ຊຳຊຸງກຽມປິດໂຮງງານຜະລິດມືຖືໃນຈີນ

- 750x422 810175 1534138516 - ຊຳຊຸງກຽມປິດໂຮງງານຜະລິດມືຖືໃນຈີນ
- kitchen vibe - ຊຳຊຸງກຽມປິດໂຮງງານຜະລິດມືຖືໃນຈີນ

ຊຳ​ຊຸງ ​ເອ​ເລັກ​ໂຕຣນິກ ຈຳກັດ ​ເປີດ​ເຜີຍ​ວ່າ: ກຳລັງ​ພິຈາລະນາ​ຢຸດ​ການ​ຜະລິດ​ມື​ຖື​ທີ່​ໂຮງງານ​ແຫ່ງ​ໜຶ່ງ​ໃນ​ຈີນ ຫລັງ​ຈາກ​ຍອດ​ຂາຍ​ມື​ຖື​ຫລຸດ​ລົງ​ຫລາຍ​ໄຕ​ມາດ​ຕິດ​ຕໍ່​ກັນ ບວກ​ກັບ​ບໍລິສັດ​ກຳລັງ​ຜະ​ເຊີນ​ບັນຫາ​ຕົ້ນທຶນ​ແຮງ​ງານ​ສູງ.

ສຳນັກ​ຂ່າວຣອຍ​ເຕີ ລາຍ​ງານ​ວ່າ: ຊຳ​ຊຸງ ອາດ​ຈະ​ຢຸດ​ການ​ຜະລິດ​ມື​ຖື​ທີ່​ໂຮ​ງານ​ທຽນ​ຈິນ ຊຳ​ຊຸງ ​​ເທ​ເລ​ຄອມ ​ເຕັກ​ໂນ​ໂລ​ຊີ ​ໃນ​ປີ​ນີ້ ​ໂດຍ​ແຮ​ງງານ​ແຫ່ງ​ນີ້​ຕັ້ງຢູ່​ທາງ​ຕອນ​ເໜືອ​ຂອງ​ເມືອງ​ທຽນ​ຈິນ ​ໂດຍ​ປັດຈຸບັນ​ນີ້ ຕະຫລາດ​ໂທລະສັບ​ມື​ຖື​ຢູ່​ໃນ​ໄລຍະ​ຂາ​ລົງ ​ເນື່ອງ​ຈາກ​ຍອດ​ຂາຍ​ຫລຸດ​ລົງ ​ແລະ ຊຳ​ຊຸງ​ຕ້ອງການ​ຫັນ​ໄປ​ເນັ້ນກິດຈະກຳ​ທາງ​ທຸລະ​ກິດ​ທີ່​ຊ່ວຍ​​ເສີມ​ສ້າງ​ຄວາມ​ສາມາດ​ດ້ານ​ການ​ແຂ່ງຂັນ ​ແລະ ​ເພີ່ມ​ປະສິດທິພາ​ບໃຫ້​ບໍລິສັດ.

​ໄລຍະ​ຫລາຍ​ປີຜ່ານມາ, ຊຳ​ຊຸງ​ທຸ້ມ​ເທ​ເງິນ​ລົງທຶນ​ດ້ານ​ໂທລະສັບ​ມື​ຖື ​ເພື່ອ​ເພີ່ມ​ກຳລັງ​ການ​ຜະລິດ​ທີ່​ໂຮງງານ​ໃນ​ຫວຽດນາມ ​ແລະ ອິນ​ເດຍ. ຫລ້າ​ສຸດ ​ໃນ​ເດືອ​ນຜ່ານ​ມາ, ບໍລິສັດ​ຫາ​ກໍ​ເປີດ​ໂຮງງານ​ຜະລິດ​ສະມາດ​ໂຟນຂະໜາດ​ໃຫຍ່​ສຸດ​ໃນ​ໂລກ​ນະຄອນ​ຫລວງ​ນິວ​ເດ​ລີ ປະ​ເທດ​ອິນ​ເດຍ ​​ໂດຍ​ມີ​ເປົ້າໝາຍ​ໃຫ້​ອິນ​ເດຍ​ເປັນ​ສູນ​ກາງ​ດ້ານ​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ຂອງ​ບໍລິສັດ.

- 3 - ຊຳຊຸງກຽມປິດໂຮງງານຜະລິດມືຖືໃນຈີນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!