ທ່ານນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຈາກສະພາແຫ່ງຊາດໃຫ້ເປັນປະທານອົງການກວດສອບແຫ່ງລັດອີກສະໄໝໜຶ່ງ.




ໃນໂອກາດນີ້, ທ່ານນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານການເຄື່ອນໄຫວວຽກງານຂອງອົງການກວດສອບແຫ່ງລັດ ໃນໄລຍະ 5 ປີຜ່ານມາວ່າ: ການສະຫລຸບຜົນການກວດສອບແມ່ນສາມາດບັນລຸໄດ້ 448 ເປົ້າໝາຍ, ສາມາດເຊັນບົດບັນທຶກຜົນການກວດສອບກັບບັນດາເປົ້າໝາຍກວດສອບບົນພື້ນຖານຄວາມເປັນເອກະພາບທາງດ້ານຫລັກຖານຕົວຈິງ ຕາມຫລັກການວິຊາສະເພາະ, ໄດ້ສະຫລຸບສັງລວມຜົນການກວດສອບໃນທົ່ວປະເທດເປັນແຕ່ລະສົກປີ ເພື່ອລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ, ຊຶ່ງໄດ້ຖືກຮັບຮອງຈາກກອງປະຊຸມສະພາແຫ່ງຊາດແຕ່ສົກປີ 2010-2011 ຮອດສົກປີ 2014-2015 ເຊັ່ນ: ໄດ້ສົ່ງຂໍ້ມູນຜົນການກວດສອບໃຫ້ອົງການກວດກາລັດຖະບານດຳເນີນການກວດກາຕາມພາລະບົດບາດບົນພື້ນຖານບົດບັນທຶກການປະສານງານກ່ຽວກັບຂໍ້ມູນການຊຳລະໜີ້ສິນທີ່ມີສ່ວນຫລຸດດ້ວຍເງິນສົດ ແລະ ພັນທະບັດ, ໂຄງການນອກແຜນຂອງບັນດາຫົວໜ່ວຍງົບປະມານ, ໂຄງການບໍ່ໄດ້ຜ່ານຂັ້ນຕອນການປະເມີນ-ປະມູນ, ຂໍ້ມູນການຍົກເວັ້ນ ແລະ ຫລຸດຜ່ອນພາສີ-ອາກອນ. ໄດ້ປະສານສົມທົບກັບກຳມາທິການແຜນການ, ການເງິນ ແລະ ການກວດສອບ ເພື່ອປຶກສາຫາລືໃນແຕ່ລະໄລຍະໃນການຄົ້ນຄວ້າບົດລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ, ການອອກມະຕິ, ຄົ້ນຄວ້າບັນດາມາດຕະການຈັດຕັ້ງປະຕິບັດ, ພ້ອມນັ້ນ ກໍຈັດຕັ້ງການຊຸກຍູ້ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດມະຕິ. ກ່ຽວກັບໝາກຜົນ ແລະ ຜົນງານການກວດສອບພົບເຫັນລາຍຮັບເພີ່ມຈຳນວນ 3.135 ຕື້ກີບເທົ່າກັບ 3,11% ຂອງລາຍຮັບງົບປະມານແຫ່ງລັດ ແລະ ລາຍຈ່າຍເພີ່ມ 9.819 ຕື້ກວ່າກີບເທົ່າກັບ 8,15% ຂອງລາຍຈ່າຍງົບປະມານແຫ່ງລັດ.