ຈີນອອກກົດເຂັ້ມງວດຂ່າວອອນລາຍ




ລາຍງານລະບຸວ່າ: ກົດລະບຽບໃໝ່ທີ່ອອກໂດຍສຳນັກງານບໍລິຫານໄຊເບີຂອງຈີນ (CAC) ຈະຊ່ວຍເພີ່ມອຳນາດໃຫ້ພັກລັດຖະບານໃນການຄວບຄຸມເນື້ອໃນອອນລາຍ ໂດຍເວັບໄຊ, ແອບພິເຄເຊິນ, ບລ໊ອກ, ໄມໂຄຣບລ໊ອກ, ບັນຊີສື່ສັງຄົມອອນລາຍ ແລະ ອື່ນໆ ທີ່ມີການເລືອກເຟັ້ນ ແລະ ແກ້ໄຂເນື້ອໃນຂ່າວຈະຕ້ອງມີໃບອະນຸຍາດໃນການເຜີຍແຜ່ລາຍງານ ແລະ ບົດວິຈານທີ່ກ່ຽວຂ້ອງກັບລັດຖະບານ, ເສດຖະກິດ, ກອງທັບ, ກິດຈະການຕ່າງປະເທດ ແລະ ບັນຫາສັງຄົມຢູ່ອິນເຕີເນັດ.
ນອກຈາກນີ້, ຜູ້ໃຫ້ບໍລິການຂ່າວອອນລາຍຈະຕ້ອງຊີ້ນຳຄວາມຄິດເຫັນຂອງປະຊາຊົນໄປໃນທິດທາງທີ່ຖືກຕ້ອງ ລວມທັງຕ້ອງຊ່ວຍປົກປ້ອງຜົນປະໂຫຍດຂອງປະເທດຊາດ ແລະ ສາທາລະນະ. ດັ່ງນັ້ນ ຜູ້ຜະລິດຂ່າວອອນລາຍຈະຕ້ອງເຂົ້າຮັບການອົບຮົມ ແລະ ໄດ້ຮັບການຕີລາຄາຮັບຮອງຢ່າງເປັນທາງການ, ສ່ວນບັນນາທິການຕ້ອງໄດ້ຮັບການອະນຸມັດຈາກລັດຖະບານ, ສື່ທຸກແຫ່ງບໍ່ໄດ້ຮັບອະນຸຍາດໃຫ້ຮ່ວມມືກັບບໍລິສັດຕ່າງປະເທດໃນການຈັດຕັ້ງບໍລິສັດຮ່ວມທຶນ ຈົນກວ່າຈະຜ່ານການຕີລາຄາດ້ານຄວາມໝັ້ນຄົງຈາກສຳນັກງານຄະນະກຳມະການຂໍ້ມູນຂ່າວສານຂອງລັດ.
ຜູ້ທີ່ຝ່າຝືນກົດລະບຽບດັ່ງກ່າວຈະຖືກຖອນໃບອະນຸຍາດ ແລະ ຖືກປັບໄໝບໍ່ເກີນ 30.000 ຢວນ.