

ວັນທີ 28 ເມສາຜ່ານມານີ້ທີ່ນະຄອນຫລວງວຽງຈັນ,ທ່ານ ພວງປະຣິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ທັງເປັນຫົວໜ້າທີມເຈລະຈາລະດັບຊາດຂອງແຜນງານການເປັນຄູ່ຮ່ວມສັນຍາການຄ້າໄມ້ແບບສະໝັກໃຈ FLEGT-VPA ແລະ ທ່ານ ຈອດ ໂຣດຮິເກໂຣໂມໂຣ ອຳນວຍການຮັບຜິດຊອບກ່ຽວກັບສິ່ງແວດລ້ອມປະຈຳສະຫະພາບເອີຣົບ ໄດ້ ຖະແຫລງຜົນກອງປະຊຸມເຈລະຈາໃນແຜນງານດັ່ງກ່າວຄັ້ງ1 ຕໍ່ສື່ມວນຊົນວ່າ: ກອງປະຊຸມເຈລະຈາຊ້ອງໜ້າຄັ້ງທໍາອິດລະຫວ່າງ ສປປ ລາວ ກັບສະຫະພາບເອີ ກ່ຽວກັບການເປັນຄູ່ຮ່ວມສັນຍາການຄ້າໄມ້ແບບສະໝັກໃຈ ແລະ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ໄດ້ຈັດຂື້ືນແຕ່ວັນທີ 24-27 ເມສານີ້. ການຮ່ວມມືຂອງແຜນງານ FLEGT VPA ແມ່ນແນ່ໃສ່ການຫັນການຄຸ້ມຄອງລະບົບຄ້າໄມ້ໄປສູ່ລະບຽບກົດໝາຍ ແລະ ກາຍເປັນແຫລງລາຍຮັບສໍາຄັນມາສູ່ປະເທດ ແລະ ປະຊາຊົນ, ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະ ບານ ກໍຄືຄໍາສັ່ງເລກທີ 15/ນຍ ປະເທດລາວໄດ້ເລືອກທີ່ຈະເຂົ້າຮ່ວມໃນແຜນງານ FLEGT VPA ເພື່ອປັບປຸງການຈັດຕັ້ງປະຕິບັດລະບຽບກົດໝາຍການສ້າງຄວາມອາດສາມາດໃນຂະແໜງການປ່າໄມ້. ນອກນີ້ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມການຄ້າແບບສະໝັກໃຈຍັງຈະຊ່ວຍໃຫ້ປະເທດລາວສ້າງຄວາມອາດສາມາດໃນຂະແໜງອຸດສາຫະກໍາປຸງແຕ່ງ, ການເພີ່ມມູນຄ່າຜະລິດຕະພັນໄມ້ ແລະ ການເຂົ້າເຖິງຕະຫລາດໄມ້ໃນພາກພື້ນ ແລະ ເອີຣົບ,ເຊິ່ງບັນຊີຜະລິດຕະພັນທີ່ໄດ້ກໍານົດໃນເບື້ອງຕົ້ນທີ່ຈະເຂົ້າແຂ່ງຂັນໃນຕະຫລາດແມ່ນຜະລິດຕະພັນໄມ້ທຸກຊະນິດທີ່ສາມາດປຸງແຕ່ງໄດ້ ແລະ ຜະລິດຕະຜົນຈາກປ່າໄມ້ (ເຄື່ອງປ່າຂອງດົງ) ແຕ່ຕ້ອງມີແຫລ່ງທີ່ມາສາມາດຢັ້ງຢືນໄດ້ ແລະ ຮັບປະກັນຄວາມຖືກຕ້ອງດ້ານກົດໝາຍ. ແຕ່ຢ່າງໃດກໍຕາມດ້ວຍພື້ນຖານອຸດສາຫະກໍາການປຸງແຕ່ງໄມ້ທີ່ຍັງບໍ່ທັນສະໄໝເມື່ອທຽບກັບປະເທດອ້ອມຂ້າງລາວ, ແມ່ນມີຄວາມຈໍາເປັນຕ້ອງໄດ້ພັັດທະນາລະບົບອຸດສາຫະກໍາປຸງແຕ່ງໃຫ້ດີຂຶ້ນກວ່າເກົ່າ ແລະ ຍົກສູງມູນຄ່າຜະລິດຕະພັນໃຫ້ສູງໂດຍຕິດພັນກັບຕ່ອງໂສ້ການຜະລິດ. ຜົນກອງປະຊຸມຄັ້ງນີ້ເຮັດໃຫ້ສອງຝ່າຍຮັບຮູ້ການເຈລະຈາ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງຄູ່ຮ່ວມສັນຍາການຄ້າແບບສະໝັກໃຈຈະບັນລຸຜົນສໍາເລັດນັ້ນຕ້ອງໄດ້ໃຊ້ເວລາ ແຕ່ທັງສອງກໍໃຫ້ຄວາມເຊື່ອໝັ້ນວ່າການເຈລະຈາຄັ້ງຕໍ່ໄປໃນທ້າຍປີນີ້ຈະມີຄືບໜ້າຫລາຍກວ່າເກົ່າ.
ທ່ານອໍານວຍການຮັບຜິດຊອບກ່ຽວກັບສິ່ງແວດລ້ອມປະຈໍາສະຫະພາບເອີຣົບ ກ່າວວ່າ: ການເຈລະຈາຄັ້ງທໍາອິດນີ້ແມ່ນມີບາດກ້າວສູງ, ໂດຍເນື້ອໃນສໍາຄັນຂອງການເຈລະຈາໄດ້ເນັ້ນໃສ່ຂອບເຂດຜະລິດຕະພັນໄມ້ໃນອະນາຄົດ, ຂໍ້ຕົກລົງ ແລະ ການໃຫ້ຄໍານິຍາມໄມ້ທີ່ຖືກຕ້ອງຕາມລະບຽບກົດໝາຍຈາກແຫລ່ງຕ່າງໆ, ພ້ອມກັບລະບົບການອອກອະນຸຍາດເພື່ອຢັ້ງຢືນຄວາມຖືກຕ້ອງຂອງໄມ້ທີ່ຈະສົ່ງອອກໄປສູ່ຕະຫລາດເອີຣົບ, ສະຫະພາບເອີຣົບແມ່ນຫ້າມການຄ້າໄມ້ແບບຜິດກົດໝາຍເຂົ້າໄປໃນປະເທດ, ການເປັນຄູ່ຮ່ວມສັນຍາຕາມຂໍ້ຕົກລົງ VPA ຜົນປະໂຫຍດຂອງປະເທດຄູ່ຮ່ວມສັນຍາຈະໄດ້ຮັບແມ່ນມີຫລາຍດ້ານ ເຊັ່ນ: ການປັບປຸງການອະນຸລັກ ແລະ ການຄຸ້ມຄອງຊັບພະຍາກອນປ່າໄມ້ແບບຍືນຍົງ, ພາສີລາຍຮັບທີ່ເພີ່ມຂື້ນ, ຄວາມໄດ້ປຽບຂອງຜູ້ປະກອບການດ້ານກົດໝາຍ, ຊື່ສຽງທີ່ເພີ່ມຂື້ນດ້ານອຸດສາຫະກໍາປ່າໄມ້ ແລະ ໂອກາດສໍາລັບການກ້າວເຂົ້າສູ່ຕະຫລາດສາກົນ. ການເຈລະຈາຄັ້ງນີ້ເຫັນໄດ້ວ່າບັນດາຜູ້ມີສ່ວນຮ່ວມຈາກພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມຂອງລາວໄດ້ມີສ່ວນຮ່ວມໃນການສົນທະນາທາງດ້ານນະໂຍບາຍທີ່ຈະສົ່ງຜົນຕໍ່ກັບການຄຸ້ມຄອງປ່າໄມ້, ເຊິ່ງເປັນສັນຍານທີ່ດີສະແດງໃຫ້ເຫັນວ່າທຸກພາກສ່ວນໄດ້ໃຫ້ຄວາມສໍາຄັນໃນການຊອກຫາຊ່ອງທາງໃນການແກ້ໄຂບັນຫາ ແລະ ການພັດທະນາ.