ສະຫລອງລາງວັນເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນດີເດັ່ນຄັ້ງທີ 4


ໃນວັນທີ 11 ສິງຫາ ຜ່ານມາ, ທີ່ນະຄອນຫຼວງ ວຽງຈັນ, ສະມາຄົມນັກທຸລະ ກິດແມ່ຍິງລາວ ຮ່ວມກັບ ບໍລິ ສັດ ເສດຖາຜັກ ປອດສານ ພິດໄດ້ຈັດພິທີສະຫຼອງລາງວັນເຄື່ອຂ່າຍຜູ້ປະກອບ ການແມ່ຍິງອາຊຽນດີເດັ່ນ AWEN Award ຄັ້ງທີ 4 (2015-2018).
ເພື່ອສະແດງຄວາມ ເອກອ້າງທະນົງໃຈ, ຍ້ອງຍໍ ຊົມເຊີຍບັນດາສະມາຊິກ ນັກທຸລະກິດແມ່ນຍິງລາວ ທີ່ນໍາຜົນງານໃນລະດັບອາ ຊຽນມາສູ່ຄອບຄົວ, ການ ຈັດຕັ້ງ, ສັງຄົມ ແລະ ປະເທດຊາດ.


+ ສອງພາກສ່ວນຮ່ວມສະເຫລີມສະຫລອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 63 ປີ
+ ລາວສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງ ຄົບຮອບ 63 ປີ
ໃນໂອກາດດັ່ງກ່າວ, ທ່ານນາງ ຈັນທະຈອນ ວົງ ໄຊ ປະທານສະມາຄົມນັກ ທຸລະກິດແມ່ຍິງໄດ້ກ່າວ ຍ້ອງ ຍໍຊົມເຊີຍຕໍ່ຜົນສໍາເລັດຂອງ ສະມາຊິກນັກທຸລະກິດແມ່ ຍິງລາວທີ່ສາມາດພັດທະນາທຸລະກິດຂອງຕົນໃຫ້ສາ ມາດທຽມທັນກັບທຸລະກິດ ອື່ນໆ ໃນລະດັບອາຊຽນ. ຊຶ່ງ ສະແດງອອກນັບແຕ່ປີ 2015 ເປັນຕົ້ນມາສະມາ ຊິກສະມາຄົມນັກທຸລະກິດ ແມ່ຍິງລາວ ສາມາດຍາດ ໄດ້ລາງວັນດັ່ງກ່າວທັງ ໝົດ 21 ທ່ານ. ໃນນັ້ນ, ປີ ທຳອິດຈັດຂຶ້ນຢູ່ນະຄອນ ຫຼວງຮ່າໂນ້ຍ ສສ ຫວຽດ ນາມ, ປີທີ 2 ມີຂຶ້ນໃນວັນທີ 3/5/2016 ທີ່ນະຄອນຫຼວງ ຮ່າໂນ້ຍ, ປີທີ 3 ຈັດຂຶ້ນ ທີ່ນະ ຄອນຫຼວງ ມະນີລາ ປະເທດ ຟີລິບປີນ ໃນປີ 2017 ແລະ ປີທີ 4 ຈັດຂຶ້ນທີ່ກຸງເທບ ຣາຊາອານາຈັກໄທໃນ ປີ 2018 ລາວເຮົາສາມາດ ຍາດໄດ້ລາງວັນດັ່ງກ່າວ ຈຳນວນມີ 9 ທ່ານ./.



