ຊຸກຍູ້ສົ່ງເສີມວຽກງານທ່ອງທ່ຽວໃຫ້ເຂັ້ມແຂງ
ວຽກງານທ່ອງທ່ຽວ ເປັນວຽກງານໜຶ່ງທີ່ສໍາຄັນທີ່ພັກ ແລະ ລັດຖະບານ ເພິ່ນໄດ້ກໍານົດເອົາເປັນຂະ ແໜງບູລິມະສິດໜຶ່ງທາງ ດ້ານເສດຖະກິດບໍລິການ ເຊິ່ງນັບແຕ່ປີ 2016-2020 ລັດຖະບານໄດ້ລົງທຶນເຂົ້າ ໃນວຽກງານດັ່ງກ່າວຢ່າງ ຫຼວງຫຼາຍ ໂດຍສະເພາະ ແມ່ນປີ 2018 ເຊິ່ງເປັນ ປີ ທ່ອງທ່ຽວລາວ ແລະ ກໍ ເຫັນວ່າຢູ່ຫຼາຍທ້ອງຖິ່ນ ຕ່າງ ກໍໄດ້ສຸມໃສ່ປັບປຸງປົວ ແປງແຫຼ່ງທ່ອງທ່ຽວ ແລະ ສ້າງສິ່ງເອື້ອອໍານວຍຄວາມສະດວກຕ່າງໆເພື່ອຮອງ ຮັບນັກທ່ອງທ່ຽວເຂົ້າມາ ທ່ຽວຊົມໃຫ້ມີຄວາມຈັບ ອົກຈັບໃຈ.
+ ເປີດງານວາງສະແດງແຜ່ນແພທ້ອງຖິ່ນສົ່ງເສີມການທ່ອງທ່ຽວລາວ
+ ຄາດໝາຍນັກທ່ອງທ່ຽວເຂົ້າມາ 5 ລ້ານຄົນໃນປີນີ້ ເບິ່ງຍັງຢູ່ໄກເກີນເອື້ອມ
ກໍດັ່ງພວກເຮົາ ຮັບຮູ້ນໍາ ກັນແລ້ວວ່າ: ສປປ ລາວ ເປັນປະເທດໃຈກາງທາງ ຜ່ານ ໃນອານຸພາກພື້ນແມ່ ນໍ້າຂອງ, ອັນເປັນເງື່ອນ ໄຂ ແລະ ກາລະໂອກາດທີ່ ເໝາະສົມໃຫ້ແກ່ການພັດ ທະນາວຽກງານທ່ອງທ່ຽວ ເພື່ອເຊື່ອມໂຍງກັບບັນດາ ປະເທດສະມາຊິກດ້ວຍກັນ. ອີກປະການໜຶ່ງ, ກໍແມ່ນນະ ໂຍບາຍເຊື່ອມໂຍງເສດຖະ ກິດຂອງ ລາວກັບບັນດາປະ ເທດອາຊຽນ, ປະເທດອາ ນຸພາກພື້ນແມ່ນໍ້າຂອງຈະ ເປັນປັດໃຈທີ່ສໍາຄັນໃນ ການຊຸກຍູ້ສົ່ງເສີມວຽກງານ ທ່ອງທ່ຽວທົ່ວລາວໃຫ້ ກວ້າງຂວາງອອກໄປຕື່ມ ອີກເພື່ອດຶງດູດເອົາບັນດາ ນັກທ່ອງທ່ຽວຈາກທົ່ວໂລກ ເຂົ້າມາທ່ຽວຊົມ ສປປ ລາວ ນັບມື້ຫຼາຍຂຶ້ນ.
ເຖິງຢ່າງໃດກໍຕາມ, ພື້ນ ຖານໂຄງລ່າງຢູ່ລາວເຮົາຍັງ ມີຂໍ້ຈໍາກັດຫຼາຍດ້ານເປັນ ຕົ້ນ: ເສັ້ນທາງຄົມມະນາຄົມ ເຊື່ອມຕໍ່ລະຫວ່າງປະເທດ ເຮົາ ກັບປະເທດເພື່ອນບ້ານ, ລະຫວ່າງແຂວງລົງໄປຫາ ເມືອງ ແລະ ເສັ້ນທາງເຂົ້າ ໄປຫາແຫຼ່ງທ່ອງທ່ຽວຫຼາຍ ບ່ອນຍັງບໍ່ທັນໄດ້ຮັບການ ພັດທະນາດີເທົ່າທີ່ຄວນ, ເຄືອຄ່າຍສື່ສານໂທລະຄົມ ມະນາຄົມຍັງບໍ່ທັນພຽງພໍ ກັບຄວາມຕ້ອງການຂອງ ນັກທ່ອງທ່ຽວການລໍາລຽງ ຂົນສົ່ງລະຫວ່າງປະເທດ ຍັງຈໍາກັດ, ພາຫະນະຮັບ ໃຊ້ນັກທ່ອງທ່ຽວຍັງບໍ່ທັນ ຮັບປະກັນດ້ານເຕັກນິກ ແລະ ຄຸນນະພາບ, ພາຫະນະຈໍາ ນວນໜຶ່ງເກົ່າແກ່ຫຼາຍ, ສາຍ ການບິນເພື່ອບໍລິການທ່ອງ ທ່ຽວພາຍໃນປະເທດກໍຍັງ ມີຄວາມຫຍຸ້ງຍາກລໍາບາກ ສໍາລັບແຂວງ ທີ່ຢູ່ເຂດພູ ດອຍ ແລະ ຫ່າງໄກສອກຫຼີກ, ຖ້າທຽບໃສ່ປະເທດໃກ້ຄຽງ ແລ້ວ, ດ້ານຄຸນນະພາບຂອງ ສິ່ງອໍານວຍຄວາມສະດວກ ຢູ່ ສປປ.ລາວຍັງຕໍ່າ ແຕ່ລາຄາ ແລະ ຄ່າບໍລິການທ່ອງ ທ່ຽວ ຂ້ອນຂ້າງສູງການດໍາເນີນ ທຸລະກິດມີໜ້ອຍທ່ອງທ່ຽວ ຂອງພາຍໃນຍັງບໍ່ທັນເຂັ້ມ ແຂງພໍ, ທຶນຮອນບໍ່ພຽງພໍ ແລະ ຂາດປະສົບການແຖມ ບຸກຄະລະກອນທີ່ມີວິຊາ ດ້ານການທ່ອງທ່ຽວມີຈໍາ ນວນຈໍາກັດ, ການພັດທະນາ ແຫຼ່ງທ່ອງທ່ຽວມີລະດັບ ລຸດໂຕນກັນຫຼາຍລະຫວ່າງ ແຂວງທີ່ໄດ້ຮັບການພັດທະ ນາ ແລະ ແຂວງທີ່ມີພື້ນຖານ ເສດຖະກິດຕໍ່າ, ການວາງ ແຜນພັດທະນາແຫຼ່ງທ່ອງ ທ່ຽວຮ່ວມກັບຂະແໜງການອື່ນໆ ທີ່ກ່ຽວຂ້ອງຍັງບໍ່ທັນ ເຮັດໄດ້ດີເທົ່າທີ່ຄວນ, ການ ຈັດສັນແຫຼ່ງທ່ອງທ່ຽວແມ່ນຫາກໍເລີ່ມຈັດຕັ້ງປະຕິບັດ ຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການໃນການພັດທະນາແລ້ວ ເຫັນວ່າຍັງຊັກຊ້າຫຼາຍ ຈຶ່ງເຮັດໃຫ້ແຫຼ່ງທ່ອງທ່ຽວ ຈໍານວນໜຶ່ງຖືກບຸກລຸກໂດຍສະເພາະແມ່ນແຫຼ່ງທ່ອງ ທ່ຽວທໍາມະຊາດ, ການປະ ຕິບັດນະໂຍບາຍໃຫ້ພາກ ສວ່ນເອກກະຊົນສໍາປະທານ ເຮັດແບບຟ້າວຟັ່ງ ແລະ ຍັງຂາດການຄົ້ນຄວ້າວິໃຈ ຢ່າງລະອຽດ, ການຊັ່ງຊາ ຜົນປະໂຫຍດໃນໄລຍະຍາວ, ຄວາມຍືນຍົງ ແລະ ການມີ ສ່ວນຮ່ວມ ເຮັດໃຫ້ປະຊາຊົນ ຢູ່ໃນທ້ອງຖິ່ນ ແລະ ລັດຖະ ບານເສຍຜົນປະໂຫຍດ.
ທັງໝົດເຫຼົ່ານີ້ ເປັນບັນ ຫາທີ່ເຮັດໃຫ້ການທ່ອງທ່ຽວ ຢູ່ຫຼາຍທ້ອງຖິ່ນຍັງບໍ່ມີປະສິດທິພາບສູງ.ເພາະສະນັ້ນ, ບັນ ດາຂະແໜງການທີ່ກ່ຽວຂ້ອງ ຕ້ອງໄດ້ເອົາໃຈໃສ່ເປັນພິ ເສດ ໃນການແກ້ໄຂບັນຫາທີ່ຍັງ ຄົງຄ້າງດັ່ງກ່າວ ແລະ ເພື່ອ ບໍ່ໃຫ້ເປັນສິ່ງກີດຂວາງໜ່ວງໜ່ຽວໃນການພັດທະນາວຽກງານທ່ອງທ່ຽວໃຫ້ຢໍ່າເທົ້າ ຢູ່ບ່ອນເກົ່າ, ຕ້ອງໄດ້ຂຸ້ນ ຂ້ຽວພັດທະນາແຕ່ນີ້ໄປ ບໍ່ວ່າ ຈະເປັນແຫຼ່ງທ່ອງທ່ຽວທໍາ ມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ເພື່ອຫຼີກເວັ້ນ ການບຸກລຸກຂອງກຸ່ມຄົນບໍ່ ດີໂດຍສະເພາະແມ່ນແຫຼ່ງ ທ່ອງທ່ຽວທໍາມະຊາດ ແລະ ມີສ່ວນຮ່ວມຈາກຫຼາຍພາກສ່ວນເຮັດໃຫ້ປະຊາຊົນຢູ່ ທ້ອງຖິ່ນນັ້ນມີວຽກເຮັດງານທໍາ ແລະ ສ້າງຜົນປະໂຫຍດ ໃຫ້ລັດຖະບານໃຫ້ຫຼາຍຂຶ້ນ.