງການສ້າງຄວາມປ່ຽນແປງ ຫລື ເປັນພຽງວັນແຫ່ງການສັງສັນ

ໃນຕົວຈິງແລ້ວ, ວັນແມ່ຍິງສາກົນແມ່ນກາລະໂອກາດສໍາຄັນເພື່ອຫວນຄືນເຖິງບັນດາຜົນງານຂອງແມ່ຍິງທີ່ສາມາດບັນລຸໄດ້, ໂດຍສະເພາະແມ່ນການຮຽກຮ້ອງໃຫ້ມີການປ່ຽນແປງໃນດ້ານທີ່ດີສຳລັບເຂົາເຈົ້າ ແລະ ສັນລະເສີນເຖິງຄວາມກ້າຫານ ແລະ  ກ້າຕັດສິນໃຈຂອງບັນດາເອື້ອຍນ້ອງແມ່ຍິງ ທີ່ມີບົດບາດສຳຄັນຕໍ່ປະຫວັດສາດຂອງຊາດ ແລະ ຊຸມຊົນຂອງເຂົາເຈົ້າ.

ສຳລັບ ສປປ ລາວ ພັກ ແລະ ລັດຖະບານ ໄດ້ມີນະໂຍບາຍຈະແຈ້ງເພື່ອ ຍົກສູງບົດບາດ, ສິດໜ້າທີ່ ແລະ ຄວາມກ້າວໜ້າຂອງແມ່ຍິງ, ເຊິ່ງສະແດງໃຫ້ເຫັນຢ່າງປະຈັກຕາແລ້ວວ່າມີແມ່ຍິງຫລາຍທ່ານທີ່ດຳລົງຕຳແໜ່ງສຳຄັນ ໃນອົງການຈັດຕັ້ງຂອງພັກ, ລັດຖະບານ, ອົງການຈັດຕັ້ງນິຕິບັນຍັດ ແລະ ຕຸລະການໃນລະດັບຊາດ ແລະ ທ້ອງຖີ່ນ, ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ເຖິງຢ່າງໃດກໍດີ, ການສະເຫລີມສະຫລອງວັນດັ່ງກ່າວຂອງສັງຄົມໃນໄລຍະຜ່ານມາ, ມີຫລາຍສໍານັກ, ອົງການ ແລະ ບາງຂະແໜງການຂອງພາກລັດ ແລະ ເອກະຊົນ ເຫັນວ່າເຮັດໄດ້ເນື້ອໃນທີ່ດີຫລາຍ, ໂດຍສະເພາະຈັດໃຫ້ມີການປາຖະກະຖາ, ສໍາມະນາແລກປ່ຽນຄວາມຄິດເຫັນ ແລະ ກິດຈະກໍາອື່ນໆ ເພື່ອເປັນເວທີຊອກຫາຊ່ອງທາງແກ້ໄຂບັນດາສິ່ງທ້າທາຍ ແລະ ຂໍ້ຄົງຄ້າງຕ່າງໆທີ່ບັນດາເອື້ອຍນ້ອງແມ່ຍິງໃນຂອບເຂດທົ່ວປະເທດປະເຊີນຢູ່ ແລະ ມີຄວາມຕ້ອງການມຊ່ວຍເຫລືອຢ່າງຮີບດ່ວນຈາກທຸກພາກສ່ວນສັງຄົມ, ຂະນະດຽວກັນກໍເຫັນວ່າມີອົງການ, ຂະແໜງການຈໍານວນໜຶ່ງຖືໂອກາດໃນວັນດັ່ງກ່າວສ້າງຄວາມມ່ວນຊື່ນຫລາຍກວ່າເນື້ອໃນດ້ານອື່ນໆ, ນໍາໃຊ້ງົບປະມານລັດຈັດງານລ້ຽງສັງສັນຢ່າງເອີກກະເລີກ, ອັນເປັນການສ້າງແນວຄິດທີ່ ຟູມເຟືອຍໃຫ້ແກ່ພະນັກງານ ແລະ ທັງບໍ່ສອດຄ່ອງກັບເປົ້າໝາຍແທ້ຈິງຂອງການລຳລຶກເຖິງວັນດັ່ງກ່າວ.

ອີງຕາມບົດລາຍງານຄວາມຄືບໜ້າເປົ້າໝາຍສະຫັດສະວັດດ້ານການພັດທະນາ (MDG3) ຂອງ ສປປ ລາວກ່ຽວກັບການສົ່ງເສີມບົດບາດຍິງ-ຊາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງເຫັນວ່າຍັງມີຄວາມແຕກໂຕນຫລາຍລະຫວ່າງເດັກຍິງກັບເດັກຊາຍໃນການເຂົ້າເຖິງການສຶກສາ, ໂດຍສະເພາະແມ່ນໃນລະດັບການສຶກສາຊັ້ນສູງ, ເຖິງວ່າເພດຍິງ ແລະ ຊາຍ ຈະມີໂອກາດທີ່ເທົ່າທຽມໃນການເຂົ້າເຮັດວຽກແຕ່ກໍຍັງມີຄວາມແຕກໂຕນເມື່ອເວົ້າເຖິງຜົນຕອບແທນ, 72% ຂອງຜູ້ຕົກເປັນເຍື່ອອາດຊະຍາກຳການຄ້າມະນຸດແມ່ນເດັກຍິງທີ່ມີອາຍຸຕໍ່າກ່ວາ 18 ປີບວກກັບບັນດາເດັກຍິງຈຳນວນຫລາຍຢູ່ເຂດຫ່າງໄກສອກຫລີກຍັງບໍ່ທັນເຂົ້າເຖິງນໍ້າສະອາດ, ໂພສະນາການ ແລະ ການສຶກສາທີ່ເໜາະສົມ, ເຊິ່ງບັນຫາເຫລົ່ານີ້ລ້ວນແຕ່ມີຄວາມສຳຄັນທີ່ຄວນຍົກຂຶ້ນມາປຶກສາຫາລືຮ່ວມກັນເພື່ອຊອກຊ່ອງທາງແກ້ໄຂ, ເພື່ອແນໃສ່ສ້າງອານາຄົດອັນສົດໄສ ແລະ ເທົ່າທຽມໃຫ້ແກ່ແມ່ຍິງ.

- 4 - ວັນແມ່ຍິງສາກົນ: ໂອກາດລິເລີ່ມແຫ່ງການສ້າງຄວາມປ່ຽນແປງ ຫລື ເປັນພຽງວັນແຫ່ງການສັງສັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!