ເກີດລະເບີດຄັ້ງໃຫຍ່ໃກ້ສະຖານທູດອາເມລິກາຢູ່ອັບການິດສະຖານ
May 3, 2017 - 12:07 PM




ເຈົ້າໜ້າທີ່ຄວາມໝັ້ນຄົງຢູ່ຈຸດເກີດເຫດກ່າວວ່າ: ເຫດໂຈມຕີທີ່ຄາດວ່າເປັນລະເບີດຂ້າໂຕຕາຍ ຍັງທຳລາຍ ແລະ ສ້າງຄວາມເສຍຫາຍໃຫ້ແກ່ຍານພາຫະນະຂອງປະຊາຊົນທີ່ຈອດຢູ່ໃກ້ຄຽງ, ສ່ວນສາເຫດການລະເບີດຍັງບໍ່ຮູ້ແນ່ນອນ. ເຈົ້າໜ້າທີ່ກ່າວວ່າ: ລະເບີດເກີດຂຶ້ນບໍ່ໄກຈາກສະຖານທູດອາເມລິກາ ແລະ ພື້ນທີ່ຕັ້ງກອງກຳລັງສະໜັບສະໜູນຂອງອົງການສົນທິສັນຍາປ້ອງກັນອັດລັງຕິກເໜືອ (ນາໂຕ). ທ່ານ ນາຈິບ ດານິ ໂຄສົກກະຊວງປ້ອງກັນປະເທດອັບການິດສະຖານຢືນຢັນວ່າ: ເຫດລະເບີດມີເປົ້າໝາຍໃສ່ຂະບວນລົດກອງກຳລັງຕ່າງປະເທດທີ່ຜ່ານມາ, ປັດຈຸບັນນີ້ພວມກວດສອບລາຍລະອຽດ. ສ່ວນໂຄສົກກະຊວງສາທາລະນະສຸກຢືນຢັນຕົວເລກຜູ້ເສຍຊີວິດ ແລະ ບາດເຈັບ, ແຕ່ບໍ່ໄດ້ລະບຸຈະແຈ້ງວ່າຜູ້ເຄາະຮ້າຍເປັນທະຫານຕ່າງປະເທດ ຫລື ພົນລະເຮືອນ.