ປາໂຕດຽວຢ່າໃຫ້ເໜົ່າໝົດຂ້ອງ
ທິດກໍ່າໄດ້ອົດກັ້ນມາຫລາຍວັນແລ້ວ, ພາຍຫລັງໄດ້ຍິນໄດ້ຟັງ ແລະ ໄດ້ເຫັນຍິງປະເທດໃກ້ຄຽງຄົນໜຶ່ງເວົ້າສຽດສີໃຫ້ປະເທດລາວ ແລະ ຄົນລາວ. ຈົນມາຮອດໄລຍະນີ້ກໍຍັງເຫັນປາກົດການໄບ້ຢູ່ໄຈ້ໆຂອງມັນ. ການເວົ້າໃສ່ຮ້າຍປ້າຍ ສີ ຫລື ດູຖູກຢຽບຫຍາມປະເທດອື່ນດ້ວຍຄວາມອັກຄະຕິຈິດຂອງຕົນເອງ ໂດຍບໍ່ຄໍານຶງເຖິງສິດທິຂອງຄວາມເປັນ ມະນຸດ ຫລື ກ່າວຫາລາມໄປເຖິງປະເທດອື່ນຄົນອື່ນຢ່າງບໍ່ມີຫລັກການນັ້ນເຂົາເອີ້ນວ່າຜິດຕໍ່ແນວທາງແຫ່ງຄວາມ ສາມັກຄີ, ສັນຕິພາບ ແລະ ຜິດຕໍ່ຫລັກການພົວພັນສາກົນລະຫວ່າງປະເທດ ເຊິ່ງແຕ່ລະປະເທດໃຜກໍມີອໍານາດອະ ທິປະໄຕໃນດິນແດນຂອງຕົນ. ຕາມທິດກໍ່າຄິດ ຕົ້ນເຫດ ແລະ ສາເຫດຂອງບັນຫາທີ່ເກີດຂຶ້ນນີ້ອາດຍ້ອນມີຜູ້ຈັດສາກໃຫ້ມັນເວົ້າ ຫລື ມີຜູ້ບົ່ງການຢູ່ເບື້ອງຫລັງ ແລະ ຈ້າງໃຫ້ເວົ້າເພື່ອສ້າງກະແສໃຫ້ປະເທດລາວກັບປະເທດໄທເກີດຄວາມແຕກແຍກສາມັກຄີກັນ, ແຕ່ແມ່ນໃຜຜູ້ໃດເປັນຕົວບົ່ງການນັ້ນ ທິດກໍ່າຂໍອົດໄວ້ກ່ອນຈົນກວ່າບັ້ງອົດມັນຊິແຕກ.
ທິດກໍ່າບໍ່ຂໍເອີ່ຍເຖິງຄໍາເວົ້າສາລະພັດຢ່າງທີ່ “ຍິງຈັງໄຮ” ຄົນນັ້ນໄດ້ເວົ້າເຢາະເຢີ້ຍ, ສຽດສີປະເທດລາວ ແລະ ຄົນລາວ ເພາະທຸກຄົນບໍ່ວ່າລາວໃນລາວນອກ, ຢູ່ໃນປະເທດ ແລະ ຢູ່ຕ່າງປະເທດໃຜໆກໍຮູ້ແກ່ໃຈນໍາກັນແລ້ວ, ແຕ່ສິ່ງທີ່ຢາກເວົ້ານີ້ແມ່ນເບື້ອງໜ້າເບື້ອງຫລັງສໍາລັບຄົນລາວກັບຄົນໄທທີ່ເຄີຍມີຄວາມອາຄາດບາດໝາງກັນມາຕັ້ງແຕ່ບູຮານນະການຍຸກສະໄໝປະຫວັດສາດຈົນເຖິງຂັ້ນເສຍຄວາມຮູ້ສຶກຕໍ່ກັນ, ເສຍຄວາມສາມັກຄີ, ມີທັງຫລັ່ງເລືອດ ແລະ ນ້ຳຕາ.
ເມື່ອຫວນຄືນໃນເປີງພະເຈົ້າໄຊເສດຖາທິລາດໄດ້ປົກຄອງແຜ່ນດິນລ້ານຊ້າງ, ຖືວ່າໄດ້ເຊື່ອມສໍາພັນທະໄມຕີ ແຮກສ່ຽວກັນກັບເຈົ້າແຜ່ນດິນສະຫຍາມຈົນເຖິງຂັ້ນຮ່ວມກັນສ້າງພະທາດແຫ່ງສູນລວມນ້ຳໃຈຂອງສອງຊາດ ຄືສ້າງພະທາດສີສອງຮັກຢູ່ແຂວງເລີຍ (ຈັງຫວັດເລີຍ) ໃນປັດຈຸບັນ ເຊິ່ງແຕ່ກ່ອນຈຸດດັ່ງກ່າວເປັນເຂດຊາຍແດນລະຫວ່າງປະເທດລ້ານຊ້າງກັບປະເທດສະຫຍາມ. ຫລັງຈາກສ້າງສໍາເລັດແລ້ວກໍມີຄໍາປະຕິຍານ ແລະ ສັນຍາຕໍ່ກັນ, ໄດ້ອະທິຖານຕໍ່ເຈົ້າຖິ່ນເຈົ້າຖານ, ເຈົ້າມະເຫສັກຫລັກເມືອງ, ເທວະບຸດເທວະດາຟ້າແຖນວ່າ ນັບແຕ່ນີ້ໄປຂໍໃຫ້ລ້ານຊ້າງກັບສະຫຍາມເປັນມິດທີ່ດີຕໍ່ກັນ, ເປັນສ່ຽວຮັກສ່ຽວແພງ ແລະ ສັດຊື່ບໍລິສຸດຕໍ່ກັນ. ຖ້າຝ່າຍໃດຝ່າຍໜຶ່ງຫາກ ຄິດຄົດທໍລະຍົດຕໍ່ກັນຢູ່ເທິງບົກຂໍໃຫ້ຮ່າກິນ, ເຂົ້າປ່າຂໍໃຫ້ເສືອຂົບ, ຖ້າລົງນ້ຳກໍຂໍໃຫ້ເງືອກກິນ ໂດຍເອົາພະທາດສີ ສອງຮັກທີ່ຮ່ວມກັນສ້າງເປັນພິຍານ, ແຕ່ພາຍຫລັງພະເຈົ້າໄຊເສດຖາທິລາດໄດ້ຊິ້ນພະຊົນໄປແລ້ວໃນບັນດາກະ ສັດລາວທັງຫລາຍກໍເລີ່ມພາກັນຍາດຕັ່ງ ຍ້ອນສະຫຍາມເປັນຕົ້ນເຫດຍຸແຍ່ແຕກຄວາມສາມັກຄີ ໃນທີ່ສຸດປະ ເທດລ້ານຊ້າງກໍຖືກແບ່ງແຍກອອກເປັນສາມກົກ ຄືຫລວງພະບາງ, ວຽງຈັນ ແລະ ຈໍາປາສັກ.
ເມື່ອເຫັນສະພາບຄວາມອ່ອນແອຂອງລ້ານຊ້າງ, ສະຫຍາມກໍສວຍໂອກາດບຸກບຽດຢຶດຈົນປະເທດລ້ານຊ້າງໄດ້ ກາຍເປັນປະເທດສະລາດ (ຫົວເມືອງຂຶ້ນ) ຂອງປະເທດສະຫຍາມມາກາຍເຄິ່ງສະຕະວັດ. ນັບແຕ່ປະເທດລ້ານຊ້າງໄດ້ກາຍເປັນຫົວເມືອງຂຶ້ນຂອງສະຫຍາມ ພວກເຂົາກໍບັງຄັບ, ກົດຂີ່, ຂົ່ມເຫັງຖືເອົາຄົນລາວເປັນຂ້າທາດ, ວ່າຄົນ ລາວເປັນຄົນໂງ່ຈ້າຫລ້າຫລັງ, ຂີ້ຂ້າຕາຂາວຕ່າງໆນາໆ. ນັບແຕ່ວົງກະສັດຮອດຂັ້ນລາດຊະການ, ຜູ້ຫລັກຜູ້ໃຫຍ່ ລາມໄປຮອດຄົນສະຫຍາມສ່ວນຫລາຍຕ່າງພາກັນດູຖູກຄົນລາວ, ບໍ່ພຽງແຕ່ເທົ່ານັ້ນ ເຂົາຍັງເກັບເກນເອົາຄົນ ລາວແຖວວຽງຈັນ, ໜອງຄາຍ, ອຸດອນ, ຂອນແກ່ນໄປເປັນນາງບໍາເລີ, ເປັນທາດຮັບໃຊ້ຢູ່ໃນເຮືອນໃນວັງ, ອອກ ແຮງງານຮັບໃຊ້ສາລະພັດຢ່າງໂດຍບໍ່ມີຄ່າຈ້າງ, ຂົ່ມເຫັງໃຫ້ຄົນລາວໄປຂຸດຄອງລ່ວງນ້ຳຢູ່ກຸງເທບຈົນກາຍມາເປັນ ຄອງແສນແສບມາຮອດປັດຈຸບັນ, ຂົ່ມເຫັງຄົນລາວໃຫ້ໄປຕັດຕົ້ນຕານແຕ່ສະມຸດປາການແກ່ມາຫາກຸງເທບ ເພື່ອກັ້ນນ້ຳເຈົ້າພະຍາ ແລະ ອື່ນໆສາລະພັດຢ່າງຕາມໃຈຂອງພວກເຂົາ, ຖ້າຂັດຂືນກໍທຸບຕີທໍລະມານ ຫລື ຂ້າຖີ້ມ ຢ່າງໄຮ້ມະນຸດສະທໍາ. ສະຫຍາມຍັງໄດ້ເກັບເກນເອົາທັງຄົນ, ທັງຊັບສິນ, ທັງເຄື່ອງຄ້ຳຂອງຄູນ ແລະ ການເສຍສ່ວຍ ທຸກຢ່າງໄປເຂົ້າຄັງຫລວງ ຈົນເຮັດໃຫ້ເຊື້ອກະສັດວົງຕະກຸນພະລາຊາຂອງສະຫຍາມກາຍເປັນເສດຖີຮັ່ງມີດ້ວຍອໍາ ນາດ ແລະ ຊັບສິນເຂົ້າຂອງເງິນທອງຢ່າງມະຫາສານ.
ເຈົ້າອານຸວົງໃນເວລານັ້ນມີອາຍຸພຽງ 13 ປີ, ສະຫຍາມໄດ້ນໍາເອົາໄປເປັນຕົວປະກັນກັບບັນດານັກຈິດຕະ ກອນ, ສິລະປະກອນ, ພວກຕີເຫລັກ, ພວກຫັກໄມ້ໄລ່ຍາມທີ່ເກັ່ງກໍຖືກກວາດຕ້ອນເອົາໄປສ້າງພະລາດຊະວັງ ຫລວງ ແລະ ຕຶກອາຄານການປົກຄອງຕ່າງໆ. ເຈົ້າແຜ່ນດິນສະຫຍາມພະຍາຍາມລ້ຽງດູສຶກສາອົບຮົມເຈົ້າອານຸວົງ ຫວັງຈະໃຫ້ເປັນໄມ້ມືຕົວສະກາດຊັ້ນຈໍາຢູ່ພາຍໃຕ້ການບົງການທຸກຢ່າງຂອງສະຍາມ. ພໍຮອດອາຍຸໄດ້ 29 ປີຈຶ່ງໄດ້ ສົ່ງມາປົກຄອງອານາຈັກວຽງຈັນ. ໃນໄລຍະມາປົກຄອງວຽງຈັນ ເຈົ້າອານຸວົງກໍໄດ້ເຮັດພັນທະທຸກສິ່ງທຸກຢ່າງໃນຖາ ນະເປັນປະເທດສະລາດ, ແຕ່ສິ່ງທີ່ເຈົ້າອານຸວົງຍອມຮັບບໍ່ໄດ້ນັ້ນແມ່ນເຂົາໄດ້ເອົາແມ່ຍິງລາວໄປເປັນນາງບໍາເລີຕໍ່ ໜ້າຕໍ່ຕາ, ເກັບເກນກວາດຕ້ອນເອົາຄົນລາວຢູ່ທຸກສາລະທິດໄປເປັນທາດຮັບໃຊ້ສາລະພັດຢ່າງ, ເຫັນຄົນລາວພາ ກັນໄປຄຸດຄອງແສນແສບດ້ວຍຄວາມທຸກທໍລະມານລໍາບາກກາກກໍາ, ເຫັນຄົນລາວຖືກທຸບຕີທໍລະມານຢ່າງແສນ ສາຫັດໃນທຸກວຽກງານ, ເຫັນນັກຈິດຕະກອນ, ນາຍຊ່າງຕ່າງໆເມື່ອເຮັດວຽກສໍາເລັດແລ້ວເຂົາກໍເກັບຕົວຢ່າງໄຮ້ ຮ່ອງຮອຍ, ເຫັນນັກສິລະປະກອນຍິງລາວຜູ້ງາມໆເມື່ອສະແດງໃຫ້ພະລາຊາຊົມແລ້ວເຂົາກໍເອົາໄປນອນນໍາ ເພື່ອສະ ເຫວີຍຄວາມສຸກໃຫ້ແກ່ກະສັດ ແລະ ກຸ່ມເຈົ້ານາຍຂອງສະຫຍາມ.
ເຈົ້າອານຸວົງເກີດຄວາມເຈັບແຄ້ນແໜ້ນໃນໃຈຈົນບໍ່ສາມາດອົດກັ້ນໄວ້ໄດ້, ຄວາມຮູ້ສຶກເຈັບປວດໄດ້ເຖິງຂັ້ນຈະແພ້ ຫລື ຊະນະກໍຕ້ອງໄດ້ລຸຍເຮັດເສິກກັບສະຫຍາມ. ສຸດທ້າຍເຈົ້າຊີວິດສະຫຍາມກໍຖືວ່າເຈົ້າອານຸວົງເປັນຕົວກະ ບົດຂອງປະເທດ.
ໃນຄວາມເປັນຈິງແຫ່ງການລຸກຂຶ້ນຕໍ່ສູ້ເຮັດເສິກກັບສະຫຍາມ ຖືວ່າເຈົ້າອານຸວົງເປັນຜູ້ພ່າຍແພ້ຍ້ອນເຫລັກ ຫລາຍກວ່າຖ່ານ. ຍ້ອນຄວາມຄຽດແຄ້ນຂອງເຈົ້າແຜ່ນດິນສະຫຍາມຖືວ່າເຈົ້າອານຸວົງເປັນຕົວກະບົດຈຶ່ງໄດ້ສັ່ງໃຫ້ທະຫານເຂົ້າມາບຸກຕີເມືອງວຽງຈັນ ຈູດເລົ້າເຜົາຜານຫໍໂຮງພະລາດຊະວັງຫລວງ, ສໍານັກງານອົງການ ແລະ ເຮືອນຊານບ້ານຊ່ອງຢູ່ຕົວເມືອງວຽງຈັນຈົນຮາບກ້ຽງ, ບໍ່ພຽງແຕ່ຈູດເລົ້າເຜົາຜານຕົວເມືອງວຽງຈັນຍັງເກັບເກນເອົາທັງຄົນ, ວັດຖຸສິ່ງຂອງບັນດາເຄື່ອງຄ້ຳຂອງຄູນ, ເຂົ້າຂອງເງິນທອງສາລະພັດຢ່າງໄປນໍາຈົນກ້ຽງ, ໃນນັ້ນອັນສໍາຄັນແມ່ນພະແກ້ວມໍລະກົດ, ພະແຊກຄໍາ ແລະ ສິ່ງສັກສິດອື່ນໆ. ສັກດີນາສະຫຍາມໄດ້ອອກປະກາດໃຫ້ຕາມລ້າຂ້າເຈົ້າອານຸວົງ ຖ້າຈັບເປັນບໍ່ໄດ້ກໍຂໍໃຫ້ຈັບຕາຍ. ນັບແຕ່ມື້ປະກາດເປັນຕົ້ນມາບໍ່ພໍເທົ່າໃດປີກໍສາມາດໄປຕາມລ່າທັນຢູ່ເຂດຊຽງຂວາງໃນຂະນະທີ່ເພິ່ນພວມຈະໜີໄປລີ້ໄພຢູ່ປະເທດຫວຽດນາມ.
ຈາກນັ້ນມາເຈົ້າອານຸວົງພ້ອມມະເຫສີ ນັບທັງເສນາບໍລິວານໄດ້ຖືກທະຫານສະຫຍາມຄຸມຕົວໄປກຸງເທບໃນທີ່ສຸດ, ເພິ່ນພ້ອມເສນາບໍລິວານທັງໝົດກໍຕາຍຄາກົງຂັງ, ການກວາດຕ້ອນເອົາປະຊາຊົນແຖວຊຽງຂວາງ, ວຽງຈັນ, ຄໍາເກີດ, ເມືອງວັງອ່າງຄໍາ, ໜອງຄາຍ, ອຸດອນ,ຂອນແກ່ນ ແລະ ບ່ອນອື່ນໆຫລາຍໝື່ນຫລາຍແສນຄົນຂອງທະ ຫານສະຫຍາມໄດ້ບີບບັງຄັບໃຜໜີຕາຍທັນກໍສາມາດຢັ່ງຢາຍຢູ່ຕາມຖ້ຳ, ຕາມປ່າ, ຮ່ອມຫ້ວຍພູເຂົາ, ໃຜໜີບໍ່ທັນກໍໄປຮອດກຸງເທບ. ການໃຊ້ເວລາເດີນທາງໄປກຸງເທບກໍດ້ວຍຄວາມລໍາບາກກາກກໍາ, ຄວາມທຸກຍາກທໍລະມານມີແຕ່ຍ່າງກັບຍ່າງເປັນເດືອນເປັນປີຈຶ່ງຮອດກຸງເທບ. ພວກທີ່ຖືກກວາດຕ້ອນໄປໃນງວດທີສອງສະໄໝເຈົ້າອານຸວົງ ຍິ່ງທຸກຍາກລໍາບາກ ເພາະຖືກກວາດຕ້ອນເອົາໄປເປັນທາດດ້ວຍຄວາມຈອງຫອງ.
ໃນສະພາບການທີ່ລະບອບທຶນນິຍົມໄດ້ຂະຫຍາຍຕົວຢ່າງແຂງແຮງ ພວກເອີຣົບຕາເວັນຕົກພາກັນເຮີ່ຕາມລ່າອານານິຄົມ (ລ່າຫົວເມືອງຂຶ້ນ) ອັງກິດໄດ້ເຂົ້າຢຶດເອົາໄທເປັນຕົວຕັ້ງ. ສ່ວນຝຣັ່ງໄດ້ຍາດເອົາຂະເໝນ, ຫວຽດ ນາມ, ລາວ ແລະ ຫວັງຈະໄປຢຶດເອົາໄທຕື່ມແຕ່ມີອັງກິດເປັນຜູ້ໜູນຫລັງຈໍາເປັນຝຣັ່ງກັບສະຫຍາມໄດ້ເຈລະຈາກັນເພື່ອແບ່ງດິນແດນລາວ ຄືຝັ່ງແມ່ນ້ຳຂອງເບື້ອງຊ້າຍໃຫ້ສະຫຍາມເປັນຜູ້ປົກຄອງ, ສ່ວນຝັງຂວາແມ່ນ້ຳຂອງແມ່ນເປັນຂອງຝຣັ່ງຂຶ້ນກັບສະຫະພັນອິນດູຈີນຝຣັ່ງເປັນຜູ້ປົກຄອງ. ສຸດທ້າຍແຜ່ນດິນລ້ານຊ້າງອັນແສນຮັກ ຂອງພວກເຮົາກໍຖືກຕັດແບ່ງເປັນສອງປະເທດຈົນມາຮອດທຸກວັນນີ້.
ກ່າວເຖິງຂະບວນການຕໍ່ສູ້ນັບແຕ່ປະເທດລ້ານຊ້າງໄດ້ເປັນຫົວເມືອງຂຶ້ນຂອງສະຫຍາມກໍໄດ້ກໍາເນີດເກີດຂຶ້ນເປັນກະແສຟອງມາຕະຫລອດເປັນໄລຍະໆ, ຂະບວນການຕໍ່ສູ້ໃນສະໄໝນັ້ນເອີ້ນວ່າ ການຕໍ່ສູ້ເພື່ອຍາດແຍ່ງເອົາດິນແດນອອກຈາກແອກຄອບຄອງຂອງສະຫຍາມ ເປັນຕົ້ນຂະບວນການຕໍ່ສູ້ຂອງຄູບາສາຂຽດໂງ້ງ, ຂອງຜູ້ມີບຸນ, ຄູບາແກ້ວ ແລະ ຂະບວນການອື່ນໆໃນສອງຝັ່ງຂອງຈົນລາມມາຮອດເຈົ້າອານຸວົງວິລະກະສັດອົງຜູ້ຮັກຊາດຮັກແຜ່ນດິນ. ຂະບວນການປະຕິວັດເພື່ອຍາດແຍ່ງເອົາປະເທດຊາດທີ່ເຈົ້າອານຸວົງເປັນຕົ້ນແບບ ແລະ ຕົວແບບ ພວມມີກະແສຟອງຢ່າງກວ້າງຂວາງຟົດເດືອດ, ສຸດທ້າຍກໍມີຝຣັ່ງໄດ້ມາກີດກັ້ນ ແລະ ຂວາງໜ້າຕັດແຍກຈົນເຖິງຂັ້ນເຮັດໃຫ້ຂະບວນການຕໍ່ສູ້ປະຕິວັດສະໄໝນັ້ນໄດ້ອ່ວາຍປາຍປືນມາຕໍ່ສູ້ຝຣັ່ງສືບຕໍ່ໆກັນມາຮອດໄລຍະອາເມລິກາຈຶ່ງມາປົດປ່ອຍໄດ້ໃນປີ 1975 ລຶບລ້າງລະບອບລາຊາທີ່ພາປະເທດຊາດຈິບຫາຍວາຍວອດ.
ນີ້ລະຄືສິ່ງຢັ້ງຢືນຄວາມເປັນຈິງຂອງປະຫວັດສາດລະຫວ່າງລາວກັບໄທ. ໃນຜ່ານມາເຖິງວ່າປະຫວັດສາດໄທພວກເຂົາໄດ້ພະຍາຍາມບິດເບືອນຈາກຄວາມເປັນຈິງ, ແຕ່ຄວາມຈິງມັນກໍຈະພິສູດດ້ວຍຕົວມັນເອງບໍ່ໄວກໍຊ້າ. ຈາກສາເຫດ ແລະ ຕົ້ນເຫດທີ່ທິດກໍ່າໄດ້ຍົກມາຂ້າງເທິງນີ້ ຈຶ່ງຍັງມີຄົນໄທຈໍານວນໜຶ່ງສືບຕໍ່ໃສ່ໄຍພະຍາຍາມເກາະຜິດ, ປ່ອຍດ່າ, ດູຖູກຢຽບຫຍາມຄົນລາວມາຕະຫລອດ ນັບແຕ່ເຊື້ອຊາດວົງຕະກູນຂອງເຂົາມາຮອດຍຸກປັດຈຸ ບັນ.
ເຖິງຢ່າງໃດກໍດີ, ຕາມທິດກໍ່າຄິດ ແລະ ເຫັນຕົວຈິງໃນປັດຈຸບັນຍັງມີຄົນໄທຫລາຍລ້ານຄົນຮັກປະເທດລາວ, ຍັງຮັກຄົນລາວ. ອີກປະການໜຶ່ງຄົນລາວດຽວນີ້ບໍ່ໄດ້ໂງ່ຄືເຂົາຄິດອີກແລ້ວ. ປະເທດລາວຄົນລາວເຮົາດຽວນີ້ຂໍປະ ກາດຕົວຢ່າງສົມສັກສີວ່າ ເປັນລາວກອມມູນິດມາໄດ້ 40 ກວ່າປີແລ້ວ. ປະເທດລາວມີອະທິປະໄຕຂອງຕົນ, ຄົນລາວມີກຽດ ແລະ ສັກສີຂອງຕົນ ທັງມີເພື່ອນມິດໃນທົ່ວໂລກ. ເຊື້ອຊາດລາວ, ຄົນລາວໃນປັດຈຸບັນກໍມີຢູ່ທົ່ວໂລກ ໃນນີ້ຫລາຍກວ່າໝູ່ແມ່ນຢູ່ໃນປະເທດໄທເອງ, ເກືອບທຸກຈັງຫວັດບໍ່ວ່າລາວຄັ່ງ, ລາວວຽງ, ລາວມອນ, ລາວອີສານ ຫລາຍສິບລ້ານເຂົາພວມສະແດງພະລັງໃຫ້ເຫັນເຖິງສັກກະຍະພາບຂອງຄວາມເປັນລາວ. ຄົນລາວຢູ່ຕ່າງແດນຜູ້ຮັກຊາດ, ຮັກບ້ານເກີດເມືອງນອນ, ຮັກບ້ານຝັງສາຍແຫ່ແຜ່ສາຍບືຢູ່ອາເມລິກາ, ຝຣັ່ງ, ອັງກິດ, ຍີ່ປຸ່ນ ແລະ ຢູ່ປະເທດອື່ນໆໃນທົ່ວໂລກຈົ່ງໄດ້ສາມັກຄີກັນເຂົ້າເພື່ອກູ້ກຽດຊື່ສຽງຂອງຄວາມເປັນລາວ.
ພວກເຮົາເປັນຄົນລາວກິນເຂົ້າໜຽວຈ້ຳປາແດກເປົ່າແຄນສຸດສະແນນລ່ອງຂອງຢ່າໃຫ້ໃຜມາດູຖູກຢຽບຫຍາມ ແລະ ໝິ່ນປະໝາດເຊື້ອຊາດພວກເຮົາ. ຕົກມາສະໄໝນີ້ລາວເຮົາໄດ້ເກີດໃໝ່ ແລະ ເຕີບໃຫຍ່ເຂັ້ມແຂງດ້ວຍກໍາລັງເຫື່ອແຮງສະຕິປັນຍາພາຍໃຕ້ການນໍາພາຂອງພັກ ແລະ ລັດຖະບານ ແລະ ມີເພື່ອນມິດໃນທົ່ວໂລກໃຫ້ການຊ່ວຍເຫລືອສະໜັບສະໜູນໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ຖ້າຜູ້ໃດມາບຸກລຸກແຕະຕ້ອງຮຸກຮານເຖິງປະເທດລາວ, ຄົນລາວທັບຖົມກຽດສັກສີຂອງຄົນລາວຕ້ອງພາກັນຕ້ານຢ່າງສຸດຂີດ ແລະ ຢ່າພາກັນໄປເຫີ່ ແລະ ເຮັດແນວບໍ່ເປັນຕາສາເທດນໍາພວກຈັງໄຮ ບໍ່ຊັ້ນຈັກໜ້ອຍມັນຊິເປັນປາໂຕດຽວເໜົ່າເໝັນໝົດຂ້ອງ.