ຈີນກຽມທົດລອງເຮືອບິນໂດຍສານຜະລິດເອງລຳທຳອິດມໍ່ໆນີ້




ສື່ຂອງທາງການຈີນລາຍງານວ່າ: ເຮືອບິນໂດຍສານຮຸ້ນ C919 ຜະລິດໂດຍບໍລິສັດຜະລິດເຮືອບິນການຄ້າຈີນ ຫລື ໂກແມກ ເຊິ່ງສາມາດຮອງຮັບຜູ້ໂດຍສານໄດ້ 168 ຄົນ ແລະ ມີໄລຍະການບິນໄກສູງສຸດ 5.555 ກິໂລແມັດ ກຽມຈະບິນຂຶ້ນທົດລອງເໜືອນ່ານຟ້ານະຄອນຊຽງໄຮ້ໃນວັນທີ 5 ພຶດສະພານີ້ ໂດຍເຮືອບິນລຳນີ້ເປັນສິ່ງທີ່ຈີນໃຊ້ຄວາມພະຍາຍາມມາເປັນທົດສະວັດໃນການຊຸກຍູ້ໃຫ້ເກີດການຫລຸດອາໄສເຮືອບິນໂບອິ້ງ ແລະ ແອບັສ.
ນອກຈາກນີ້, ຕະຫລາດທ່ອງທ່ຽວຢູ່ຈີນພວມຂະຫຍາຍຕົວຢ່າງວ່ອງໄວ ໂດຍມີຈຳນວນຜູ້ເດີນທາງໂດຍເຮືອບິນເພີ່ມຂຶ້ນຢ່າງຕໍ່ເນື່ອງ ສົ່ງຜົນໃຫ້ບໍລິສັດ ແອບັສ ຕີລາຄາວ່າ: ສາຍການບິນຈີນຈະມີການສັ່ງຊື້ເຮືອບິນໃໝ່ເກືອບ 6.000 ລຳ ພາຍໃນ 2 ທົດສະວັດຕໍ່ໜ້າ. ຂະນະທີ່ບໍລິສັດ ໂບອິ້ງ ຕີລາຄາວ່າ: ຈະມີການສັ່ງຊື້ເຮືອບິນທັງໝົດ 6.800 ລຳ ຄິດເປັນມູນຄ່າປະມານ 1 ຕື້ໂດລາສະຫະລັດ. ໂກແມກ ຈຶ່ງຕ້ອງການເຂົ້າມາຍາດຊີງສ່ວນແບ່ງຕະຫລາດ ໂດຍຫລ້າສຸດໃນປີຜ່ານມາ ມີສາຍການບິນ ເຊິ່ງສ່ວນຫລາຍເປັນສາຍການບິນໃຫ້ບໍລິການຖ້ຽວບິນໃນປະເທດ ສັ່ງຊື້ເຮືອບິນໂດຍສານຈາກໂກແມກແລ້ວ 570 ລຳ.
ທ່ານ ເກຣັກ ວັລຣອນ ບັນນາທິການບໍລິຫານວາລະສານຟາຍໂກບອນ ກ່າວວ່າ: ການທີ່ໂກແມກຈະຂຶ້ນມາທຽບຊັ້ນກັບໂບອິ້ງ ແລະ ແອບັສໄດ້ຕ້ອງໃຊ້ເວລາຫລາຍ, ແຕ່ພາຍໃນທົດສະວັດໜ້າ ຈີນຈະກາຍເປັນໜຶ່ງຜູ້ສຳຄັນໃນອຸດສາຫະກຳການບິນລະດັບໂລກ.