

ໃນວັນທີ 6 ມີນານີ້, ໄດ້ມີກອງປະຊຸມຄະນະວາງແຜນຍຸດທະສາດວຽກງານຄຸ້ມຄອງການຈະລາຈອນທາງອາກາດອາຊຽນຄັ້ງທີ 2 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ວັນເພັງ ຈັນທະພອນ ຫົວໜ້າກົມການບິນພົນລະເຮືອນ ແລະ ບັນດາຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນເຂົ້າຮ່ວມ, ເພື່ອຫາລືກ່ຽວກັບການຮ່າງແຜນແມ່ບົດວຽກງານການຄຸ້ມຄອງການຈະລາຈອນທາງອາກາດອາຊຽນ ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນຍຸດທະສາດຂອງອົງການການບິນພົນລະເຮືອນສາກົນ ກໍຄືແຜນການຈັດຕັ້ງປະຕິບັດຂອງຂົງເຂດ ອາຊີ-ປາຊີຟິກໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິຜົນ, ສົ່ງເສີມວິໃສທັດໃນການຫັນເປັນນ່ານຟ້າໜຶ່ງດຽວຂອງອາຊຽນ (Seamless ASEAN Sky) ກອງປະຊຸມຄັ້ງທີ 1 ໄດ້ມີການຕົກລົງຮັບຮອງຮ່າງແຜນແມ່ບົດດັ່ງກ່າວເຊິ່ງລວມມີ 7 ພາກຄື: (1) ພາກສະເໜີ. (2) ວິໄສທັດຂອງວຽກງານຄຸ້ມຄອງການຈະລາຈອນທາງອາກາດຂອງອາຊຽນ. (3) ສະພາບການຄຸ້ມຄອງການຈະລາຈອນທາງອາກາດຂອງອາຊຽນໃນປັດຈຸບັນ. (4) ຫລັກການໃນການຈັດຕັ້ງປະຕິບັດ. (5) ປັດໄຈດ້ານມະນຸດໃນການພັດທະນາວຽກງານຄຸ້ມຄອງການຈະລາຈອນທາງອາກາດອາຊຽນ. (6) ແຜນການໃນການຈັດຕັ້ງປະຕິບັດ ແລະ (7) ການປະເມີນຜົນການຈັດຕັ້ງປະຕິບັດ. ໃນນັ້ນ ສປປ ລາວ ໄດ້ສຳເລັດການມອບໝາຍໃຫ້ຮ່າງສໍາລັບພາກສະເໜີ ແລະ ສືບຕໍ່ຈາກຜົນຂອງກອງປະຊຸມຄັ້ງທີ 1 ທີ່ໄດ້ຮັບຜົນເປັນຢ່າງດີ, ກອງປະຊຸມຄັ້ງທີ 2 ນີ້ກໍໄດ້ຜ່ານຮ່າງສະພາບການໃນການຄຸ້ມຄອງການຈະລາຈອນໃນປັດຈຸບັນ ແລະ ແຜນການໃນການຈັດຕັ້ງປະຕິບັດ ເຊິ່ງຍັງບໍ່ທັນສຳເລັດຈາກກອງປະຊຸມຄັ້ງກ່ອນ. ນອກຈາກນີ້, ກອງປະຊຸມຍັງໄດ້ສຸມໃສ່ການທົບທວນວຽກງານອື່ນໆທີ່ໄດ້ຮັບຮອງເປັນຮ່າງຂັ້ນພື້ນຖານເພື່ອສະເໜີຕໍ່ກອງປະຊຸມຄະນະວາງແຜນເຕັກນິກວຽກງານການບິນຄັ້ງທີ 13 (the thirteenth ASEAN Air Transport Technical Cooperation) ຜົນຂອງກອງປະຊຸມຄັ້ງນີ້ແມ່ນຈະເປັນບາດກ້າວສຳຄັນຕໍ່ວຽກງານຄຸ້ມຄອງການຈະລາຈອນທາງອາກາດອາຊຽນເປັນອັນໜຶ່ງອັນດຽວກັນ ເພື່ອຮັບປະກັນຄວາມປອດໄພ, ສະດວກ, ວ່ອງໄວ, ເປັນມິດຕໍ່ສິ່ງແວດລ້ອມ ແລະ ຮອງຮັບການເພີ່ມຂຶ້ນຂອງຖ້ຽວບິນໃນການຫັນເປັນຕະຫລາດການບິນດຽວຂອງອາຊຽນ (ASEAN Single Aviation Market).