UNFPA ແລະ ອົດສະຕຣາລີ ມອບອຸປະກອນການແພດທີ່ຈຳເປັນໃຫ້ລັດຖະບານລາວ


ສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ແລະ ລັດຖະບານອົດສະຕຣາລີ ໄດ້ມອບອຸປະກອນການແພດທີ່ຈຳເປັນໃຫ້ແກ່ລັດຖະບານລາວ ເພື່ອປະກອບສ່ວນໃນການແກ້ໄຂໄພພິດບັດທີ່ເກີດຂຶ້ນຢູ່ບັນດາແຂວງພາກເໜືອນ, ພາກກາງ ແລະ ພາກໃຕ້ຂອງລາວ, ໂດຍສະເພາະແມ່ນແຂວງອັດຕະປື ທີ່ໄດ້ຮັບຜົນກະທົບໜັກຈາກໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍທະລຸ ເມື່ອໃນວັນທີ 23 ຜ່ານມາ. ພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວໄດ້ມີຂຶ້ນໃນວັນທີ 31 ກໍລະກົດ ຜ່ານມາ, ທີ່ນະຄອນຫຼວງວຽງຈັນ, ລະຫວ່າງທ່ານ ນາງ ເຟຼເດີຣິກາ ເມເຢີ ຜູ້ຕາງໜ້າ UNFPA ແລະ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ.
ການຊ່ວຍເຫຼືອໂດຍເນັ້ນໜັກໃສ່ແມ່ຍິງ ແລະ ເດັກຍິງ ທີ່ກວມເອົາເຄິ່ງຂອງຜູ້ໄດ້ຮັບຜົນກະທົບທັງໝົດ ແລະ ໂດຍສັງເກດເຫັນວ່າ ແມ່ຍິງ ແລະ ເດັກຍິງ ຕົກຢູ່ໃນກຸ່ມທີ່ມີຄວາມສ່ຽງ, ໂດຍສະເພາະແມ່ນແມ່ຍິງຖືພາ ຫຼື ຄົນທີ່ຫາກໍເກີດລູກໃຫມ່.
ເຄື່ອງຊ່ວຍເຫຼືອດັ່ງກ່າວ ລວມມີ: ຊຸດອຸປະກອນເພື່ອສຸຂະພາບແມ່ຍິງຈຳນວນ 1,350 ກ່ອງ ໃນນັ້ນມີ (ແປງຖູແຂ້ວ, ຢາສີແຂ້ວ, ຢາສະຜົມ, ສະບູ, ຜ້າອະນາໄມ ແລະ ໂສ້ງຊ້ອນໃນ), ອຸປະກອນຊ່ວຍປະສູດລູກ ປະກອບມີ (ສະບູ, ຖົງຢາງໃສ, ມີດແຖ, ດ້າຍມັດສາຍແຫ່, ເຄື່ອງນຸ່ງ, ສົບມືສຳລັບສະອາດ) ແລະ ເສື້ອຊູຊີບ ລວມມີມູນຄ່າ 285 ລ້ານກີບ. ຊຶ່ງອຸປະກອນດັ່ງກ່າວແມ່ນໄດ້ຂົນສົ່ງມາຮອດສະໜາມບິນສາກົນປາກເຊ ໃນວັນທີ 27 ກໍລະກົດ ຜ່ານມາ. ນອກນັ້ນ, ຍັງສົ່ງທີມງານຊ່ຽວຊານ ຜູ້ມີປະສົບການກັບການຮັບມືກັບໄພພິບັດ ຈາກ UNFPA ປະຈຳລາວ ແລະ ຈາກສຳນັກງານໃຫຍ່ ລົງໄປແຂວງອັດຕະປືຈໍານວນໜຶ່ງ.
ໃນໂອກາດດັ່ງກ່າວທ່ານ ນາງ ເຟຼເດີຣິກາ ເມເຢີ ຜູ້ຕາງໜ້າ UNFPA ໄດ້ກ່າວສະແດງຄວາມເສຍໃຈຢ່າງສຸດຊຶ້ງ ຕໍ່ຜູ້ທີ່ສູນເສຍສະມາຊິກຂອງຄອບຄົວ, ທີ່ພັກພາອາໄສ ແລະ ຊີວິດການເປັນຢູ່ທີ່ເຄີຍມີ ຈາກເຫດການທີ່ເກີດຂຶ້ນໃນຄັ້ງນີ້.