ວັນທີ 13 ສິງຫາ ເປັນວັນຫູທິບຕາທິບ
ໂດຍ: ທິດກ່ຳ
ເມື່ອເອີ່ຍເຖິງວັນທີ 13 ເດືອນສິງຫາແລ້ວ ມັນກໍເປັນ ວັນທີ່ມີຄວາມໝາຍ ແລະ ມີຄວາມສຳຄັນທາງດ້ານປະຫວັດສາດຂອງຊາດເຮົາ ຫລາຍຢ່າງເຊັ່ນວ່າ: ເປັນວັນ ສື່ມ່ວນຊົນ, ເປັນວັນພິມຈຳ ໜ່າຍ ແລະ ເປັນວັນກຳເນີດ ຂອງອົງການແນວລາວສ້າງຊາດ, ກ່າວເຖິງຂົງເຂດສື່ ມວນຊົນໃນຍຸກສະໄໝນີ້, ມັນທັນສະໄໝທັງກ້າວໜ້າ ລ້ຳຍຸກໄປຫລາຍແລ້ວຍ້ອນ ວ່າລະບົບການສື່ສານໃນປັດຈຸບັນມັນວ່ອງໄວທັນໃຈ, ໃຜ ຢູ່ໃສເຮັດຫຍັງກໍສາມາດຮູ້ ກັນໄດ້, ເຫັນກັນໄດ້ ແລະ ສື່ສານກັນໄດ້ຢ່າງສະບາຍ.
+ ສື່ມວນຊົນຕ້ອງເຮັດພາລະບົດບາດເປັນກະບອກສຽງຂອງພັກ-ລັດຖະບານຢ່າງແທ້ຈິງ
+ ມວນຊົນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງສຳເລັດການເຄື່ອນໄຫວເກັບກໍາຂ່າວຢູ່ລາວ
ສະພາບປັດຈຸບັນ, ໃຜ ຈະຢູ່ຟາກຟ້າແດນດິນທາງ ຕາເວັນອອກຕາເວັນຕົກ, ລະ ຫວ່າງເຈົ້າກັບຂ້ອຍກໍສາ ມາດເຫັນກັນ, ລົມກັນເຫັນ ໜ້າ ກັນຜູ້ຂີ້ລ້າຍຜູ້ງາມ, ຂອງ ຫອມຂອງເໝັນທີ່ຫລາກ ຫລາຍ ແລະ ສະຫລັບຊັບ ຊ້ອນ ນີ້ລະທິດກ່ຳ ຈຶ່ງວ່າ ມັນຕັ້ງເປັນວັນຫູທິບຕາ ທິບອີ່ ຫລີ, ຫລື ຖ້າຈະເວົ້າໃຫ້ ແຈ້ງ ວັນທີ 13 ສິງຫາ ເປັນ ວັນສື່ມວນຊົນຂອງລາວເຮົາ ນັ້ນເອງ.
ປີນີ້ຖືວ່າຄົບຮອບ 68 ປີ ແຫ່ງການກຳເນີດເກີດຂຶ້ນ ຂອງສື່ມວນຊົນລາວ, ອີງ ໃສ່ອາຍຸສົງໄຂແລ້ວຖ້າເປັນ ພະນັກງານນັກຮົບທົ່ວໄປ ກໍ ໄດ້ບຳນານໄປແຕ່ເຫິງ, ສ່ວນວ່າຜູ້ເພິ່ນເປັນພະນັກ ງານຂັ້ນນຳທີ່ມີຄວາມຮູ້, ຄວາມສາມາດ, ມີສຸຂະພາບ ແຂງແຮງທັງວຽກງານຮຽກຮ້ອງຕ້ອງການເພິ່ນກໍຍັງ ສືບຕໍ່ເຮັດເໝືອນດັ່ງການ ນຳຂອງພັກ ແລະ ລັດຖະ ບານເຮົາບາງທ່ານ, ບາງສະ ຫາຍໃນປັດຈຸບັນ.
ເມື່ອເວົ້າເຖິງ ຂົງເຂດ ສື່ມວນຊົນຂອງລາວເຮົາ ແລ້ວ, ໃນສະໄໝກ່ອນກໍຄື ສະໄໝສົງຄາມແມ່ນມີຄວາມ ຫຍຸ້ງຍາກຫລາຍສາເຫດກໍ ຍ້ອນວ່າພະນັກງານໜ້ອຍ, ວັດຖຸອຸປະກອນອຶດໆ ຢາກໆ ທັງລ້າສະໄໝ, ເຄື່ອງຮັບໃຊ້ ບາງຢ່າງໄດ້ແບກໄດ້ຫາບ, ການຂຽນບົດຂຽນຂ່າວສ່ວນຫລາຍແມ່ນດ້ວຍບິກ ແລະ ປາກກາຈຶ່ງກ້າວມາຕິພິມດິດ, ທົ່ວປະເທດມີວິທະຍຸກະຈາຍດ້າມແຫ່ງສອງແຫ່ງ.
ຕົວຢ່າງ: ທາງຝ່າຍວຽງ ຈັນກໍມີວິທະຍຸແຫ່ງຊາດ, ຢູ່ ເຂດປົດປ່ອຍກໍມີວິທະຍຸກະ ຈາຍສຽງຂອງແນວລາວ ຮັກຊາດ, ໃນແຕ່ລະມື້ອອກ ຂ່າວ ຄາວເປັນສອງມາດ ຕະຖານ, ບາງວັນກໍເວົ້າສຽດ ສີດ່າກັນຢ່າງອຸດຕະລຸດຈົນມາຮອດປີ 1975 ວິທະຍຸ ຂອງຝ່າຍວຽງຈັນຖືກຢຸບ ຢ່າງສິ້ນເຊີງ, ສ່ວນວິທະ ຍຸຂອງຝ່າຍແນວລາວຮັກ ຊາດຍັງໝັ້ນຄົງຂະໜົງ ແກ່ນ. ສາເຫດ ທີ່ເປັນຄືແນວ ນີ້ກໍຍ້ອນວ່າ ຝ່າຍໜຶ່ງຖືເອົາ ສື່ເປັນກະບອກສຽງຮັບ ໃຊ້ກຸ່ມກຳອຳນາດຂອງຕົນ ແລະ ອີກຝ່າຍໜຶ່ງພັດຮັບ ໃຊ້ຊາດຮັບໃຊ້ປະຊາຊົນກໍ ເລີຍມີຜູ້ແພ້ຜູ້ຊະນະ.
ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍຢ່າງ ສົມບູນປະກາດເປັນສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວແລ້ວ ຈຶ່ງໄດ້ ມາລວມຕົວເຂົ້າກັນເປັນ ເອກະພາບ, ນີ້ຄືບາງວັກບາງ ຕອນໃນປະຫວັດສາດຂອງສື່ລາວເຮົາ, ສ່ວນກ່ຽວກັບ ວາລະສານ ແລະ ໜັງສືພິມ ນັ້ນມາຮອດປັດຈຸບັນກໍຍິ່ງ ຂະຫຍາຍຕົວໄປຕິກໆ.
ອັນທີ່ໂດດເດັ່ນກໍແມ່ນ ສື່ອອນລາຍມັນຍິ່ງທັນສະ ໄໝໄວກວ່າຈະຫລວດດັ່ງ ທິດກ່ຳໄດ້ຍົກຈຸດພິເສດມາ ຂ້າງເທິງນັ້ນ, ກ່າວເຖິງວັດ ຖຸອຸປະກອນຮັບໃຊ້ກັບຊັບ ພະຍາກອນຂອງສື່ເຮົາດຽວນີ້ກໍຍິ່ງທັນສະໄໝທັງຂະ ຫຍາຍຕົວ ແລະ ເກັ່ງກວ່າ ເກົ່າຫລາຍ.
ສະພາບປັດຈຸບັນໜັງ ສືພິມຈົນບໍ່ຢາກມີຜູ້ໃດອ່ານ, ສ່ວນຫລາຍໃຜກໍທັນເຫ ໄປນຳສື່ທັນສະໄໝໄປທາງ ໃດກໍເຫັນແຕ່ຄົນເກີດໂລກ ນັ້ນ, ຍ່າງກໍກົ້ມໜ້າ, ນີ້ລະຄື ອິດທິພົນຂອງສື່ໃນຍຸກໂລ ກາພິວັດ.
ແນວໃດກໍດີ, ຕາມທິດ ກ່ຳ ຄິດໂດຍລວມແລ້ວສື່ ລາວເຮົາໃນປັດຈຸບັນ ແລະ ຕໍ່ໜ້າຕ້ອງໄດ້ປັບປຸງຕົນເອງໃຫ້ດີ, ທັນສະໄໝ ແລະ ກ້າວໄປເລື່ອຍໆ ເຊັ່ນຕົວຢ່າງ ວິທະຍຸບໍ່ວ່າເອັຟເອັມ-ເອເອັມ (FM-AM) ຄຶ້ນສັ້ນຄື້ນຍາວ ຢູ່ຂັ້ນສູນກາງກໍຕ້ອງກວມ ເນື້ອທີ່ 100% ໃນທົ່ວປະ ເທດ, ໃຜຕ້ອງການຟັງຂອງ ສູນກາງ ແລະ ທ້ອງຖິ່ນກໍໃຫ້ ມີຫລາຍທາງເລືອກ.
ສິ່ງສຳຄັນທີ່ຄວນເອົາ ໃຈໃສ່ປັບປຸງຕົນເອງອີກອັນໜຶ່ງກໍຄືການສ້າງຊັບພະ ຍາກອນດ້ານນີ້ໃຫ້ເກັ່ງໆ ກາຍເປັນອາຊີບທີ່ແນ່ນອນ ໝັນຄົງ ແລະ ຍືນຍົງ, ເມື່ອ ມີຄົນເກັ່ງແລ້ວວັດຖຸອຸປະ ກອນຮັບໃຊ້ກໍຕ້ອງ ພຽບພ້ອມ ພຽງພໍລ້ຳຍຸກທັນສະໄໝ ສາ ມາດຕອບສະໜອງໄດ້ກັບ ຄວາມຮຽກຮ້ອງຕ້ອງການ ຈຶ່ງຈະສົມກັບສາຍານາມທີ່ ວ່າສື່ມວນຊົນເປັນກະບອກ ສຽງທີ່ເຂັດຢຳຂອງພັກ ແລະ ຂອງຊາດ ຂໍໃຫ້ວັນສື່ມວນຊົນ ຈົ່ງກາຍເປັນວັນທີ່ມີຄວາມ ໝາຍທາງດ້ານປະຫວັດສາດຂອງຊາດກາຍເປັນວັນຫູທິບຕາທິບ ຢ່າງແທ້ຈິງ./.