ອາຫານທີ່ທ່ານຄວນກິນ ແລະ ຄວນຫລີກເວັ້ນກ່ອນເຂົ້າຫ້ອງເສັງ




ບໍ່ຄວນຈະອົດອາຫານກ່ອນການສອບເສັງ ເພາະທ່ານອາດຈະຫິວໃນຫ້ອງສອບເສັງ, ຖ້າຮູ້ສຶກບໍ່ຢາກກິນອາຫານ ອາດຈະເປັນຍ້ອນເກີດຈາກຄວາມເຄັ່ງຄຽດ ແລະ ອາດຈະຕື່ນສວາຍກິນເຂົ້າບໍ່ທັນ ຈຶ່ງຂໍແນະນຳໃຫ້ກິນກາລະເປົາແທນ ເຊິ່ງນອກຈາກຈະງ່າຍຕໍ່ການຍ່ອຍແລ້ວ ຍັງຫາຊື້ງ່າຍນຳອີກ ຫລື ຈະກິນເຂົ້າປຽກເຂົ້າ ຫລື ໂຈ໊ກກໍໄດ້, ແຕ່ບໍ່ຄວນໃສ່ຂີງດິບ ແລະ ໃສ່ເຄື່ອງປຸງລົດຊາດເຜັດ ລວມທັງໄຂ່ສຸກນຳ ແລະ ຕໍ່ໄປນີ້ແມ່ນກຸ່ມອາຫານທີ່ຍ່ອຍຍາກ.
– 30 ນາທີ ແມ່ນນ້ຳ, ກາເຟ ແລະ ແກງຈືດ ເຊິ່ງໃຊ້ເວລາໃນການຍ່ອຍດົນເຖິງ 30 ນາທີ.
– 1 ຊົ່ວໂມງແມ່ນເຂົ້າຈີ່, ເຂົ້າໜົມປັງ, ໂຢເກິດ, ນົມ, ຜະລິດຕະພັນເຮັດຈາກນົມ ແລະ ໝາກໄມ້ທີ່ເຮັດໃຫ້ສຸກໂດຍການໜຶ້ງຫລືຕົ້ມ.
– 2 ຊົ່ວໂມງ ແມ່ນໝາກໄມ້,ຜັກ, ມັນຝຣັ່ງບົດ, ປາໄຂມັນຕໍ່າ.
– 3 ຊົ່ວໂມງ ແມ່ນເຂົ້າໜົມທີ່ເຮັດຈາກແປ້ງທຸກຊະນິດ, ເຂົ້າໜົມປັງໂຮຫວີດ.
– 4 ຫາ 7 ຊົ່ວໂມງ ແມ່ນຊີ້ນ ໝູ, ອາຫານຈືນ, ເຫັດ, ໝາກໄມ້ເປືອກແຂງ.
– 8 ຫາ 9 ຊົ່ວໂມງ ແມ່ນຂາໝູ, ຜັກກະລໍ່າ.
– ສຳລັບກຸ່ມນົມ ແລະ ໂຢເກິດ ຖ້າໃຜກິນນົມແຕ່ນ້ອຍໆຈະເຮັດໃຫ້ຮ່າງກາຍສາມາດຜະລິດເອັນໄຊໃນການຍ່ອຍແລັກໂຕສໄດ້, ແຕ່ຖ້າໃຜບໍ່ເຄີຍກິນ ຫລື ດົນໆກິນເທື່ອໜຶ່ງ ກໍອາດຈະຍື່ງທ້ອງ ແລະ ເຈັບທ້ອງຖ່າຍໄດ້ງ່າຍ.