ນັກຮຽນລາວໄດ້ຮັບລາງວັນຈາກການເຂົ້າແຂ່ງຂັນໂຄງການວິທະຍາສາດໜຸ່ມນ້ອຍອາຊຽນ+3 ຄັ້ງທີ 7

- Lao student - ນັກຮຽນລາວໄດ້ຮັບລາງວັນຈາກການເຂົ້າແຂ່ງຂັນໂຄງການວິທະຍາສາດໜຸ່ມນ້ອຍອາຊຽນ+3 ຄັ້ງທີ 7
- kitchen vibe - ນັກຮຽນລາວໄດ້ຮັບລາງວັນຈາກການເຂົ້າແຂ່ງຂັນໂຄງການວິທະຍາສາດໜຸ່ມນ້ອຍອາຊຽນ+3 ຄັ້ງທີ 7

ຕົວແທນນັກຮຽນລາວໄປເຂົ້າຮ່ວມສຳມະນາ ແລະ ແຂ່ງຂັນໃນໂຄງການວິທະຍາສາດໜຸ່ມນ້ອຍອາຊຽນ+3 ຄັ້ງທີ 7 (The 7th ASEAN Plus Three Junior Science Odyssey) ເຊິ່ງເຈົ້າພາບປີນີ້ແມ່ນປະເທດມາເລເຊຍຈັດຂຶ້ນທີ່ນະຄອນຫລວງກົວລາລຳເປີໃນລະຫວ່າງວັນທີ 29 ກໍລະກົດຫາ 4 ສິງຫາ 2018 ຊຶ່ງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຄັດເລືອກເອົານັກຮຽນລາວໃນລະດັບມັດທະຍົມຕອນຕົ້ນຫາມັດທະຍົມຕອນປາຍອາຍຸລະຫວ່າງ 13-15 ປີເຂົ້າຮ່ວມແຂ່ງຂັນຮ່ວມກັບ 9 ປະເທດເຊັ່ນ: ຫວຽດນາມ, ຟີລິປິນ, ໄທ, ອິນໂດເນເຊຍ, ມາເລເຊຍ, ບຣູໄນ, ກຳປູເຈຍ, ລາວ ແລະ ສ.ເກົາຫລີ, ໃນທີ່ສຸດນ້ອງນັກຮຽນຈາກລາວເຮົາກໍສາມາດສ້າງຊື່ສຽງໃຫ້ປະເທດໄດ້ຈາກການແຂ່ງຂັນດັ່ງກ່າວໄດ້ແບ່ງອອກເປັນ 3 ປະເພດ ຄື: (1) Great Science Ideas ແບບເປັນຄະນະ, ຊຶ່ງແຕ່ລະປະເທດຈະໄດ້ຮັບຫົວຂໍ້ທີ່ແຕກຕ່າງກັນໃນການຫາວິທີທາງແກ້ໄຂບັນຫາທີ່ກຳລັງສົ່ງຜົນກະທົບຕໍ່ສຸຂະພາບ ແລະ ເພື່ອປັບປຸງການເປັນຢູ່ຂອງສັງຄົມໃຫ້ດີຂຶ້ນ. (2) Great Science Quest ກໍແບ່ງເປັນທີມສະເພາະຂອງແຕ່ລະປະເທດ ເພື່ອຕອບຄຳຖາມ ແລະເຮັດການທົດລອງທາງຊີວະ, ເຄມີ ແລະ ຟີຊິກໃຫ້ສຳເລັດ ໂດຍໃຊ້ເວລາໜ້ອຍທີ່ສຸດ. (3) Great Science Pitch ນັກຮຽນຈະໄດ້ຮ່ວມກຸ່ມກັນກັບປະເທດອື່ນແບ່ງເປັນທີມລະ 6 ຄົນ ເພື່ອຫາວິທີແກ້ໄຂບັນຫາກ່ຽວກັບສຸຂະພາບໂດຍຜ່ານການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ເຂົ້າໄປຊ່ວຍ ແລະ ສ້າງເປັນແບບຈຳລອງເພື່ອນຳສະເໜີ.
ຜ່ານການແຂ່ງຂັນໃນປະເພດທີ 3 ໂດຍຮ່ວມເປັນທີມກັບປະເທດອື່ນ ທ້າວ ພິທັກ ດວງປະເສີດ ຈາກໂຮງຮຽນ ມສ ວຽງຈັນ ສາມາດຍາດໄດ້ 1 ຫລຽນຄຳໃນຫົວຂໍ້: ວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອປ້ອງກັນພະຍາດໄຂ້ຍຸງລາຍ, ນາງ ວະນັດດາ ປັນຍາວັດທະນາສິນ ຈາກໂຮງຮຽນກຽດຕິສັກນາໆຊາດສາມາດຍາດໄດ້ 1 ຫລຽນເງິນໃນຫົວຂໍ້: ວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອປ້ອງກັນພະຍາດມະເຮັງລຳໄສ້ ແລະ ນາງ ກຸນລະສະຕີ ມະນີວົງ ສາມາດຍາດໄດ້ລຽນທອງໃນຫົວຂໍ້ວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອປ້ອງກັນພະຍາດທ້ອງຂີ້ຮາກ ແລະ ນາງ ສຸກລືໄທ ໄຊຊະນະສີ ກໍສາມາດຍາດໄດ້ຫລຽນທອງໃນຫົວຂໍ້: ວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳເພື່ອຊ່ວຍເດັກພິເສດ (Autism) ຊຶ່ງທັງສອງເປັນນັກຮຽນມາຈາກໂຮງຮຽນກຽດຕິສັກນາໆຊາດ.
ພິເສດ, ສໍາລັບການແຂ່ງຂັນແບບເປັນທີມສະເພາະຂອງແຕ່ລະປະເທດສະເພາະທີມລາວມີຜູ້ເຂົ້າແຂ່ງຂັນທງໝົດຄືນາງ ກຸນລະສະຕີ ມະນີວົງ, ນາງ ສຸກລືໄຊ ໄຊຊະນະສີ ແລະ ນາງ ວະນັດດາ ປັນຍາວັດທະນາສິນຈາກໂຮງຮຽນກຽດຕິສັກນາໆຊາດ ຍັງສາມາດຍາດໄດ້ຫລຽນເງິນ. ຊຶ່ງລາງວັນທີ່ໄດ້ມາລ້ວນແລ້ວແຕ່ເປັນປະສົບການອັນໃໝ່ ແລະ ເປັນແຮງບັນດານໃຈ ເພື່ອການຮຽນຮູ້ຂອງນ້ອງໆນັກຮຽນໃນອະນາຄົດ ແລະ ເປັນຄວາມພາກພູມໃຈແກ່ ຄອບຄົວ, ໂຮງຮຽນກໍຄືປະເທດຊາດພວກເຮົາ ແລະ ໃນຕອນຄໍ່າຂອງວັນທີ 4 ສິງຫາທີ່ຜ່ານມາ, ທ່ານ ພູທະນູທອງ ໄຊສົມບັດ ຮອງຫົວໜ້າກົມແຜນການ ແລະ ຮ່ວມມື ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານນາງ ຈັນສະຫງ່າ ວາລະກອນ ຜູ້ອຳນວຍການໂຮງຮຽນກຽດຕິສັກນາໆຊາດ, ພ້ອມດ້ວຍຄູອາຈານ ແລະ ຜູ້ປົກຄອງກໍໄດ້ອອກຕ້ອນຮັບບັນດານ້ອງທີ່ໄດ້ຮັບໄຊຊະນະການແຂ່ງຂັນກັບມາຢູ່ທີ່ສະໜາມບິນວັດໄຕດ້ວຍຄວາມອົບອຸ່ນ.

 

 

- 4 - ນັກຮຽນລາວໄດ້ຮັບລາງວັນຈາກການເຂົ້າແຂ່ງຂັນໂຄງການວິທະຍາສາດໜຸ່ມນ້ອຍອາຊຽນ+3 ຄັ້ງທີ 7
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!