ສູນກາງຊາວໜຸ່ມກຽມສົ່ງສະມາຊິກຈຳນວນຫລາຍລົງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມຢູ່ເມືອງສະໜາມໄຊ


ທ່ານເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ໄດ້ໃຫ້ຮູ້ວ່າ: ພາຍຫລັງຄະນະບໍລິຫານງານສູນກາງຊາວໜຸ່ມໄດ້ນຳເງິນຈຳນວນ 107 ລ້ານກີບ ແລະ ເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງໄປມອບໃຫ້ຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ເພື່ອຊ່ວຍເຫລືອບັນເທົາທຸກຜູ້ປະສົບໄພຢູ່ເມືອງສະໜາມໄຊແຂວງອັດຕະປືໃນເບື້ອງຕົ້ນ, ຈາກນັ້ນກໍໄດ້ສຸມໃສກະກຽມກຳລັງສະມາຊິກຊາວໜຸ່ມຫລາຍພັນຄົນ ນັບທັງຢູ່ສູນກາງ ແລະ ທ້ອງຖິ່ນ ເພື່ອລົງຊ່ວຍວຽກງານຕ່າງໆທີ່ທາງຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດມີຄວາມຕ້ອງການດ້ານກຳລັງເຂົ້າໃນການຟື້ນຟູປັບປຸງເຮືອນຊານ, ເຮັດໜ້າທີ່ກູ້ໄພ ແລະ ອື່ນໆ ເພື່ອຊ່ວຍເຫລືອຜູ້ປະສົບໄພຄື: ໃນອາທິດຜ່ານມາ ກໍໄດ້ສົ່ງອາສາສະໝັກລົງພື້ນທີ່ເພີ່ມອີກ 150 ຄົນ, ໃນນີ້ 20 ຄົນແມ່ນໄປຊ່ວຍວຽກປະສານງານ ແລະ ແປພາສາຕ່າງປະເທດ, ພ້ອມທັງສືບຕໍ່ປຸກລະດົມການບໍລິຈາກເງິນໄດ້ຕື່ມອີກຫລາຍກວ່າ 500 ລ້ານກີບ, ໃນນີ້ມີການບໍລິຈາກຂອງຄະນະຊາວໜຸ່ມໂຮ່ຈີມິງ ສສ ຫວຽດນາມ ຈຳນວນ 500 ລ້ານດົງ (ສະກຸນເງິນຫວຽດນາມ) ຫລື ປະມານ 180 ລ້ານກີບ ເພື່ອປະກອບສ່ວນຊ່ວຍເຫລືອຜູ້ປະສົບໄພ ແລະ ເປັນຂວັນກຳລັງໃຈໃຫ້ເຂົາເຈົ້າຜ່ານຜ່າອຸປະສັກຫຍຸ້ງຍາກຕ່າງໆໄປໄດ້ໂດຍໄວ.