ແນວທາງການລ້ຽງລູກ ດີໆ ເຖິງ “ຈະລວຍພຽງໃດ ກໍຕ້ອງລ້ຽງລູກແບບທຸກ”
ແນວທາງການລ້້ຽງລູກ ຈະ “ລວຍ” ພຽງໃດກໍຕ້ອງລ້ຽງລູກແບບ “ທຸກ” ເພາະການລ້ຽງລູກສະໄໝນີ້ ມັນເປັນເລື່ອງທ້າທາຍຂອງຄົນເປັນພໍ່ເປັນແມ່ຫຼາຍຄົນ.
ສໍາລັບພໍ່ແມ່ມືໃໝ່ຫຼາຍຄົນ ອາດກັງວົນ ແລະ ຄິດວາງແຜນໄວ້ກ່ອນມີລູກວ່າ ຖ້າມີລູກແລ້ວຈະລ້ຽງແນວໃດດີ ເພື່ອໃຫ້ລູກໃຫຍ່ມາມີຊີວິດທີ່ດີ, ມິຄວາມສຸກ, ໃຊ້ຊີວິດຢູ່ໃນສັງຄົມປັດຈຸບັນໄດ້.
ພໍ່ແມ່ຫຼາຍໆຄົນຍ່ອມມີວິທີການລ້ຽງລູກທີ່ດີໃນແບບສະບັບຂອງຕົນເອງຢູ່ແລ້ວ ແຕ່ເພື່ອເປັນອີກໜຶ່ງແນວທາງດີໆ ໃນການລ້ຽງລູກ Amarin Baby & Kids ຈຶ່ງມີຂໍ້ຄິດດີໆ ເປັນແນວທາງໃນການລ້ຽງລູກ ເພື່ອໃຫ້ລູກໆຫັນມາຕອບແທນບຸນຄຸນຂອງພໍ່ແມ່ໄດ້ຢ່າງບໍ່ລັງເລໃຈ.
ຢາກໃຫ້ພໍ່ແມ່ອ່ານ ແນວທາງການລ້ຽງລູກ ດີໆ ເຖິງ “ຈະລວຍພຽງໃດ ກໍຕ້ອງລ້ຽງລູກແບບທຸກ” ໂດຍເລື່ອງມີໃຈຄວາມວ່າ:
ມື້ໜຶ່ງ ພາລູກໄປຮ້ານຂາຍອຸປະກອນການຮຽນ, ລູກຢາກໄດ້ກັບໃສ່ສໍ ແລະ ເລືອກແບບລາຄາແພງ, ແຕ່ຂ້ອຍໃຫ້ຊື້ແບບທໍາມະດາທີ່ໃຊ້ງານໄດ້ດີຄືກັນ ແຕ່ລູກເຮັດໜ້າງໍຂຶ້ນທັນທີ, ຢາກໄດ້ໄມ້ບັນທັດພ້ອມ ແລະ ກໍຢາກໄດ້ແບບລາຄາແພງເຊັ່ນກັນ ຂ້ອຍໃຫ້ເລືອກແບບພື້ນຖານ ທີ່ໃຊ້ງານໄດ້ເໝືອນມາດຕະຖານທົ່ວໄປ ໜ້າກໍຍິ່ງງໍກວ່າເກົ່າ ແຕ່ຂ້ອຍກໍບໍ່ໄດ້ເວົ້າຫຍັງ ຕັ້ງໃຈກ່ອນນອນຄືນນີ້ ຈະຊີ້ແນະລູກດ້ວຍການເລົ່ານິທານປຽບທຽບໃຫ້ເຂົ້າໃຈ.
ຫຼັງຈາກໄດ້ເປັນພໍ່ຄົນແລ້ວ ຂ້ອຍຕັ້ງໃຈຈະລູກລ້ຽງ ບໍ່ໃຫ້ຄືແບບທີ່ຊາວອາຊີເຂົານິຍົມເຮັດ ທີ່ມັກບໍ່ຍອມໃຫ້ລູກລໍາບາກ, ເບິ່ງແຍງປົກປ້ອງຄືໄຂ່ໃນຫີນ ປະຄົບປະຄອງ ເກີນພໍດີ.
ຫຼາຍປີຜ່ານໄປ ຂ້ອຍຮູ້ສຶກວ່າ ການລ້ຽງລູກຂອງຂ້ອຍຈະລໍາບາກຫຼາຍທຸກວັນ ຈົນມາວັນໜຶ່ງ ຂ້ອຍໄດ້ອ່ານຈົດໝາຍສະບັບໜຶ່ງທີ່ໂພສລົງໃນເວັບຂອງມະຫາວິທະຍາໄລນານກິງ ຈົດໝາຍຈາກຜູ້ໃຊ້ນາມວ່າ “ພໍ່ຜູ້ຂົມຂື່ນ” ຂຽນເຖິງລູກເຂົາທີ່ເປັນນັກສຶກສາໃນມະຫາວິທະຍາໄລນັ້ນ ແຕ່ບໍ່ໄດ້ເປີດເຜີຍຊື່ລູກ ຈົດໝາຍສະບັບນີ້ມີຄຸນຄ່າຫຼາຍໃນສາຍຕາຂອງຂ້ອຍ.
000000000000000000000000000000000000000000000000000
ເນື້ອໃນຈົດໝາຍຂຽນວ່າ:
ເຖິງລູກຮັກຂອງພໍ່: ເຖິງລູກຈະເຮັດໃຫ້ພໍ່ທຸກໃຈເກີນບັນຍາຍ ແຕ່ລູກກໍເປັນລູກຂອງພໍ່ຢູ່, ຫຼັງຈາກທີ່ລູກສາມາດເສັງເຂົ້າມະຫາວິທະຍາໄລໄດ້ແລ້ວ ອາດເປັນພຽງຄົນດຽວຂອງຕະກຸນເຮົາໃນຮອບຫຼາຍຊົ່ວອາຍຸຄົນທີ່ເຮັດໄດ້ສໍາເລັດ, ຫຼັງຈາກນັ້ນ ພໍ່ບໍ່ແນ່ໃຈວ່າຕົກລົງໃຜເປັນພໍ່ ແລະ ໃຜເປັນລູກກັນແທ້. ພໍ່ຊ່ວຍແບກເຄື່ອງສໍາພາລະ ໄປສົ່ງລູກເຖິງຫໍພັກ, ຊ່ວຍກາງມຸ້ງ, ປູບ່ອນນອນ, ຊື້ຂອງຢູ່ຂອງກິນ, ຕ້ອງສອນຈົນກະທັງວິທີບີບຢາສີຟັນອອກຈາກຫຼອດ ທັງຫຼາຍທັງປວງ ເບິ່ງຄືວ່າມັນເປັນໜ້າທີ່ພໍ່ສົມຄວນຕ້ອງເຮັດໃຫ້ ບໍ່ໄດ້ຍິນຄໍາວ່າຂອບໃຈຈັກຄໍາຈາກລູກຕັ້ງແຕ່ຕົ້ນຈົນຈົບ. ພໍ່ຮູ້ສຶກວ່າເປັນກຽດອັນຍິ່ງໃຫຍ່ ທີ່ພໍ່ຜູ້ດ້ອຍຄວາມສາມາດຄົນນີ້ມີໂອກາດໄດ້ຮັບໃຊ້ລູກທູນຫົວ ທີ່ບັດນີ້ໄດ້ເປັນນັກສຶກສາຜູ້ຊົງກຽດໄປແລ້ວ.
ປີທໍາອິດ ທີ່ທາງບ້ານໄດ້ຮັບຈົດໝາຍຈາກລູກສາມສະບັບ ຂໍ້ຄວາມລວມກັນແລ້ວອາດຍາວກວ່າຂໍ້ຄວາມໃນໂທລະເລກໜຶ່ງສະບັບ ຂໍ້ຄວາມຍັບຍໍ້, ລາຍມືຫວັດອ່ານຍາກ ມີແຕ່ຄໍາວ່າ “ເງິນ” ນີ້ຕັ້ງໃຈຂຽນໄດ້ຊັດເຈນທີ່ສຸດ.
ພໍຂຶ້ນປີທີ 2 ຈົດໝາຍມາແບບຖີ່ໆ ລ້ວນຂໍເງິນເພີ່ມ ລີລາການເລັ່ງເລົ້າໃຫ້ສົ່ງເງິນ ຂໍ້ຄວາມທີ່ຮຽກຮ້ອງຄວາມເຫັນໃຈຮັບຮູ້ໄດ້ເຖິງວ່າ ຫາກຮຽນຈົບແລ້ວ ລູກສາມາດໄປຢຶດອາຊີບເປັນ ພວກເຈົ້າໜ້າທີ່ເລັ່ງຮັດໜີ້ສິນໄດ້ແນ່ນອນ.
ແຕ່ສິ່ງທີ່ເຮັດໃຫ້ພໍ່ເຈັບປວດທີ່ສຸດນັ້ນ ມາຈາກການທີ່ລູກອາດຫານ ເຖິງຂັ້ນປອມແປງຕົວເລກຈໍານວນເງິນ ທີ່ຕ້ອງຈ່າຍຄ່າໜ່ວຍກິດ ຂອງມະຫາວິທະຍາໄລ, ບໍ່ຄິດວ່າລູກຈະໃຊ້ວິທີນີ້ ມາຫຼອກລວງເງິນຄໍາຈາກຜູ້ເປັນພໍ່ແມ່ທີ່ໃຫ້ກໍາເນີດ, ລ້ຽງດູ, ຮັກໃຄລູກມາຕະຫຼອດ ພຽງເພື່ອຢາກໄດ້ເງິນເພີ່ມໄປທ່ຽວຜັບທ່ຽວບາ ແລະ ຮ້ອງຄາຣາໂອເກະ….ຄິດເຖິງເລື່ອງນີ້ຕອນໃດ ກໍເຈັບປວດເມື່ອນັ້ນ, ນອນບໍ່ຫຼັບ ຈົນກາຍເປັນໂຣກຊຶມເສົ້າ ສາເຫດກໍມາຈາກລູກຄົນທີ່ພໍ່ລ້ຽງມາດ້ວຍມືຈົນເຕີບໃຫຍ່ ແຕ່ກັບກາຍເປັນຄົນແປກຫນ້າໃນຮ່າງຂອງນັກສຶກສາ.
ຂໍພາວະນາໃນໃຈວ່າ ນອກຈາກວິຊາຄວາມຮູ້ຕ່າງໆທີ່ລູກຈະຮຽນຮູ້ຈາກສະຖາບັນການສຶກສາແລ້ວ ລູກຈະກະລຸນາພັດທະນາຈິດໃຈໃຫ້ເປັນຄົນຊື່ສັດ ແລະ ກະຕັນຍູຮູ້ບຸນຄຸນດ້ວຍກໍຈະເປັນເລື່ອງທີ່ດີທີ່ສຸດ…
0000000000000000000000000000000000000000000000000000000000
ຫຼັງຈາກໄດ້ອ່ານຈົດໝາຍສະບັບນີ້ແລ້ວ ຂ້ອຍຮູ້ສຶກວ່າຂ້ອຍຕ້ອງເດີນໜ້າເຮັດຕາມນະໂຍບາຍການເບິ່ງແຍງລູກຕາມທີ່ຕັ້ງໃຈໄດ້ແຕ່ທໍາອິດ ເຖິງວ່າມັນຈະຄ້ອນຂ້າງລໍາບາກໃນສັງຄົມຂອງເຮົາ.
ມີຢູ່ມື້ໜຶ່ງ ໝູ່ສະໄໝຮຽນທີ່ຍ້າຍໄປອົດສະຕຣາລີມາຢາມບ້ານ ມີໂອກາດໄດ້ນັ່ງລົມກັນ ລາວເລົ່າວ່າ ຄົນອົດສະຕຣາລີນອກຈາກຈະເຊື່ອໃນພະເຈົ້າແລ້ວ ອີກເລື່ອງໜຶ່ງທີ່ພວກເຂົາຕ້ອງເຊື່ອໝັ້ນກໍຄື ວິທີການລ້ຽງລູກແບບ “ຈະລວຍພຽງໃດ ກໍຕ້ອງລ້ຽງລູກແບບຈົນ” ພວກເຂົາເຊື່ອວ່າ ເດັກນ້ອຍທີ່ໃຫຍ່ຂຶ້ນມາພາຍໃຕ້ການເບິ່ງແຍງປົກປ້ອງຫຼາຍເກີນໄປຈາກພໍ່ແມ່ ເມື່ອໃຫຍ່ຂຶ້ນແລ້ວຈະບໍ່ມີປັນຍາທີ່ສາມາດ ຢືນດ້ວຍລໍາແຂ່ງຂອງຕົນເອງໄດ້ ແລະ ກໍຈະບໍ່ມີວັນສໍານຶກບຸນຄຸນຄົນອື່ນ ແມ້ກະທັ່ງພໍ່ແມ່ຕົນກໍຕາມ.
ພໍ່ແມ່ທຸກຄົນຮັກລູກ ແລະ ຢາກໃຫ້ລູກມີຄວາມສຸກ ແຕ່ພໍ່ແມ່ຢູ່ລ້ຽງລູກ, ຕາມໃຈລູກໄປຕະຫຼອດຊີວິດບໍ່ໄດ້ ຕ້ອງປ່ອຍໃຫ້ລູກຮູ້ຈັກໃຫຍ່, ຮູ້ຈັກເບິ່ງແຍງຕົນເອງ ແລະ ຮູ້ຈັກຄວາມລໍາບາກ.
“ລໍາບາກ” ບໍ່ແມ່ນປ່ອຍໃຫ້ຫິວ, ອົດຕາຍ, ອົດມື້ກິນມື້, ໃຫ້ລູກໄປເຮັດວຽກໜັກ ເພື່ອແລກກັບອາຫານ ແຕ່ເປັນການມອບຫຼາຍໜ້າທີ່ໃຫ້ຮັບຜິດຊອບ ແລະ ຝຶກໃຫ້ລູກຮູ້ຈັກຖ້າ. ໜ້າທີ່ທີ່ພໍ່ແມ່ມອບໝາຍຈະປູກຝັງລູກຕັ້ງແຕ່ຍັງນ້ອຍ ໃຫ້ເຂົາຮູ້ຈັກຄວາມຮັບຜິດຊອບ ໃຫ້ເຂົາຮຽນຮູ້ ແລະ ເຂົ້າໃຈວ່າບາງສິ່ງບາງຢ່າງບໍ່ໄດ້ຫາມາໄດ້ງ່າຍໆ ຕ້ອງໃຊ້ຄວາມພະຍາຍາມ ແລະ ອົດທົນ ຢ່າລ້ຽງລູກໃຫ້ສະບາຍວັນນີ້ ແລ້ວຈະລໍາບາກໄປທັ້ງຊີວິດ.